ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນພະຫັດ, 09 ກ.ພ 2023 12:00

ໃນວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ອົງຄະນະພັກ ຫສນຍ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V, ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີສະຫາຍຮອງເລຂາຄະນະພັກ, ສະຫາຍປະທານກວດກາອົງຄະນະພັກ, ຄະນະນະບໍລິຫານງານພັກ ພ້ອມດ້ວຍ ເລຂາ-ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ປະທານອົງການກາແດງແຫ່ງຊາດລາວ, ຜູ້ຊ່ວຍລັດຖະມົນຕີ, ປະທານ-ເລຂາ ອົງການຈັດຕັ້ງມະຫາຊົນ ຫສນຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ດຳເນີນສອງວາລະ ຄື: ວາລະເປີດກວ້າງ ແລະ ວາລະສະເພາະ ຄະນະບໍລິຫານງານພັກ ເຊິ່ງເນື້ອໃນການດຳເນີນກອງປະຊຸມ ໃນວາລະເປີດກວ້າງ ປະກອບມີ: ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI; ປະກາດການຈັດຕັ້ງ ພາຍໃນຄະນະບໍລິຫານງານພັກ; ຜ່ານ ແລະ ປະກອບຄຳເຫັນ ຕໍ່ບົດສະຫຼຸບຕີລາຄາ ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ຫສນຍ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023; ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຫສນຍ; ແລະ ລາຍງານຫຍໍ້ ກ່ຽວກັບຜົນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ໃນໄລຍະຜ່ານມາ, ລວມທັງວຽກງານຈຸດສຸມຈຳນວນໜຶ່ງ ທີ່ອົງຄະນະພັກ ຫສນຍ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂ, ພ້ອມກັນຫັນປ່ຽນ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ຕາມແຜນການທີ່ໄດ້ກຳນົດໄວ້. ສຳລັບການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ສະເພາະ ແມ່ນໄດ້ດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ໂດຍໄດ້ແບ່ງອອກເປັນສາມຈຸ. ຫຼັງຈາກນັ້ນ ຫົວໜ້າແຕ່ລະຈຸ ໄດ້ລາຍງານຜົນການດຳເນີນຊີວິດການເມືອງພາຍໃນຈຸ ຕໍ່ກອງປະຊຸມ.

​ໃນຕອນທ້າຍ, ສະຫາຍປະທານກອງປະຊຸມ ໄດ້ຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ສະຫຼຸບຜົນສຳເລັດສຳຄັນທີ່ສະມາຊິກພັກທຸກສະຫາຍໄດ້ເປັນຈິດໜຶ່ງໃຈດຽວກັນຍາດມາໄດ້ ເປັນຕົ້ນ ຄວາມສາມັກຄີເປັນເອກະພາບສູງ ເຊິ່ງສະແດງອອກຈະແຈ້ງໃນການປະຕິບັດວຽກງານ ພາຍໄຕ້ສະພາບການພາຍໃນ ແລະ ພາຍນອກມີຄວາມຫຍຸ້ງຍາກສັບສົນ; ມີລະບົບການເຮັດວຽກທີ່ກະທັດຮັດ, ຮັບປະກັນ ແລະ ຮັດກຸມຂຶ້ນ, ລະບົບການຈັດຕັ້ງທົ່ວ ຫສນຍ ມີຄວາມສະຫງົບ, ມີບັນຍາກາດດີ, ມີສຳນັກງານທີ່ປອດໄພ ແລະ ສາມາດແກ້ໄຂບັນຫາຄົງຄ້າງຜ່ານມາໄດ້, ສະມາຊິກພັກ-ພະນັກງານ ໄດ້ຮັບການຄຸ້ມຄອງລວມສູນ ແລະ ເປັນລະບົບ, ໄດ້ຮັບເອົາຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ມາຂຶ້ນກັບອົງຄະນະພັກ ຫສນຍ; ໄດ້ເຮັດຫຼອ້ນໜ້າທີ່ການເປັນເສນາທິການດີ, ປະສານງານດີ ແລະ ບໍລິການຮັບໃຊ້ດີ. ພ້ອມກັນນີ້ ສະຫາຍ ກໍໄດ້ຊີ້ນຳໃຫ້ເອົາໃຈໃສ່ວຽກຈຸດສຸມໃນຕໍ່ໜ້າ ໂດຍສະເພາະການກະກຽມກອງປະຊຸມສະຫຼຸບກາງສະໄໝ, ກອງປະຊຸມສາມຂັ້ນຂອງຄະນະບໍລິຫານງານພັກ ຫສນຍ. ນອກຈາກນີ້ ກໍໄດ້ຊີ້ນຳໃຫ້ບັນຫາສະຫາຍໃນຄະນະບໍລິຫານງານ ໃຫ້ນຳເອົາການຕຳນິສົ່ງຂ່າວຂອງສະມາຊິກພັກ ທີ່ຖືກຕ້ອງພາວະວິໄສ ແລະ ຄຳເຫັນຂອງບັນດາສະຫາຍໃນຄະນະບໍລິຫານງານພັກ ທີ່ມີຕໍ່ກັນ ນຳໄປຄົ້ນຄວ້າແກ້ໄຂ ແລະ ປັບປຸງ ໃຫ້ດີຂຶ້ນ.  



ຂ່າວອື່ນໆ