ປິດຊຸດຝຶກອົບຮົມທິດສະດີ-ການເມືອງການປົກຄອງ ໄລຍະ 45 ວັນຊຸດທີ VIII ຂອງ ຫສນຍ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນສຸກ, 28 ມ.ສ 2023 10:00

ໃນຕອນເຊົ້າວັນທີ 28 ເມສາ 2023 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VIII ໃຫ້ແກ່ສະມາຊິກພັກ, ພະນັກງານ ພາຍໃນ ຫສນຍ (ເປັນຊຸດສຸດທ້າຍ ຂອງລະບົບ 45 ວັນ), ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີຜູ້ຕາງໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ບັນດາສະຫາຍ ຜູ້ຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ແຂກຖືກເຊີນ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ບຸນໜັກ ດາລາງາແກ້ວ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າຄະນະຮັບຜິດຊອບການຝຶກອົບຮົມຄັ້ງນີ້ ໄດ້ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນ ໃນລະຫວ່າງວັນທີ 22 ກຸມພາ ຫາວັນທີ 28 ເມສາ 2023, ມີນັກສຳມະນາກອນ ກໍ່ຄືສະມາຊິກພັກ-ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ ທັງໝົດ ຈຳນວນ 84 ສະຫາຍ, ຍິງ 38; ອາຈານສອນ ແມ່ນມາຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈໍານວນ 29 ສະຫາຍ, ຍິງ 07 ສະຫາຍ ແລະ ອາຈານຮັບເຊີນຈຳນວນໜຶ່ງ. ສຳລັບເນື້ອໃນ ກໍ່ຄືບົດຮຽນ ທີ່ນຳມາຝຶກອົບຮົມ ຄັ້ງນີ້ ປະກອບມີ 5 ວິຊາ, ລວມທັງ ໝົດ 33 ບົດ ຄື: ວິຊາ ປັດຊະຍາ ມາກ-ເລນິນ ມີ 6 ບົດ; ວິຊາ ເສດຖະສາດການເມືອງ ມີ 8 ບົດ; ວິຊາ ລັດທິສັງຄົມນິຍົມວິທະຍາສາດ ມີ 6 ບົດ; ວິຊາ ການປົກຄອງ ມີ 8 ບົດ; ແລະ ວິຊາ ກໍ່ສ້າງພັກ ມີ 5 ບົດ, ຊຶ່ງລວມຊົ່ວໂມງຮຽນທັງໝົດ 315 ຊົ່ວໂມງ. ນອກຈາກນັ້ນ ກໍ່ຍັງໄດ້ເຄື່ອນໄຫວທັດສະນາສຶກສາ ຢູ່ນອກສະຖານທີ່ ແລະ ສ້າງຂະບວນການເຄື່ອນໄຫວນອກຫຼັກສູດ ຕື່ມອີກຈຳນວນໜຶ່ງ. ຜ່ານການຝຶກອົບຮົມ ສາມາດຕີລາຄາ ແລະ ປະເມີນຄວາມຮັບຮູ້ເຂົ້າໃຈ ຂອງບັນດານັກສຳມະນາກອນ ຄື: ສາມາດຮັບຮູ້ ແລະ ເຂົ້າໃຈ ໃນລະດັບດີຫຼາຍ ມີຈໍານວນ  69 ສະຫາຍ ກວມ 82,15%; ສາມາດຮັບຮູ້ ແລະ ເຂົ້າໃຈ ໃນລະດັບດີ ມີຈໍານວນ 15 ສະຫາຍ ກວມ 17,85%.

ໃນໂອກາດດຽວກັນ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາສູງ ຕໍ່ຄວາມຮັບຜິດຊອບ ແລະ ຜົນສຳເລັດ ໃນການຝຶກອົບຮົມທິດສະດີການເມືອງ-ການປົກຄອງຄອງໃນຄັ້ງນີ້ ໂດຍສະເພາະ ຜົນການປະເມີນເຫັນວ່າ ມີນັກສຳມະນາກອນ ທີ່ສາມາດຮັບຮູ້ ແລະ ເຂົ້າໃຈບົດຮຽນ ໃນລະດັບດີຫຼາຍ ກວມເປັນສ່ວນໃຫຍ່. ອັນສຳຄັນ ສະຫາຍ ໄດ້ມີຄຳເຫັນ ຊີ້ນຳ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃນການເຄື່ອນໄຫວວຽກງານຕໍ່ໜ້າ ຕື່ມບາງດ້ານ ເປັນຕົ້ນ ໃຫ້ບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ຕິດຕາມກວດກາ ແລະ ຕີລາຄາຄືນ ພາຍຫຼັງທີ່ສະມາຊິກພັກ-ພະນັກງານ ທີ່ຢູ່ໃນການຈັດຕັ້ງຂອງຕົນ ສຳເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ສາມາດປັບປຸງປ່ຽນແປງພຶດຕິກຳ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານ ມີການຫັນປ່ຽນທີ່ດີຂຶ້ນຄືແນວໃດ; ໃຫ້ນັກສຳມະນາກອນ ນຳເອົາຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂອ້ລົມຕໍ່ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາ 2022 ຜ່ານມາ ໄປຄົ້ນຄວ້າ ແລະ ກຳແໜ້ນ, ພ້ອມທັງ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ໄດ້ ຕາມເນື້ອໃນ (3 ເປັນ, 4 ຮູ້ ແລະ 3 ມີ) ຄື: ເປັນຄົນດີ-ຄົນເກັ່ງ, ເປັນຜູ້ທີ່ຫ້າວຫັນຟົດຟື້ນປະຕິວັດ ແລະ ເປັນຜູ້ທີ່ເຮັດແທ້ທຳຈິງ; ຮູ້ອັນຖືກ-ອັນຜິດ, ຮູ້ວາງແຜນຢ່າງເປັນລະບົບ, ຮູ້ຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຮູ້ເຮັດວຽກຖືກກົດເກນພາວະວິໄສ; ມີວິທະຍາສາດ, ມີຫົວຄິດປະດິດສ້າງ ຢູ່ສະເໝີ ແລະ ມີແບບແຜນດຳລົງຊີວິດ ທີ່ເປັນແບບຢ່າງ.​


ພາບ ແລະຂ່າວ: ກົມປະຊາສຳພັນ ຫສນຍ

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ