ຄຳເຫັນຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ຕໍ່ເວັບໄຊຂອງລັດຖະບານ

ເພື່ອຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ, ໃຫ້ ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ ໃນການອຳນວຍ, ຄວບຄຸມ ການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທັງເປັນເສນາທິການ ທີ່ດີ, ຜູ້ປະສານງານທີ່ດີ ແລະ ຜູ້ຮັບໃຊ້ບໍລິການທີ່ດີ ຂອງຫ້ອງວ່າການລັດຖະບານນັ້ນ ຂ້າພະເຈົ້າ ເຫັນວ່າ: ການເປີດເວັບໄຊຂອງລັດຖະບານ ແມ່ນມີຄວາມສຳຄັນ, ຈຳເປັນຫຼາຍ ແລະ ຈະເປັນໂອກາດ ແລະ ເປັນເຄື່ອງມືທີ່ດີ ໃຫ້ແກ່ຫ້ອງວ່າການລັດຖະບານ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-​ລັດ​ເຮົາ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ດ້ານ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ທັງ​ເປັນ​ເຄື່ອງມື​ໂຄສະນາ​ ດຶງ​ດູດ​ການ​ລົງທຶນ, ການທ່ອງທ່ຽວ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ອື່ນໆ ທີ່​ມີ​ປະ​ໂຫຍ​ດຕໍ່​ປະ​ເທດ​ເຮົາ. ນອກຈາກ​ນັ້ນ, ​ໃນ​ຖານ​ະທີ່​ປະ​ເທດ​ເຮົາ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງຫຼາຍສົນທິສັນຍາ​ສາກົນ ຊຶ່ງ​ໃນ​ນັ້ນ ກໍ່​ແມ່ນ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ​ແລະ ການ​ກະກຽມ​ເຂົ້າ​ເປັນ​ສະມາຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015. ສະ​ນັ້ນ, ການ​ສ້າງ​ເວັບ​ໄຊ​ຂອງ​ລັດຖະບານ ກໍ່​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ຫຼາຍ ​ເພາະ​ພວກ​ເຮົາ​ຈະ​ໄດ້​ມີ​ການ​ສື່ສານ, ​ໂຄສະນາ, ປະຊາສຳພັນ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ ຂ່າ​ວສານ​ກັບ​ພາຍ​ນອກ ກໍ່​ຄື​ພາກ​ພື້ນ ​ແລະ ສາກົນ.
ສະນັ້ນ, ຂ້າພະ​ເຈົ້າ ຈຶ່ງ​ຂໍ​ຖື​ໂອກາດ​ນີ້ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫ້ອງ​ວ່າການ​ລັດຖະບານ ທີ່​ໄດ້​ມີ​ຄວາມ​ພະຍາຍາມ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ຂອງ​ຕົນ ດ້ວຍ​ຄວາມ​ຮັບຜິດຊອບ​ຢ່າງ​ສູງ ​ເຂົ້າ​ໃນ​ການ​ປັບປຸງ​ລະບົບ​ຂໍ້​ມູນ​ຂ່າວສານ​ຂອງ​ຕົນ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ໂດຍ​ເລີ່​ມຕົ້ນ​ຈາກ​ຫ້ອງ​ປະຊຸມ​ຂອງ​ລັດຖະບານ, ຫ້ອງ​ຈໍລະ​ຈອນ​ເອກະສານ, ຫ້ອງ​ຝຶກ​ອົບຮົມ, ຫ້ອງ​ເວັບ​ໄຊ ​ແລະ ອື່ນໆ ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງ​ວ່າ ບັນດາ​ເຄື່ອງມື​ທີ່​ທັນ​ສະ​ໄໝ​ນີ້ ຈະ​ກາຍ​ເປັນ​ພາຫາ​ນະ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ປະກອບສ່ວນ​ຊ່ວຍ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-​ສັງຄົມ ທັງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຫັນ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ເປັນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ.
ອວຍພອນ​ໃຫ້​ເວັບ​ໄຊ​​ຂອງ​ລັດ​ຖະບານ ຈົ່ງ​ເປັນສື່​ມວນ​ຊົນ​ປະ​ເພດ​ໜຶ່ງ ທີ່​ເປັນ​ກະບອກ​ສຽງ​​ໃນ​ການ​​ເຮັດ​ໜ້າ​ທີ່ຊຸກຍູ້, ສົ່ງ​ເສີມ ທັງ​ຕິດຕາມ​ກວດກາການ​ເຄື່ອນ​ໄຫວວຽກ​ງານ​ຂອງ​ລັດຖະບານ ​ແຕ່ລະ​ໄລຍະ ​ແລະ ອວຍພອນ​ໃຫ້​​ເວັບ​ໄຊ​ຂອງ​ລັດຖະບານ​ປະສົບ​ຜົນ​ສໍາ​ເລັດ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ​ຂອງ​ຕົນ.
ຂອບ​ໃຈ !
ຄໍາເຫັນຂອງທ່ານ ນາຍົກລັດຖະມົນຕີ ດາວໂຫຼດ