ຄະນະພັກ-ຄະນະນຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າອວຍພອນການນໍາ ກະຊວງປ້ອງກັນປະເທດ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນສຸກ, 20 ມ.ກ 2023 16:00
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ຈະໄດ້ໝູນວຽນມາ ຄົບຮອບ 74 ປີ (20/01/1949-20/01/2023) ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ເຊີດຊູເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ທີ່ໄດ້ປະຕິບັດໜ້າທີ່ ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃຫ້ມີຄວາມສະຫງົບປອດໄພ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການດໍາລົງຊີວິດ, ດໍາເນີນທຸລະກິດ ຂອງທຸກຊັ້ນຄົນໃນສັງຄົມ, ໃນຕອນເຊົ້າ ຂອງວັນທີ 18 ມັງກອນ 2023 ຢູ່ທີ່ກະຊວງປ້ອງກັນປະເທດ ຄະ ນະພັກ-ຄະນະນຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ນຳພາໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນ ຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ຜູ້ຕາງໜ້າບັນດາກົມ, ຫໍປະຊຸມແຫ່ງຊາດ ແລະ ສາມອົງການຈັດຕັ້ງມະຫາຊົນ ຫສນຍ ໄດ້ເຂົ້າຢ້ຽມຂ່ຳນັບອວຍພອນ ແລະ ຊົມເຊີຍ ຄະນະພັກ-ຄະນະບັນຊາ ກະ ຊວງປ້ອງກັນປະເທດ ໂດຍໃຫ້ກຽດຕ້ອນຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດພ້ອມຄະນະ.


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ