ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023.

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນອັງຄານ, 07 ກ.ພ 2023 18:00

​​ໃນຕອນທ່ຽງ ຂອງວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສືມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໃຫ້ຮູ້ວ່າວ່າ:

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໄດ້ໄຂຂຶ້ນຢ່າງເປັນການ ໃນຕອນເຊົ້າຂອງວັນທີ 06 ກຸມພາ 2023 ແລະ ໄດ້ອັດລົງໃນຕອນເຊົ້າວັນທີ 07 ກຸມພາ 2023 ທີ່ສຳນັກງານນາຍົກລັັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມັງກອນ 2023 ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ຄື:
 

      ວາລະທີ 01: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳເດືອນ ມັງກອນ 2023 ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2023 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ສົມບູນຂຶ້ນຕື່ມ. ພ້ອມກັນນັ້ນ ກອງປະຊຸມໄດ້ຊີ້ນຳ ໃຫ້ສະມາຊິກລັດຖະບານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດທິດທາງແຜນການ ປະຈຳເດືອນກຸມພາ 2023 ໂດຍຫັນເປັນແຜນວຽກຈຸດສຸມລະອຽດ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນເອງ ເພື່ຶອພ້ອມກັນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປີ 2023 ໃຫ້ສຳເລັດຕາມຄາດໝາຍ ແລະ ແຜນການທີ່ວາງໄວ້.

       ວາລະທີ 02: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດວ່າດ້ວຍກອງທຶນພັດທະນາອະຊີວະສຶກສາ. ກອງປະຊຸມ ໄດ້ຊີ້ນໍາກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປັບປຸງ ແລະ ຮຽບຮຽງ ໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນ, ສົມບູນ, ຖືກຕ້ອງຕາມຫຼັກການສ້າງນິຕິກຳ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະ ການອະທິບາຍຄຳສັບ, ເປົ້າໝາຍການນຳໃຊ້ກອງທຶນ, ການຄຸ້ມຄອງເບີກຈ່າຍ ແລະ ການນໍາໃຊ້ເງິນ, ໂຄງປະກອບບຸກຄະລາກອນ ຂອງສະພາບໍລິຫານ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີຂໍທິດຊີ້ນຳຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄໍາເຫັນ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້.      

       ວາລະທີ 03: ກອງປະຊຸມ ໄດ້ພິຈາລະນາຮ່າງມະຕິວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່. ກອງປະຊຸມໄດ້ຊີ້ນຳ ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ເປັນຕົ້ນ ໂຄງສ້າງຂອງບົດ, ການໃຊ້ຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ເປັນເອກະພາບກັນ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ຕໍ່ການພັດທະນາຊັບ ພະຍາກອນມະນຸດ ໃຫ້ຊັດເຈນ, ລະອຽດ ແລະ ຈະແຈ້ງ ໂດຍສະເພາະ ອັນໃດແມ່ນຂອງລັດ, ລວມໝູ່ ຫຼື ບຸກຄົນ, ລວມທັງ ການຕີລາຄາຜົນການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ, ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດ ໃຫ້ຊັດເຈນ, ທິດທາງການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນຍຸດທະສາດການພັດທະນາປະ ເທດ ໃນແຕ່ລະໄລຍະ ໂດຍຖືຄຸນນະພາບ ເປັນກົກ. ພ້ອມນັ້ນ ກໍສະເໜີີໃຫ້ມີການຈັດສຳມະນາວິຊາການ ເພື່ອລະ ດົມຄວາມຄິດເຫັນ ແລະ ສ້າງຄວາມເປັນເອກະພາບ ຕໍ່ຮ່າງມະຕິດັ່ງກ່າວ. ພາຍຫຼັງປັັບປຸງສຳເລັດແລ້ວ ສົ່ງຮ່າງມະຕິດັ່ງກ່າວ ໃຫ້ຫ້ອງວ່າການສູນກາງພັກ ພິຈາລະນາລາຍງານກົມການເມືອງ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.

     ວາລະທີ 04: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດ ວ່າດ້ວຍການປັບ  ໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບມາດຕະຖານ; ແລະ ຮ່າງດຳ ລັດ ວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການວັດ ແທກ. ກອງປະຊຸມ ໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ໂດຍສະເພາະ ການກຳນົດອັດຕາຄ່າປັບໃໝ, ການນຳໃຊ້ເງິນຈາກການປັບໃໝ, ມາດຕະການຕໍ່ຜູ້ລະເມີດ, ການປົກປ້ອງຜູ້ຖືກຜົນກະທົບ ກໍ່ຄືຜູ້ບໍລິໂພກ, ພ້ອມທັງ ຄົ້ນຄວ້າຄວາມເປັນໄປໄດ້ ໃນການໂຮມສອງຮ່າງດຳລັດດັ່ງກ່າວ ເຂົ້າເປັນດໍາລັດສະບັບດຽວກັນ ໂດຍໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາໃນຂັ້ນຕໍ່ໄປ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການປັບໃໝ ຈະເຮັດເປັນນິຕິກຳລວມ ຫຼື ຈະແຍກເປັນນິຕິກຳ ຂອງແຕ່ລະຂະ ແໜງການ ແລ້ວລາຍງານລັດຖະບານ ເພື່ອມີທິດຊີ້ນຳ.

        ວາລະທີ 05: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດ ວ່າດ້ວຍເຂດປອດພາສີ ແລະ ຮ້ານຄ້າປອດພາສີ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ເນື້ອໃນໃຫ້ລະອຽດ, ຈະແຈ້ງ, ຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມ ໂດຍສະເພາະ ການກຳນົດ ນິຍາມກ່ຽວກັບເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ການແບ່ງຂັ້ນຄຸ້ມຄອງ, ການມີສ່ວນຮ່ວມຂອງຂະແໜງ ການກ່ຽວຂ້ອງ, ເງື່ອນໄຂຂອງຜູ້ລົງທຶນຢູ່ໃນເຂດ, ປະເພດກິດຈະການ, ການກຳນົດຂອບເຂດທີ່ຕັ້ງ ແລະ ເນື້ອທີ່ເຂດປອດພາສີ, ພ້ອມທັງ ກວດກາຄືນ ຄວາມສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງອື່ນໆ ແລະ ກໍານົດຄວາມຮັບຜິດ ຊອບ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີຂໍທິດຊີ້ນຳຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄໍາເຫັນ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້.​



ສໍາລັບທິດທາງແຜນວຽກຈຸດສຸມປະຈຳເດືອນກຸມພາ 2023 ຕົ້ນຕໍ ແມ່ນສືບຕໍ່ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ແຜນວຽກທີ່ເປັນບູລິມະສິດ ອັນຮີບດ່ວນ ປີ 2023 ໄປຄຽງຄູ່ກັບ ແຜນພັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ເຊິ່ງບັນດາໜ້າວຽກຈຸດສຸມຕົວຈິງຈໍານວນໜຶ່ງ ມີດັ່ງນີ້:

1)  ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ. ສະເໜີໃຫ້ແຕ່ລະກະຊວງແບ່ງຄວາມຮັບຜິດຊອບພາຍໃນຂອງຕົນ ໃຫ້ລະອຽດ.

2)  ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ.

3)  ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນໂດຍໄວ ໃນນັ້ນ, ສຸມໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ, ຊຸກຍູ້ສ້າງໃຫ້ມີຖານລາຍຮັບໃໝ່, ຍູ້ແຮງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນທຸກຂົງເຂດ; ສືບຕໍ່ປະຕິບັດບັນດານິຕິກໍາທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ລວມທັງ ສຸມໃສ່ແກ້ໄຂບັນຫາການລົງທຶນຂອງລັດ ໃຫ້ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ ຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ; ສືບຕໍ່ຈັດສັນແຫຼ່ງທຶນ ແລະ ສົ່ງເສີມ ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດແຂ່ງຂັນໃນຕະຫຼາດແບບຍືນຍົງ.

4)  ສືບຕໍ່ຊອກຫາ ແລະ ຈັດສັນແຫຼ່ງທຶນ ໄວ້ເພື່ອແກ້ໄຂໜີ້ສິນໜີ້ ໃຫ້ທັນເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້.

5)  ສຸມໃສ່ພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານ ເພື່ອຮອງຮັບໃຫ້ການທ່ອງທ່ຽວ ໂດຍສະເພາະ ການສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວທີ່ເປັນເປົ້າໝາຍ ລວມທັງ ສົ່ງເສີມໃຫ້ພາກທຸລະກິດ ລົງທຶນພັດທະນາຟື້ນຟູແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ; ພ້ອມນັ້ນ, ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າ ໃຫ້ປອດໄພ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.

6)  ສືບຕໍ່ເລັ່ງປັບປຸງກົນໄກການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃຫ້ດີຂຶ້ນ ຕາມບັນດາໜ້າວຽກຕົວຈິງ ທີ່ໄດ້ກຳນົດໃນ ມາດຕາ 5 ຂອງດຳລັດນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023; ສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນ ຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້.

7)  ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການ ຂອງຕະ ຫຼາດແຮງງານ; ສືບຕໍ່ປັບປຸງກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ ຕາມທິດຫັນເປັນທັນສະໄໝ.

8)  ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດງານກິລາແຫ່ງຊາດຄົນພິການ ທີ່ຈະຈັດຂຶ້ນໃນເດືອນກຸມພາ ຢູ່ແຂວງຊຽງຂວາງ ໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ.

9)  ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມ ຂອງການນໍາຂັ້ນສູງ ໃຫ້ເປັນຮູບປະທໍາ ໂດຍສະເພາະ ຜົນການຢ້ຽມຢາມ ແລະ ບົດບັນທຶກການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ. ສຸມໃສ່ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການຢ້ຽມຢາມທາງການ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ການເຄື່ອນໄຫວຕ່າງປະເທດ ຂອງການນຳ ຕາມແຜນການ. ພ້ອມກັນນັ້ນ ກໍເອົາໃຈໃສ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການຮັບມືແຕ່ຫົວທີ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ  ຈົ່ງນຳເອົາແຜນຈຸດສຸມປະຈຳເດືອນກຸມພາ 2023 ໄປຫັນເປັນແຜນຈັດຕັ້ງປະຕິບັດ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ແລະ ກຳນົດຄາດໝາຍ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ແລະ ໄດ້ຮັບຜົນເປັນຢ່າງດີ.