ທ່ານລັດຖະມົນຕີປະຈຳ ສນຍ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ເມືອງເຊໂປນ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນສຸກ, 23 ຕ.ລ 2020 16:00
ໃນວັນທີ 23 ຕຸລາ 2020 ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ລູກຫຼານ, ຍາດຕິພີ່ນ້ອງ ຊາວເມືອງເຊໂປນ-ຜາບັງ ຈາກນະຄອນຫຼວງວຽງຈັນ ໄດ້ນຳເອົາວັດຖຸປັດໃຈ ໄປມອບ ແລະ ແຈກຢາຍຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ເມືອງເຊໂປນ, ເມືອງວິລະບູລີ, ເມືອງພີນ ແລະ ເມືອງນອງ ແຂວງສະຫວັນນະເຂດ.


ເຄື່ອງທີ່ນຳໄປມອບ ແລະ ແຈກຢາຍຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ ເງິນສົດ 50 ລ້ານກີບ, ເຄື່ອງນຸ່ງຫົ່ມ ຈໍານວນ 60 ແກັດ, ນໍ້າດື່ມ, ເຂົ້າສານ ແລະ ອາຫານແຫ້ງ ຈຳນວນໜຶ່ງ ລວມມູນຄ່າກວ່າ 197 ລ້ານກີບ. ຊຶ່ງການມອບ-ຮັບການຊ່ວຍເຫຼືອດັ່ງກ່າວ, ກ່າວມອບໂດຍທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ ແລະ ກ່າວຮັບແມ່ນທ່ານ ວົງສະຫວັນ ວຽງມະນີ, ເຈົ້າເມືອງໆເຊໂປນ; ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ; ທ່ານ ສາລີ ວິນລາລີ ເຈົ້າເມືອງໆພີນ ແລະ ຕາງໜ້າເມືອງວິລະບູລີ ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຄຽງຄູ່ກັບການມອບເຄື່ອງຊ່ວຍເຫຼືອຜ່ານການຈັດຕັ້ງຂອງເມືອງທີ່ກ່ຽວຂ້ອງແລ້ວ, ຄະນະຂອງທ່ານ ປອ. ສຸວັນເພັງ ບຸບຜານຸວົງ ຍັງໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນ ຢູ່ພື້ນທີ່ໄດ້ຮັບຜົນກະທົບຕົວຈິງ ໂດຍສະເພາະ ບ້ານເຊໂປນເກົ່າ ແລະ ບ້ານວັງຄົດ. ໃນໂອກາດນີ້, ທ່ານ ປອ. ສຸວັນເພັງ ບຸບຜານຸວົງ ໄດ້ຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນ ແລະ ນຳເອົາຄວາມຫວ່ງໃຍຂອງພັກ-ລັດຖະບານ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງ ປຸກລະດົມກຳລັງໃຈ, ຊົມເຊີຍນໍ້າໃຈສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງທຸກພາກສ່ວນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ-ຊີ້ນຳ ຂອງການຈັດຕັ້ງທຸກຂັ້ນ, ການປະກອບສ່ວນຊ່ວຍເຫຼືອ ແລະ ການຮ່ວມມື ຂອງທຸກພາກສ່ວນ ຈະຊ່ວຍເຮັດໃຫ້ການແກ້ໄຂ ແລະ ຟື້ນຟູຜົນກະທົບຄັ້ງນີ້ ຜ່ານໄປໄດ້ໂດຍໄວ. ອັນສຳຄັນ ທ່ານໄດ້ເນັ້ນໜັກ ໃຫ້ທຸກພາກສ່ວນ ພ້ອມກັນເອົາໃຈໃສ່ປົກປັກຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ຍືນຍົງ; ຊຸກຍູ້ສົ່ງເສີມ ປະຊາຊົນ ຈັດຕັ້ງການຜະລິດ ຕາມເງື່ອນໄຂ, ທ່າແຮງ ແລະ ມູນເຊື້ອ ຂອງທ້ອງຖິ່ນ ເພື່ອສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ