ການເຄື່ອນໄຫວຂອງ ຫລບ
ເລືອກຈໍານວນແຖວສະແດງ:
ຫສນຍ ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ VIII

ໃນຕອນບ່າຍ ວັນທີ 22 ກຸມພາ 2023 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VIII ໃຫ້ແກ່ສະມາຊິກພັກ, ພະນັກງານ ພາຍໃນ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານເປີດ ຂອງສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ.

ຫສນຍ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ດ້ານວຽກງານເລຂານຸການ ຂອງການນໍາ ໃຫ້ແກ່ບັນດາເລຂາການນໍາ ແຂວງພາກເໜືອ

ໃນຕອນເຊົ້າ ຂອງວັນທີ 02 ມີນາ 2023 ທີ່ແຂວງອຸດົມໄຊ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດກອງປະຊຸມຝຶກອົບຮົມ ການສ້າງຄວາມເຂັ້ມແຂງ ວຽກງານເລຂານຸການ ໃຫ້ແກ່ພະນັກງານ ທີ່ຮັບຜິດຊອບວຽກງານເລຂານຸການ ແລະ ວຽກງານຄົ້ນຄ້ວາ-ສັງລວມ ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດພິທີຂອງ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ, ເຈົ້າແຂວງອຸດົມໄຊ.

ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V

ໃນວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ອົງຄະນະພັກ ຫສນຍ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V, ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ.

ຫສນຍ ສະຫຼຸບວຽກງານ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023

ໃນຕອນເຊົ້າວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023.

ຄະນະພັກ-ຄະນະນຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າອວຍພອນການນໍາ ກະຊວງປ້ອງກັນປະເທດ

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ຈະໄດ້ໝູນວຽນມາ ຄົບຮອບ 74 ປີ (20/01/1949-20/01/2023) ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ເຊີດຊູເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ.

ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ ໄປຊາຍແດນ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

​ໃນຕອນບ່າຍວັນທີ 3 ມັງກອນ 2023 ທີ່ເມືອງໂຂງ, ແຂວງຈຳປາສັກ ໄດ້ຈັດພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ຈາກສະຖານີໄຟຟ້າ ບ້ານຫາດ, ເມືອງໂຂງ, ແຂວງຈຳປາສັກ ໄປຫາຊາຍແດນ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ

ທ່ານລັດຖະມົນຕີປະຈຳ ສນຍ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນປີໃໝ່

ໃນຕອນເຊົ້າ ວັນທີ 22 ທັນວາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນປີໃໝ່ ຄສ 2023 ຂອງສະຫະພັນແມ່ຍິງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບ ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງຣາຊະອານາຈັກ ໄທ

ໃນຕອນແລງ ວັນທີ 21 ທັນວາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ວະຣາວຸດ ສິນລະປະອາຊາ, ລັດຖະມົນຕີກະຊວງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.

ຫສນຍ ດຳເນີນການທາບທາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ

​ໃນຕອນເຊົ້າ ວັນທີ 21 ທັນວາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມທາບທາມ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ຄອບຄົວການນຳຂັ້ນສູງ ມອບເຄື່ອງຊ່ວຍເຫຼືອໂຮງຮຽນ ແລະ ຜູ້ທຸກຍາກດ້ອຍໂອກາດ ຢູ່ແຂວງສາລະວັນ

ວັນທີ 26 ພະຈິກ 2022 ຄອບຄົວບັນດາການນຳຂັ້ນສູງ, ອົງການຈັດຕັ້ງສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຊິ່ງນຳໂດຍທ່ານ ນາງ ວຽງເງິນ ໄຂຄຳພິທູນ, ພັນລະຍາຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແລະ ອົງການປົກຄອງແຂວງສາລະວັນ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບຊ່ວຍເຫຼືອປະຊາຊົນ ແລະ ນັກຮຽນທີ່ທຸກຍາກ-ດ້ອຍໂອກາດ ຢູ່ແຂວງສາລະວັນ ໂດຍມີການນຳຂອງແຂວງ, ການນຳຂອງເມືອງ, ອົງການປົກຄອງບ້ານ, ປະຊາຊົນ, ຄູອາຈານ ແລະ ນັກຮຽນ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຫສນຍ ຈັດພິທີເຜີຍແຜ່ເອກະສານສຳຄັນ ຂອງພັກ-ລັດ

ໃນຕອນເຊົ້າ ວັນທີ 25 ພະຈິກ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີເຜີຍ ແຜ່ເອກະສານສຳຄັນ ຂອງພັກ-ລັດ ແລະ ພິທີປະກາດການຈັດຕັ້ງ ພາຍໃຕ້ການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ຫສນຍ ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ໃນຕອນເຊົ້າ ວັນທີ 12 ຕຸລາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປາຖະກະຖາເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

ຫສນຍ ຝຶກອົບຮົມ ສ້າງຄວາມເຂັ້ມແຂງທາງດ້ານວຽກງານເລຂານຸການຂອງການນຳ

ໃນຕອນເຊົ້າ ຂອງວັນທີ 05 ຕຸລາ 2022 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດກອງປະຊຸມການຝຶກອົບຮົມ ການສ້າງຄວາມເຂັ້ມແຂງ ວຽກງານເລຂານຸການຂອງການນຳ ໃຫ້ແກ່ບັນດາເລຂາການນຳ ພາຍໃນ ຫສນຍ ໂດຍການໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ;

ຫສນຍ ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ VII

ໃນຕອນບ່າຍ ວັນທີ 16 ກັນຍາ 2022 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດຊຸດຝຶກອົບຮົມ ບຳລຸງທິດສະດີ ການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VII ໃຫ້ແກ່ສະມາຊິກພັກ, ພະນັກງານ ພາຍໃນ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມພິທີເປີດ ຂອງສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;

ຫສນຍ ພົບປະ ແລະ ແລກປ່ຽນບົດຮຽນ ກັບ ຫລບ ຫວຽດນາມ

ໃນຕອນເຊົ້າ ຂອງວັນທີ 9 ກັນຍາ 2022 ຢູ່ທີ່ ແຂວງເຫງະອານ, ສສ ຫວຽດນາມ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ລັດຖະມົນຕີ

ຄະນະຜູ້ແທນ ຫສນຍ ເຂົ້າຢ້ຽມຂໍ່ານັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ

​​​​​​​ໃນຕອນແລງ ວັນທີ 9 ກັນຍາ 2022 ຄະນະຜູ້ແທນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແຫ່ງ ສປປ ລາວ ນຳໂດຍທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢູ່ທີ່ຫ້ອງວ່າການລັດຖະບານຫວຽດນາມ.

ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ເຄື່ອນໄຫວ ຕິດຕາມຊຸກຍູ້ວຽກງານ ຢູ່ແຂວງ ຈໍາປາສັກ

ໃນວັນທີ 29 ສິງຫາ 2022 ທີ່ຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ)

ຫສນຍ ຈັດພິທີເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

​ໃນຕອນເຊົ້າ ວັນທີ 24 ສິງຫາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປາຖະກະຖາເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ພາຍໃຕ້ການເປັນປະທານ ທ່ານ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,

ຫສນຍ ມອບໃບຢັ້ງຢືນການກໍ່ສ້າງໜ່ວຍພັກ ປະຈຳປີ 2021

ໃນຕອນແລງ ວັນທີ 28 ກໍລະກົດ 2022 ອົງຄະນະພັກຫ້ອງວ່າການສຳນັກງານາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ເປີດຂະບວນການແຂ່ງຂັນ ປະຈຳປີ 2022 ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ ຫສນຍ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທົ່ວ ຫສນຍ ເຂົ້າຮ່ວມ.

ຫສນຍ ຈັດພິທີ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ໃນຕອນເຊົ້າ ວັນທີ 27 ກໍລະກົດ 2022 ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;