ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຢ່າງເປັນທາງການ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພຸດ, 13 ມ.ກ 2021 17:00
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 13 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ, ໂດຍມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ; ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍ ຜູ້ແທນສົມບູນ ຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ເຂົ້າຮ່ວມ.


ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ, ຊຶ່ງມີບາງຕອນສຳຄັນວ່າ: ເມື່ອຫວນເບິ່ງຄືນການນຳພາ-ຊີ້ນຳຂອງສູນກາງພັກ ໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ຕະຫຼອດໄລຍະ 5 ປີຜ່ານມາ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນ ເຕັມໄປດ້ວຍ ກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ, ເຫັນວ່າ ຂະບວນການພັດທະນາສ້າງສາປະເທດຊາດ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫຼາຍດ້ານ, ອັນພົ້ນເດັ່ນ ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມຫຍຸ້ງຍາກ ທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19, ແຕ່ພວກເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບການແກ້ໄຂ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດ ກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບ ການເຄື່ອນໄຫວ ຕາມທິດປົກຄອງດ້ວຍກົດໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ຕາມທິດສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
.jpeg)
ຕະຫຼອດໄລຍະໜຶ່ງສະໄໝຜ່ານມາ, ເຖິງວ່າພັກ ແລະ ລັດເຮົາ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກ ດ້ວຍຄວາມບຸກບືນສູ້ຊົນສູງ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຊຶ່ງບັນຫາໃຫຍ່ ກໍຍັງແມ່ນບັນຫາທີ່ພວກເຮົາ ໄດ້ຕີລາຄາຢ່າງກົງໄປກົງມາ ກ່ອນໜ້ານີ້ແລ້ວ. ທັງໝົດນັ້ນ, ລ້ວນແຕ່ຊີ້ບອກເຖິງ ສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ເພື່ອເປັນພື້ນຖານ ໃນການວາງທິດທາງ-ໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີການຫັນປ່ຽນໄປສູ່ລວງເລິກ ໄດ້ຢ່າງແທ້ຈິງ.
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ. ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບຂອງພັກ ສະບັບປັບປຸງ ແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເຮັດຫລ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າຂອງຕົນໃນໄລຍະໃໝ່ ແລະ ຈະໄດ້ສໍາຫຼວດຕີລາຄາການນໍາພາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ສະແດງອອກເຖິງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງພັກ, ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນ ປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາບັນດາສະຫາຍ ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ແລະ ປະເທດຊາດ ໄດ້ມອບໝາຍໃຫ້.
ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ, ຄິດຫງຳ ແລະ ປະກອບຄວາມເຫັນ ຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງ ດ້ວຍຈິດໃຈປະຕິວັດບຸກ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍ ຢ່າງສະຫງ່າງາມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ໃນຄັ້ງນີ້ ຈະດຳເນີນຈະດຳເນີນເປັນເວລາ 3 ວັນ ແຕ່ວັນທີ 13-15 ມັງກອນ 2021.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ