ຫສນຍ ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ VIII
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພະຫັດ, 23 ມິ.ນ 2023 15:00
ໃນຕອນບ່າຍ ວັນທີ 22 ກຸມພາ 2023 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VIII ໃຫ້ແກ່ສະມາຊິກພັກ, ພະນັກງານ ພາຍໃນ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານເປີດ ຂອງສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ມີຜູ້ຕາງໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ບັນດາສະຫາຍ ຜູ້ຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ແລະ ສຳມະນາກອນ ພາຍໃນ ຫສນຍ ເຂົ້າຮ່ວມ.


ຈຸດປະສົງຂອງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ສະ ມາຊິກພັກ, ພະນັກງານ ທີ່ຢູ່ໃນແຜນກຳນົດກໍ່ສ້າງ ເປັນພະນັກງານນໍາພາ-ຄຸ້ມຄອງ ຂອງ ຫສນຍ ໃຫ້ມີຄວາມໜັກ ແໜ້ນ, ເລິກເຊິ່ງ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີແບບແຜນການນໍາພາ, ແບບແບບວິທີເຮັດວຽກທີ່ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຮັບປະກັນມາດຖານເງື່ອນໄຂ ຂອງສະມາຊິກພັກ-ພະນັກງານ ເພື່ອກໍ່ສ້າງເປັນພະນັກງານສືບທອດປ່ຽນແທນ ໃນຕໍ່ໜ້າ ໃຫ້ມີຄວາມຕໍ່ເນື່ອງ.
ເນື້ອໃນ ກໍ່ຄືບົດຮຽນ ທີ່ຈະນຳມາຝຶກອົບຮົມ ຄັ້ງນີ້ ປະກອບມີ 5 ວິຊາ ຄື: ວິຊາ ປັດຊະຍາ ມາກ-ເລນິນ; ວິຊາ ເສດຖະສາດການເມືອງ; ວິຊາ ລັດທິສັງຄົມນິຍົມວິທະຍາສາດ; ວິຊາ ບໍລິຫານສາດ; ແລະ ວິຊາ ກໍ່ສ້າງພັກ ໂດຍແມ່ນອາຈານຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປັນວິທະຍາກອນບັນຍາຍ ແລະ ສິດສອນ. ການຝຶກອົບຮົມດັ່ງກ່າວ ມີສຳມະນາກອນເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 39 ສະຫາຍ ໂດຍເລີ່ມດໍາເນີນການຝຶກອົບຮົມ ນັບແຕ່ວັນທີ 23 ກຸມພາ 2023 ເປັນຕົ້ນໄປ.

ໃນໂອກາດກ່າວເປີດພິທີຝຶກອົບຮົມ, ສະຫາຍ ຄຳລາວັນ ຈັນທະລາວັນ ໄດ້ກ່າວບາງຕອນວ່າ: ບັ້ນຝຶກອົບຮົມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເພາະເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກ ຫສນຍ, ແຜນພັດທະນາວຽກງານວິຊາສະເພາະ ໃນໄລຍະ 5 ປີ ຂອງ ຫສນຍ ແລະ ແຜນຍຸດທະສາດ ການພັດທະນາບຸກຄະລາກອນ ໄລຍະ 10 ປີ (2020-2030) ທີ່ຫາກໍ່ໄດ້ຖືກເຊັນຮັບຮອງ, ທັງເປັນການສົ່ງເສີມ ຍົກລະດັບ ແລະ ພັດທະນາບຸກຄະລາກອນຂອງ ຫສນຍ ໃຫ້ມີຄວາມຮູ້ທາງດ້ານທິດສະດີ-ການເມືອງ, ມີຄຸນນະພາບ ໃນການບໍລິຫານວຽກງານ ຢູ່ແຕ່ລະຂັ້ນ, ທັງເປັນການຈັດຕັ້ງປະຕິບັດແຜນການຝຶກອົບຮົມ ພາຍໃນ ຫສນຍ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ພ້ອມດຽວກັນນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຝຶກອົບຮົມ ແລະ ສຳມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໂດຍສະເພາະ ເອົາໃຈໃສ່ຮັບຟັງ, ຍາດແຍ່ງເອົາບົດຮຽນ ແລະ ຄວາມຮູ້ ຈາກອາຈານ, ເປັນເຈົ້າການແລກປ່ຽນບົດຮຽນ ເພື່ອຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ສາມາດນໍາມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດດອກອອກຜົນ. ສິ່ງສໍາຄັນ ແມ່ນໃຫ້ເອົາໃຈໃສ່ປະຕິບັດກົດລະບຽບ ການຮຽນ-ການສອນ ຢ່າງເຄັ່ງຄັດ ເພື່ອເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ກໍານົດໄວ້ ເປັນຢ່າງດີ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ