ຈຸດປະສົງ ຂອງການເຜີຍແຜ່ເອກະສານສຳຄັນຂອງພັກໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາສະຫາຍສະມາຊິກພັກ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຮັບຮູ້, ເຂົ້າໃຈ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຖືກຕ້ອງ ສອດຄ່ອງຕາມເນື້ອໃນຈິດໃຈ ຂອງບັນດາເອກສານທີ່ໄດ້ນຳມາເຜີຍແຜ່ ເປັນຕົ້ນ ຄຳແນະນຳ ຂອງອະນຸກຳມະການກົດລະບຽບ ແລະ ບຸກຄະລະກອນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ສະບັບເລກທີ 13/ອກ-ບຄ, ລົງວັນທີ 29 ຕຸລາ 2019 ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ X ໃນທົ່ວອົງຄະນະພັກຕົນ; ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 201/ຄຈສພ, ລົງວັນທີ 29 ຕຸລາ 2019 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ກົມການເມືອງສູນກາງພັກ ວ່າດ້ວຍວຽກງານຂະຫຍາຍພັກ; ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ລົງວັນທີ 9 ເມສາ 2019 ວ່າດ້ວຍວຽກງານຂະຫຍາຍພັກ; ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 21 ສິງຫາ 2019 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບ ຂອງຄະນະປະຈຳພັກແຕ່ລະຂັ້ນ.
ພາຍຫຼັງການເຜີຍແຜ່ເອກະສານສຳຄັນຂອງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍັງໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ໃນໂອກາດດັ່ງກ່າວ, ທ່ານ ສຸລິວົງ ບຸນຍະເລດ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303/ນຍ, ລົງວັນທີ 6 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງທ່ານ ນ. ທິບພະກອນ ຈັນທະວົງສາ ເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ຈາກນັ້ນ, ທ່ານ ຄົມສັນ ໄຊຍະສານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງ, ຊັບຊ້ອນພະນັກງານຂັ້ນກົມ ແລະ ຂັ້ນພະແນກ ພາຍໃນ ຫສນຍ ຈຳນວນໜຶ່ງ.
ທ່ານ ປອ. ເພັດ ພົມພິພັກ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ຄວາມໝາຍສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນການປັບປຸງການຈັດຕັ້ງໃນຄັ້ງນີ້. ພ້ອມກັນນັ້ນ ກໍ່ໄດ້ເນັ້ນໜັກໃຫ້ພະນັກງານ ແລະ ສະມາຊິກພັກ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈົ່ງສືບຕໍ່ຮັກສາຄວາມສາມັກຄີ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍ ໂດຍສະເພາະ ການເປັນເສນາທິການຄົ້ນຄວ້າ ໃຫ້ມີຄຸນນະພາບ, ລະອຽດຈະແຈ້ງ, ວ່ອງໄວທັນການ, ຊັດເຈນ ແລະ ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ; ການປະສານງານ ກັບບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີຄວາມຄ່ອງແຄ້ວ, ວ່ອງໄວ ແລະ ກົມກຽວກັນດີ ແລະ ການບໍລິການຮັບໃຊ້ການນຳ ໃຫ້ມີຄວາມສະດວກ ແລະ ວ່ອງໄວ; ສືບຕໍ່ປັບປຸງການຫັນເປັນທັນສະໄໝ ເພື່ອຊ່ວຍໃຫ້ການ ປະຕິບັດວຽກມີຄວາມວ່ອງໄວ, ຊັດເຈນ ແລະ ມີປະສິດທິຜົນເພີ່ມຂຶ້ນ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ກະກຽມກອງປະຊຸມໃຫຍ່ຂອງໜ່ວຍພັກຕົນ ໃຫ້ສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.