ຫສນຍ ປາຖະກະຖາຫວນຄືນມູນເຊື້ອສອງວັນປະຫວັດສາດ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນເສົາ, 01 ມ.ສ 2023 15:00
ໃນຕອນບ່າຍ ວັນທີ 27 ມີນາ 2023 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະ ຊຸມປາຖະກະຖາ ກ່ຽວກັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍບອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ (21 ມີນາ 1946 - 21 ມີນາ 2023), ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ເຂົ້າຮ່ວມ.


ຈຸດປະສົງ ຂອງການປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ຈົດຈຳຕະຫຼອດໄປ ກ່ຽວກັບມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 68 ປີ ຜ່ານມາ ແລະ ລະນຶກວັນນັກຮົບເສຍ
ອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ; ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ ຂອງພັກເຮົາ ເຂົ້າໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ສໍາເລັດຜົນ; ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ, ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ ຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມຂອງພັກເຮົາ ໃນການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍ່ຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດປາຖະກະຖາ ກ່ຽວກັບມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໂດຍໄດ້ຍົກໃຫ້ເຫັນ ປະຫວັດການກໍາເນີດ, ທີ່ຕັ້ງ ແລະ ພາລະບົດບາດ; ທາດແທ້ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນຕົວແທນທີ່ຈົງຮັກພັກດີ ຕໍ່ສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແນວຄິດ, ທິດສະດີ ຂອງພັກ, ອຸດົມການ, ພາລະກິດ ກໍຄືຜົນງານການນໍາພາຂອງພັກ ຕະຫຼອດໄລຍະ 68 ປີຜ່ານມາ ເຊິ່ງເລີ່ມຈາກພັກນໍາພາການຕໍ່ສູ້ປົດປ່ອຍຊາດ, ພັກນໍາພາປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຈົນຮອດປັດຈຸບັນ. ຫຼັງຈາກນັ້ນ, ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ກໍ່ໄດ້ໃຫ້ກຽດປາຖະກະຖາ ກ່ຽວກັບມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ໂດຍໄດ້ຍົກໃຫ້ເຫັນ ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຢ່າງອົງອາດກ້າຫານ ແລະ ເຕັມໄປດ້ວຍຄວາມເສຍສະຫຼະ ເພື່ອຕ້ານການຮຸກຮານ ຂອງຈັກກະພັດຕ່າງດ້າວ ຢູ່ເມືອງທ່າແຂກ ໃນວັນທີ 21 ມີນາ 1946 ເຊິ່ງນຳພາໂດຍປະທານ ສຸພານຸວົງ, ລວມທັງ ຄວາມໂຫດຮ້າຍປ່າເຖື່ອນຂອງພວກສັດຕູ ທີ່ໄດ້ເຂັນຂ້າປະຊາຊົນລາວ ດ້ວຍວີທີການຕ່າງໆ. ນອກຈາກນັ້ນ ກໍ່ໄດ້ຍົກໃຫ້ເຫັນ ການຊີ້ນໍາ-ນຳພາຂອງຄະນະພັກແຄ້ວນລາວ ໃນການປຸກລະດົມຂົນຂວາຍປະຊາຊົນຢູ່ບັນດາແຂວງ ລຸກຮື້ຂຶ້ນຢຶດອໍານາດການປົກຄອງຂອງຈັກກະພັດຜູ້ຮຸກຮານ; ມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາເອກະລາດ ແລະ ອິດສະຫຼະພາບ ມາໃຫ້ປະເທດຊາດ, ເຊິ່ງເຫດການຕໍ່ສູ້ ໃນວັນທີ 21 ມີນາ 1946 ຢູ່ເມືອງທ່າແຂກ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາ ນັບມື້ເປັນຂະບວນການກວ້າງຂວາງ ແລະ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

ເພື່ອເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ, ໃນຕອນທ້າຍ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນເນັ້ນໜັກ ຕໍ່ຄະນະພັກ ກໍ່ຄືຜູ້ເຂົ້າຮ່ວມ ເອົາໃຈໃສ່ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກ; ຕັ້ງໜ້າປຸກລະດົມຂົນຂວາຍການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ; ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະ ການປະຢັດມັດທະຍັດ, ການສ້າງລາຍຮັບ, ການສະສົມ ແລະ ອື່ນໆ; ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ໃນກົງຈັກການຈັດຕັ້ງຂອງຕົນ ແລະ ສ້າງການຫັນປ່ຽນຢ່າງຕັ້ງໜ້າ ເພື່ອຮັບປະກັນການປະຕິບັດວຽກງານວິຊາສະເພາະຂອງຕົນ; ຕັ້ງໜ້າປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງພະນັກງານ, ສະມາຊິກພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງມະຫາຊົນ; ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພາກສ່ວນຕົນຮັບຜິດຊອບ ໃຫ້ສໍາເລັດຕາມແຜນການ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ