ທ່ານ ລັດຖະມົນຕີປະຈໍາ ສນຍ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງອຸດົມໄຊ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນສຸກ, 12 ພ.ພ 2023 11:00

ໃນອາທິດທີ່ຜ່ານມາ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ (ສນຍ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບການນຳຫຼັກແຫຼ່ງແຂວງອຸດົມໄຊ ພ້ອມທັງ ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການຈຳນວນໜຶ່ງ ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຈຸດປະສົງໃນການເຄື່ອນໄຫວເຮັດວຽກຄັ້ງນີ້ ແມ່ນເພືີ່ອຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ບັນດານິຕິກໍາ ທີີ່ລັດ ຖະບານ ຊຸດທີ IX ວາງອອກ ລວມທັງ ບັນດາກົດໝາຍ, ດໍາລັດ, ມະຕິ, ຄໍາສັ່ງ ແລະ ແຈ້ງການ ເຊິີ່ງຕິດພັນ ກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຢູ່ແຂວງອຸດົມໄຊ, ເຊິ່ງຕິດພັນກັບການປະເມີນ ແລະ ສະຫຼຸບກາງສະໄໝ; ການປະເມີນ ແລະ ສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນທ້າຍປີ 2023, ໂດຍສະເພາະ ການປະເມີນ ແລະ ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດແຮ່ທາດ ຢູ່ ສປປ ລາວ ແລະ ຕິດພັນກັບກອງປະຊຸມ 3 ຂັ້ນ ຂອງອົງການຈັດຕັ້ງພັກ-ລັດ ແລະ ອົງການປົກຄອງທ້ອງຖິ່ນ; ລວມທັງ ສະພາບໄຟລາມປ່າ ແລະ ວິທີການແກ້ໄຂ. ນອກຈາກນັ້ນ, ເພືີ່ອຮັບປະກັນໄດ້ຄວາມສະດວກ, ວ່ອງໄວ, ຮັບປະກັນຄວາມຮັບຜິດຊອບທາງການເມືອງ ໃນວຽກເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ໃຫ້ແກ່ຂັ້ນເທິງ ກົມກ່ຽວຂ້ອງຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ (ຫສນຍ) ຈະໄດ້ສ້າງຈຸດປະສານງານ ຮ່ວມກັບ ຫ້ອງວ່າການປົກຄອງແຂວງ ຕື່ມອີກ.

ໃນໂອກາດພົບປະ ແລະ ເຮັດວຽກຮ່ວມກັບ ການນຳຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານລັດຖະມົນຕີປະຈໍາ ສນຍ ແລະ ຄະນະ ໄດ້ຮັບຟັງການລາຍງານຫຍໍ້ ຈາກທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານເສດຖະ ກິດ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ທີ່ພົ້ນເດັ່ນ ໃນໄລຍະຜ່ານມາ ເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດທີ່ກຳນົດໄວ້ ໃນລະດັບ 3,98%, ລວມຍອດຜະລິດຕະພັນພາຍໃນ (GDP) 7.888,22 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ ເທົ່າກັບ 1.541 ໂດລາສະຫະລັດ; ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍ່ມີທ່າອ່ຽງດີຂຶ້ນກວ່າເກົ່າ ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ, ການອັດການຮົ່ວໄຫຼຂອງງົບປະມານ, ການປະຢັດມັດທະຍັດ ຕ້ານການຟູມເຟືອຍ ເຊິ່ງເຮັດໃຫ້ການເກັບລາຍຮັບ ປີ 2021 ແລະ ປີ 2022 ໄດ້ລື່ນແຜນການ; ໄດ້ເອົາໃຈໃສ່ຊຸກຍູ້ການຜະລິດສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ; ສຸມໃສ່ປັບປຸງສະພາບແວດລ້ອມ ເພື່ອເອື້ອອໍານວຍຄວາມສະດວກ ໃນການສົ່ງເສີມການລົງທຶນ ເຂົ້າໃນການພັດທະນາຕາມທ່າແຮງຂອງແຂວງ; ປັບປຸງສົ່ງເສີມການລົງທຶນ ການບໍລິການ ດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ການບໍລິການປິ່ນອ້ອມອື່ນໆ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ເດີນທາງດ້ວຍລົດໄຟລາວ-ຈີນ;   ສຸມໃສ່ແກ້ໄຂບັນຫາສະພາບໄຟລາມປ່າ ທີ່ໄດ້ເກີດຂຶ້ນຢູ່ 7 ເມືອງ, 69 ບ້ານໃນທົ່ວແຂວງ, ມີເນື້ອທີ່ປ່າໄມ້ ໄດ້ຮັບຜົນເສຍຫາຍ ຈໍານວນ 6.640,78 ເຮັກຕາ, ມີຜູ້ເສຍຊີວິດ 3 ຄົນຈາກການຈູດໄຮ່; ກະກຽມສ້າງນິຕິກໍາລຸ່ມກົດໝາຍ.


ຄໍາສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການບໍລິຫານລັດແບບດີຈີຕອນ ຢູ່ແຂວງອຸດົມໄຊ ເພື່ອຊຸກຍູ້ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ຫັນມານໍາໃຊ້ລະບົບບໍລິຫານລັດດີຈີຕອນຫຼາຍຂຶ້ນ. ສຳລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກໍມີການຫັນປ່ຽນດີຂຶ້ນກວ່າເກົ່າຫຼາຍ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວນັ້ນ ແຂວງຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຄາດໝາຍແຜນການ ທີ່ໄດ້ກໍານົດໄວ້.

ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ປະຈໍາ ສນຍ ກໍ່ໄດ້ມີຄຳເຫັນແລກປ່ຽນ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ໂດຍອີງໃສ່ຈຸດພິເສດທີ່ຕັ້ງ ແລະ ທ່າແຮງຂອງແຂວງ. ອັນສຳຄັນ, ທ່ານລັດຖະມົນຕີປະຈໍາ ສນຍ ກໍ່ໄດ້ມີຄຳເຫັນສະເໜີແລກປ່ຽນ ຕື່ມບາງດ້ານ ເປັນຕົ້ນ ສຸມໃສ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ພຽງພໍ ແລະ ກາຍເປັນສິນຄ້າສົ່ງອອກ ໃຫ້ຫຼາຍກວ່າເກົ່າ ເພື່ອຫຼຸດຜ່ອນ-ດູນດ່ຽງ ການນຳເຂົ້າສິນຄ້າ; ສືບຕໍ່ປະຕິບັດແຜນການ ດ້ານຂະບວນການ ແລະ ເທດສະການຕ່າງໆ ຂອງແຂວງ-ບັນດາເມືອງ ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການບໍລິການ, ການ ຈໍາໜ່າຍສິນຄ້າ ແລະ ການພົວພັນຮ່ວມມື ກັບບັນດາທ້ອງຖິ່ນ ພາຍໃນ ແລະ ປະເທດໃກ້ຄຽງ; ສືບຕໍ່ປັບປຸງການບໍລິການ ດ້ານການທ່ອງທ່ຽວ ເພື່ອດຶງດູດ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ; ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນການເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ ໃນປີ 2023 ເພື່ອສູ້ຊົນໃຫ້ແຂວງ ສືບຕໍ່ເປັນແຂວງກຸ້ມຕົນເອງ ທາງດ້ານລາຍຈ່າຍງົບປະມານ; ເອົາໃຈໃສ່ປະເມີນ ແລະ ຈັດລຽງບູລິມະສິດ ໂຄງການທີ່ຈະສືບຕໍ່ ແລະ ລົງທຶນໃໝ່ ຢູ່ພາຍໃນແຂວງ ເພື່ອຮັບປະກັນເຮັດໃຫ້ການປະຕິບັດແຜນລາຍຈ່າຍ ມີປະສິດທິພາບ ແລະ ປະສິດທິຜົນສູງ, ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງຂອງແຂວງ; ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການພັດທະນາວຽກງານດ້ານຕ່າງໆ ລວມທັງ ການພັດທະນາພື້ນຖານໂຄງລ່າງ ຢູ່ພາຍໃນແຂວງ ໃຫ້ມີຄວາມຄືບໜ້າເປັນກ້າວໆ; ສິ່ງສໍາຄັນ ໃຫ້ເພີີ່ມທະວີ ການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກໍາຂອງລັດຖະບານ ທີ່ໄດ້ວາງອອກ ໃຫ້ເຂົົ້າສູ່ລວງເລິກຮອບດ້ານ ສາມາດຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ມີຜົນສໍາເລັດເປັນຢ່າງດີ. ​

​ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງ ອຸດົມໄຊ, ທ່ານ ລັດຖະມົນຕີປະຈໍາ ສນຍ ຄໍາແພງ ໄຊສົມແພງ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງໂຮງງານຊີລີຄອນ; ການຂຸດຄົ້ນຫີນບາຣິດ, ຈຸດສະສົມແຮ່ເຫຼັກ ຂອງບໍລິສັດ CNP; ຕິດຕາມຄວາມຄືບໜ້າການພັດທະນາໂຮງງານ ຊີມັງອຸດົມໄຊ ຈຽງເກີ ທີ່ເມືອງນາໝໍ້ ພ້ອມທັງ ຢ້ຽມຢາມແຫຼ່ງທ່ອງທ່ຽວ ນໍ້າກັດ ຢໍລະປາ; ສູນບໍລິການເຕົ້າໂຮມຄ່ຽນຖ່າຍສິນຄ້າ ມະຫາໂຊກ ແລະ ຈຸດສະຖານີຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ ຢູ່ເມືອງໄຊ ຕື່ມອີກ.

 


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ