ຫສນຍ ສະຫຼຸບວຽກງານ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນພະຫັດ, 09 ກ.ພ 2023 11:00

​ໃນຕອນເຊົ້າວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ໂດຍການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ; ມີບັນດາທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,  ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມຢ່າງພ້ອມພຽງ.

​ເນື້ອໃນຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ; ຮັບຟັງການລາຍງານສະຫຼຸບຜົນການເຄື່ອນ ໄຫວວຽກງານ ກໍ່ສ້າງພັກ-ພະນັກງານ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ; ຮັບຟັງການລາຍງານສະຫຼຸບຜົນງານການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ ເຊິ່ງເຫັນໄດ້ວ່າ ຕະຫຼອດໄລຍະປີ 2022 ທີ່ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີການປັບປຸງກົງຈັກການຈັດຕັ້ງ, ມີການສັບຊ້ອນດຸ່ນດ່ຽງພະນັກງານພາຍໃນ ແຕ່ຍັງສາມາດຮັກສາໄດ້ຄວາມສາມັກຄີພາຍໃນ, ຄວາມເປັນເອກະພາບ ແລະ ມີຄວາມສະຫງົບ; ໄດ້ປັບປຸງກົນໄກວິທີເຮັດວຽກ ໃຫ້ຮັດກຸມ, ຖືກຕ້ອງ, ວ່ອງໄວຂຶ້ນ ສາມາດຮັບປະກັນການປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ  ເປັນຕົ້ນ: ວຽກງານເສນາທິການໄດ້ຍົກສູງຄວາມເປັນເຈົ້າການເປັນງານເສນາທິການ ໃຫ້ແກ່ລັດຖະບານ ກໍ່ຄືທ່ານ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ບົນພື້ນຖານການປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ເອກະສານທາງລັດຖະການຕ່າງໆ; ວຽກປະສານງານ ໄດ້ ເປັນ ເຈົ້າການ ໃນປະສານສົມທົບ ຢ່າງ ແໜ້ນ ແຟ້ນ ແລະ ກົມກຽວກັບ ຫ້ອງ ວ່າການ ສູນ ກາງ ພັກ, ເລຂາທິການ ສະພາ ແຫ່ງ ຊາດ ແລະ ຫ້ອງ ວ່າການ ສຳນັກງານ ປະທານ ປະ ເທດ, ບັນດາ ກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອກະກຽມບັນດາ ເນື້ອ ໃນ   ແລະ ເອກະສານ ຕ່າງໆ ທີ່ ຈະລາ ຍງານ ຕໍ່ກອງປະຊຸມສໍາຄັນຕ່າງໆ, ລວມທັງ ການ ກະກຽມ ໃຫ້ ແກ່ ການ ລົງ ເຄື່ອນ ໄຫວ ວຽກງານ ຂອງ ທ່າ ນນາຍົກ-ບັນດາ ທ່ານຮອງ ນາຍົກລັດຖະມົນຕີ ຢູ່ ທ້ອງ ຖິ່ນ. ວຽກບໍລິການຮັບໃຊ້ ໄດ້ ເປັນ ເຈົ້້າການ ໃນ ການ ກະກຽມສິ່ງ ອໍານວຍ ຄວາມ ສະດວກ ຮອບດ້ານ ໃຫ້ ແກ່ ການ ຈັດ ກອງ ປະຊຸມສຳຄັນຕ່າງໆ ທີ່ນາຍົກ-ຮອງນາຍົກ ລັດຖະມົນຕີ ເປັນປະທານ ມີ ສໍາ ເລັດເປັນ ຢ່າງ ດີ; ໄດ້ກະກຽມສິ່ງ ອຳນວຍຄວາມ ສະດວກ ດ້ານ ຕ່າງໆ ໃນ ການ ຕ້ອນຮັບຮັບແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຢ້ຽມຂໍ່ານັບທ່ານນາຍົກ-ບັນດາຮອງນາຍົກ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ຄະນະນໍາ ຫສນຍ, ລວມທັງ ກອງປະຊຸມ ແລະ ພິທີສຳຄັນລະດັບຊາດ; ໄດ້ ສຸມ ໃສ່ວຽກງານ ໂຄສະ ນາ ບັນດາ ນະ ໂຍບາຍຂອງ ລັດຖະບານ ແລະ ການ ເຄື່ອນ ໄຫວ ວຽກງານ ຢູ່ ພາຍ ໃນ ແລະ ຕ່າງປະ ເທດ ຂອງ ທ່ານນາຍົກ-ບັນດາ ຮອງ ນາຍົກ ລັດຖະມົນຕີ ດ້ວຍຫຼາຍຮູບ ການ ແລະ ຫຼາຍວິທີ; ສຳເລັດດ້ານການບໍລິຫານ-ພິທີການ  ແລະ ການເງິນ ໃນການກະກຽມ ຮັບໃຊ້ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງບັນດານຳຂັ້ນສູງຈາກຕ່າງປະເທດ, ລວມທັງ ການຢ້ຽມຢາມຕ່າງປະເທດ ຂອງທ່ານນາຍົກ-ຮອງນາຍົກລັດຖະມົນຕີ. ທັງໝົດນັ້ນ ໄດ້ປະກອບສ່ວນເຮັດໃຫ້ການເຄື່ອນ ໄຫວວຽກງານຂອງລັດຖະບານ ກໍຄືຂອງທ່ານ ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ສຳເລັດຕາມແຜນທີ່ວາງໄວ້.

​ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ພະນັກງານ-ລັດຖະກອນ ທົ່ວ ຫສນຍ ໄດ້ພ້ອມກັນບຸກໜ້າບືນຕົວ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດຕະຫຼອດໄລຍະ 1 ປີທີ່ຜ່ານມາ. ອັນສຳຄັນ, ເພື່ອສືບຕໍ່ປະຕິບັດຄໍາຂວັນ 3 ໜ້າທີ່ຕົ້ນຕໍ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປສູ່ຄຸນນະພາບໃໝ່ນັ້ນ, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ກ່ອນອື່ນໝົດຄະນະປະຈໍາພັກ, ຄະນະພັກ ຕ້ອງໄດ້ເພີ່ມ ທະວີ ການນໍາພາ-ຊີ້ນໍາວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີຄວາມເປັນເອກະພາບ ແລະ ສາມັກຄີເປັນປຶກແຜ່ນ; ຄຽງຄູ່ກັບການສ້າງບາດລ້ຽວໃໝ່ ການເປັນເສນາທິການ ໃນການຄົ້້ນຄວ້າ ໄດ້ມີການຫັນປ່ຽນຢ່າງແຂງເຮງ ເລິກເຊິ່ງ ຮອບດ້ານ ທາງດ້ານວິຊາການ; ສ້າງກົນໄກປະສານງານ ທີ່ໂລ່ງລ່ຽນ ກົມ ກຽວ; ສະໜອງການບໍລິການຮັບໃຊ້ທີ່ສະດວກ ວ່ອງໄວ, ມີຄຸນນະພາບ ແລະ ກ້າວໄປສູ່ການຫັນປ່ຽນທີ່ຕັ້ງໜ້າ ແລະ ທັນສະໄໝ ໂດຍ 3 ຫັນປ່ຽນຄື: (1) ຫັນປ່ຽນຈາກແນວຄິດຄອງຄອຍ, ລັງເລ, ລໍຖ້າແຕ່ຄຳສັ່ງ, ໄປສູ່ຄວາມເປັນເຈົ້າການ ກວ່າເກົ່າ (2) ຫັນຈາກການເຮັດວຽກບໍ່ມີຈຸດສຸມຈະແຈ້ງ  ໄປສູ່ການເຮັດວຽກຢ່າງມີລະບົບ, ມເຂົ້າສູ່ລະບຽບ, ມີຈຸດສຸມ ແລະ ຄາດໝາຍທີ່ຊັດເຈນ ແລະ (3) ຫັນຈາກລະບົບການເຮັດວຽກຫຼາຍຂັ້ນ ຫຼາຍຂອດ ໄປສູ່ລະບົບການເຮັດວຽກທີ່ສະດວກ, ວ່ອງໄວ,  ແລະ ທັນສະໄໝ ກວ່າເກົ່າ.

​​ໃນໂອກາດດໍາເນີນກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຄັ້ງນີ້, ຍັງໄດ້ມີພິທີປະກາດການຈັດຕັ້ງ ພາຍໃນ ຫສນຍ ເຊິ່ງທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ຈັນທະບູນ ລັດຕະນະວົງ, ຜູ້ຊ່ວຍທ່ານ ນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບໍານານ ແລະ ເອກະສານທີ່ກ່ຽວຂ້ອງ ວ່າດ້ວຍການຍົກຍ້າຍທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງສຶກສາທິການ ແລະ ກິລາ.

 

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

 



ຂ່າວອື່ນໆ