ຫສນຍ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 22 ພ.ພ 2023 16:00

ໃນຕອນເຊົ້າ ວັນທີ 18 ພຶດສະພາ 2023 ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ເປີດຂະບວນການແຂ່ງຂັນ ປະຈໍາປີ 2023 ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີສະຫາຍ ລັດຖະມົນຕີປະຈຳ ສນຍ, ບັນດາສະຫາຍ ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ ພາຍໃນອົງຄະນະພັກ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ນາງ ບຸນໜັກ ດາລາງາແກ້ວ, ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ບົນພື້ນຖານຈັດຕັ້ງຜັນຂະຫຍາຍຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍ່ຄືຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມຄາດໝາຍທີ່ກຳນົດໄວ້ ເວົ້າສະເພາະ, ເວົ້າລວມ ແມ່ນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ໃຫ້ເກີດເປັນຮູບປະທຳຕົວຈິງ ເຊິ່ງຄະນະຮັບຜິດຊອບປະເມີນຜົນ ຂອງ ຫສນຍ ໄດ້ລົງຊຸກຍູ້ໃນແຕ່ລະໄລຍະ ແລະ ໄດ້ລົງປະເມີນ  ເຫັນວ່າ ທົ່ວອົງຄະນະພັກ ຫສນຍ ມີທັງໝົດ 13 ໜ່ວຍພັກຮາກຖານ, ມີສະມາຊິກພັກ ທັງໝົດ 315 ສະຫາຍ, ຍິງ 110 ສະຫາຍ, ໃນນັ້ນ ມີສະມາຊິກພັກສົມບູນ ຈໍານວນ 290   ສະຫາຍ, ຍິງ 103   ສະຫາຍ, ສະມາຊິກພັກສໍາຮອງ  25  ສະຫາຍ, ຍິງ 07 ສະຫາຍ, ສະມາຊິກພັກທີ່ມີເງື່ອນໄຂປະເມີນຜົນ ແລະ ຈັດປະເພດສະມາຊິກພັກ ຈໍານວນ 242 ສະຫາຍ, ຍິງ 83 ສະຫາຍ, ສາມາດຕີລາຄາປະເພດແຂງ ຈໍານວນ 236 ສະຫາຍ, ຍິງ 82 ສະຫາຍ ກວມເອົາ 97,5 % ຂອງຈຳນວນສະມາຊິກພັກທີ່ມີເງື່ອນໄຂປະເມີນ,  ປະເພດກາງ ຈໍານວນ 06  ສະຫາຍ, ຍິງ 01 ສະຫາຍ ກວມເອົາ 2,5 %. ຈາກຜົນການປະເມີນດັ່ງກ່າວ, ສະແດງໃຫ້ເຫັນວ່າ ບັນດາໜ່ວຍພັກແມ່ນມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ປະຕິບັດຕາມແຜນການທີ່ກຳນົດໄວ້, ການຕີລາຄາປະເມີນສະມາຊິກພັກ ແມ່ນແທດເໝາະກັບສະພາບການເຄື່ອນໄຫວຕົວຈິງຂອງສະມາຊິກພັກ ຊຶ່ງຄະນະປະຈໍາພັກ ຫສນຍ ເຫັນດີຮັບຮອງ  ແລະ ສະເໜີຄະນະຈັດຕັ້ງສູນກາງພັກ ຮັບຮອງເອົາ 10 ໜ່ວຍພັກຮາກຖານ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022.

ໂອກາດດຽວກັນ, ສະຫາຍ ອາລຸນໄຊ ສູນນະລາດ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໃຫ້ 10 ໜ່ວຍພັກຮາກຖານ ແລະ ມອບໃບມອບໃບຊົມເຊີຍ ໃຫ້ 03 ໜ່ວຍພັກຮາກຖານ. ຫຼັງຈາກນັ້ນ, ສະຫາຍ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ສືບຕໍ່ຜ່ານແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງອົງຄະນະພັກ ຫສນຍ, ພ້ອມທັງ ເປີດຂະບວນການແຂ່ງຂັນ ປະຈໍາປີ 2023 ແລະ ຜູ້ຕາງໜ້າແຕ່ລະໜ່ວຍພັກຮາກຖານ ກໍ່ໄດ້ຂຶ້ນຈັບມືແຂ່ງຂັນກັນ.

ໃນຕອນທ້າຍ, ສະຫາຍ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ບັນດາໜ່ວຍພັກ ທົ່ວອົງຄະນະພັກ ຫສນຍ ສາມາດຍາດມາໄດ້ໃນປີຜ່ານມາ ໂດຍສະເພາະ ບັນດາໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນ ເປັນໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງ. ພ້ອມທັງ ຕີລາຄາສູງ ຕໍ່ຄວາມໝາຍຄວາມສຳຄັນ ຂອງການຈັດກອງປະຊຸມ ໃນຄັ້ງນີ້, ຊຶ່ງເປັນເຫດການການເມືອງ ຂອງອົງຄະນະພັກ ຫສນຍ, ສ່ອງແສງເຖິງ ການຕີລາຄາ ແລະ ຢັ້ງຢືນຄວາມສາມາດ ໃນການນຳພາວຽກງານຮອບດ້ານ ໂດຍສະເພາະການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ. ນອກຈາກນັ້ນ ຍັງໄດ້ຍົກໃຫ້ເຫັນ ຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂ ໃນຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນ. ອັນສຳຄັນ, ສະຫາຍ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຮັບຜິດຊອບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງ ຫສນຍ  ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະຜ່ານມາ, ສ້າງແຜນການເຄື່ອນໄຫວວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍໃຫ້ຕິດພັນກັບແຜນການເຄື່ອນໄຫວວຽກງານວິຊາສະເພາະ, ພ້ອມທັງ ຈັດຕັ້ງເຜີຍແຜ່ແຜນການເຄື່ອນໄຫວດັ່ງກ່າວ ໃຫ້ແກ່ບັນດາໜ່ວຍພັກ ກໍ່ຄືສະມາຊິກພັກ ທົ່ວ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ; ໃຫ້ບັນດາໜ່ວຍພັກຮາກຖານ ເກັບກຳຂໍ້ມູນຕ່າງໆ ໃນໜ່ວຍຂອງຕົນ ເປັນຕົ້ນ ດ້ານຕັ້ງໜ້າ, ບັນຫາຫຍໍ້ທໍ້, ຄວາມມຸ່ງມາດປາດຖະໜາ ຂອງບັນດາສະຫາຍສະມາຊິກພັກ ແລະ ອື່ນໆ ເພື່ອເປັນຂໍ້ມູນ ນຳໄປປັບປຸງແຜນການກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ສອດຄ່ອງ ແລະ ໄດ້ຮັບຜົນດີກວ່າເກົ່າ. ພ້ອມກັນນັ້ນ ກໍ່ໃຫ້ສຸມໃສ່ການນຳພາທີ່ແທດເຖິງຕົວຈິງ, ນຳພາດ້ວຍຄວາມເປັນແບບຢ່າງ,ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ; ໃຫ້ບັນດາສະຫາຍ ເລຂາໜ່ວຍພັກຮາກຖານ ນຳເອົາແຜນ ແລະ ຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງອົງຄະນະພັກ ຫສນຍ ໄປຈັດຕັ້ງຜັນຂະຫຍາຍ ໃນໜ່ວຍພັກຮາກຖານຂອງຕົນ ຕິດພັນກັບການຈັດຕັ້ງປະຕິບັດຄຳຂວັນ 3 ດີ 3 ຫັນ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ; ຫັນຈາກແນວຄິດລໍຖ້າ ໄປສູ່ຄວາມເປັນເຈົ້າການ ແລະ ປະດິດສ້າງ, ຫັນຈາກການເຮັດວຽກບໍ່ມີຈຸດສຸມ ບໍ່ມີແບບແຜນ ບໍ່ມີຄາດໝາຍ ໄປສູ່ວິທະຍາສາດ ທີ່ມີຈຸດສຸມ ມີແບບແຜນ ມີຄາດໝາຍ ແລະ ຫັນຈາກກົນໄກທີ່ອືດອາດຊັກຊ້າ ຫຼາຍຂັ້ນ ຫຼາຍຂອດ ໄປສູ່ກົນໄກທີ່ວ່ອງໄວ ແລະ ທັນການ) ໃຫ້ປະກົດຜົນເປັນຈິງ. ​


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ