ທ່ານລັດຖະມົນຕີປະຈຳ ສນຍ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນປີໃໝ່
ຜູ້ຂຽນ: ພະແນກໂຄສະນາ
ວັນພະຫັດ, 22 ທ.ວ 2022 18:00
ໃນຕອນເຊົ້າ ວັນທີ 22 ທັນວາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນປີໃໝ່ ຄສ 2023 ຂອງສະຫະພັນແມ່ຍິງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງນຳພາຄະນະໂດຍທ່ານ ນາງ ສາຍສະໝອນ ຈັນທະຈັກ, ຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ປະທານສະຫະພັນແມ່ຍິງ ທະນາຄານແຫ່ງ ສປປລາວ.
ແຫຼ່ງ: ຫສນຍ