ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມຂະບວນການປູກຕົ້ນໄມ້
ຜູ້ຂຽນ: ກົມປະຊາສຳພັນ, ພະແນກໂຄສະນາ
ວັນຈັນ, 23 ພ.ພ 2022 10:00
ໃນຕອນເຊົ້າ ວັນທີ 22 ພຶດສະພາ 2022 ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າຄະນະບໍລິຫານງານສູນກາງຊາວໜຸ່ມ ແລະ ບັນດາຊາວໜຸ່ມແຮກສ່ຽວ ກະຊວງ-ອົງການ ອ້ອມຂ້າງສູນກາງ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຢູ່ທີ່ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.


ການປູກຕົ້ນໄມ້ດັ່ງກ່າວ ແມ່ນການປະກອບສ່ວນເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃນທົ່ວປະເທດ ໃຫ້ກວມຫຼາຍກວ່າ 70% ຕາມຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ ເວົ້າລວມ, ເວົ້າສະເພາະ ແມ່ນເພີ່ມເນື້ອທີ່ປົກຫຸ້ມສີຂຽວ ກວມອັດຕາສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບ ຈາກໄພພິບັດທຳມະຊາດ, ພ້ອມກັນນັ້ນ ກໍ່ເປັນການສ້າງຂະບວນການ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ປີນີ້ ໃຫ້ມີຄວາມໝາຍສຳ ຄັນ, ມີຄວາມເບີກບານມ່ວນຊື່ນ, ເຮັດໃຫ້ຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຊາວໜຸ່ມແຮກສ່ຽວ ໄດ້ມີໂອກາດສ້າງກິດຈະກຳຮ່ວມກັນ, ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ຮັດແໜ້ນຄວາມສາມັກຄີ ໃຫ້ແໜ້ນແຟ້ນກວ່າເກົ່າ.

ກິດຈະກຳ ສຳລັບຂະບວນການໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປູກຕົ້ນໄມ້, ຫວ່ານແນວພັນຫຍ້າ, ຢ້ຽມຢາມບັນກິດຈະກຳພາຍໃນສູນ ແລະ ມອບເຄື່ອງຊ່ວຍເຫຼືອນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມ ບ້ານນາຍາງ, ເມືອງນາຊາຍທອງ. ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ ໄດ້ມີຄຳເຫັນກ່າວເນັ້ນໜັກ ໃຫ້ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ອຍຊອນ-ຫ້ວຍຊົ້ວ ເອົາໃຈໃສ່ເສີມຂະຫຍາຍແນວຄິດປະທານ ໄກສອນ ພົມວິຫານ ໂດຍສະເພາະ ຖື 4 ແນວຄິດຕິດພັນການພັດທະນາກະສິກຳ ເພື່ອຄວາມຍືນຍົງ ແລະ ຍາວນານ ຄື: ຕິດພັນກັບການຕະຫຼາດ, ຕິດພັນວຽກງານກໍ່ສ້າງຮາກຖານ, ນໍາໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະກະສິກຳ ແລະ ຕ້ອງຕິດພັນກັບການທອງທ່ຽວ ໃນນັ້ນ ສະເພາະການກໍ່ສ້າງຮາກຖານ ຕ້ອງເສີມຂະຫຍາຍມູນ ເຊື້ອອັນດີງາມຂອງຮາກຖານ, ເຂົ້າໃຈທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຂອງຮາກຖານ ເພື່ອພັດທະນາຮາກຖານ ໃຫ້ມີແນວຄິດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ.

ແຫຼ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ