​ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ມັງກອນ 2023

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 06 ກ.ພ 2023 11:00



ໃນຕອນເຊົ້າຂອງວັນທີ 06 ກຸມພາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມລັດ ຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.


​ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມັງກອນ 2023 ຈະດໍາເນີນໄປເປັນເວລາ 01 ວັນເຄິ່ງ ເຊິ່ງຈະໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ແລະ ພິຈາລະນາ 06 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ກໍ່ຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:
  • ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳເດືອນມັງກອນ ແລະ ທິດທາງແຜນການເດືອນກຸມພາ 2023 ຂອງລັດຖະບານ.
  • ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍກອງທຶນອາຊີວະສຶກສາ.
  • ສະເໜີຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາ ໃນເງື່ອນໄຂໃໝ່.
  • ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບມາດຕະຖານ.
  • ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ມາດຕະຖານວັດແທກ.
  • ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍ ເຂດປອດພາສີ ແລະ ຮ້ານຄ້າປອດພາສີ.
  • ​ ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງທ່ານ ຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ, ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້.

    ພາບ ແລະ ຂ່າວໂດຍ ກົມປະຊາສໍາພັນ, ຫສນຍ​