ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກັນຍາ 2022
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພະຫັດ, 22 ກ.ຍ 2022 15:00
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ດໍາເນີນເປັນເວລາ 2 ວັນ ຊຶ່ງເລີ່ມແຕ່ຕອນເຊົ້າຂອງວັນທີ 22 ຫາ 23 ກັນຍາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ.


ສໍາລັບເນື້ອໃນຂອງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນ ສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:
1. ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2022 ຂອງລັດຖະບານ;
2. ລາຍງານການກະກຽມຄວາມພ້ອມຮອບດ້ານໃຫ້ທ່ານນາຍົກລັດຖະມົນຕີ ທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມ ຢາມປະເທດສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ກັນຍາ 2022 ແລະ ການກະກຽມຕ້ອນຮັບການມາຢ້ຽມຢາມຂອງການນຳຂັ້ນສູງຂອງຕ່າງປະເທດ;
3. ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 09 ເດືອນ, ທິດທາງ 03 ເດືອນ ທ້າຍປີ 2022 ແລະ ທິດທາງແຜນການປີ 2023;
4. ຮ່າງຍຸດທະສາດ ການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030;
5. ຮ່າງຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030;
6. ຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040;
7. ລາຍງານການຫັນເອົາຫົວໜ່ວຍວິຊາການ ທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງ ທາງດ້ານການເງິນເທື່ອລະກ້າວ;
8. ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນກັນຍາ 2022 ທີ່ຜ່ານມາ.
ໃນບົດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ພ້ອມກັນເອົາ ໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີວິທີແກ້ໄຂບັນຫາທີ່ຈະແຈ້ງ ເພື່ອຮັບປະກັນໃຫ້ຜົນກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ