ກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນສຸກ, 26 ພ.ພ 2023 12:00
ໃນຕອນເຊົ້າວັນທີ 25 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດເປັນປະທານກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ຂອງ ສປປ ລາວ ປະຈຳປີ 2023 ພາຍໃຕ້ຫົວຂໍ້: "ການເລັ່ງການຟື້ນຟູການຮຽນຮູ້ໃນສະພາບການຂອງໂຄວິດ-19"; ມີບັນດາທ່ານລັດຖະມົນຕີ, ຮອງລັດຖະ ມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ແຂວງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ຊຶ່ງໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການພັດທະນາຊັບສິນດ້ານມະນຸດໃນໄລຍະຜ່ານມາ ແລະ ຊອກຫາທິດທາງ, ວິທີການ ແລະ ມາດຕະການ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ, ລວມທັງ ການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ໃນຫຼາຍດ້ານ ເປັນຕົ້ນ ດ້ານເສດຖະກິດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວັດທະນະທຳ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ. ໄລຍະຜ່ານມາ, ລັດຖະບານ ສປປ ລາວ ໄດ້ມີຄວາມພະຍາຍາມຢ່າງເຕັມທີ່ ໃນການຮັບປະກັນການສຶກສາທີ່ມີຄຸນນະພາບ ສຳລັບເດັກນ້ອຍທຸກຄົນ ໃນ ສປປ ລາວ ຊຶ່ງໄດ້ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນພັດທະນາ ຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ IX ໃນນັ້ນ ເປົ້າ ໝາຍລວມຂອງ ແຜນພັດທະນາດັ່ງກ່າວ ເພື່ອຮັບປະກັນວ່າ ສປປ ລາວ ມີລະບົບການສຶກສາ ທີ່ສາມາດພັດທະນາ ຊັບສິນດ້ານມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ທັກສະດ້ານຕ່າງໆ, ມີຄຸນສົມບັດສິນທໍາປະຕິວັດ, ຮັກປະເທດຊາດ ມີລະບຽບວິໄນ, ມີສຸຂະພາບກາຍ ແລະ ຈິດໃຈທີ່ແຂງແຮງ, ຮັກການຮຽນຮູ້ຕະຫຼອດຊີວິດ, ສ້າງຄົນໃຫ້ກາຍເປັນຊັບສິນດ້ານມະນຸດ ທີ່ມີຄຸນນະພາບ ເພື່ອປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ແລະ ຍືນຍົງ. ພ້ອມກັນນັ້ນ ກໍ່ໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງຊັບສິນດ້ານມະນຸດ ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການພັດທະນາຊັບສິນດ້ານມະນຸດ ຂອງ ສປປ ລາວ, ຕະຫຼອດຮອດ ການພັດທະນາດ້ານຊັບສິນມະນຸດ ຂອງບັນດາປະເທດ ທີ່ມີຜົນສຳເລັດສູງ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ບັນດາກະຊວງ-ອົງການຂັ້ນສູນກາງ, ບັນດາແຂວງ, ນະຄອນຫຼວງວຽງຈັນ, ຄູ່ຮ່ວມພັດທະນາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊັບສິນດ້ານມະນຸດ ຂອງ ສປປ ລາວ, ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສໍາເລັດ ແລະ ມີຄວາມຄືບໜ້າຫຼາຍດ້ານເປັນຕົ້ນແມ່ນ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ແລະ ຂອບໃຈທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ພວກເຮົາສາມາດເປີດປະເທດໄດ້ ແລະ ສາມາດກັບມາດຳລົງຊີວິດແບບປົກກະຕິ ແລະ ສາມາດຈັດການຮຽນ-ການສອນ ໃຫ້ນັກຮຽນໄດ້ກັບມາຮຽນຄືນແບບປົກກະຕິ.

ເນື້ອໃນການດຳເນີນກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນ ຈາກພາກສ່ວນຕ່າງໆ ເປັນຕົ້ນ ການລາຍງານກ່ຽວກັບ ການເລັ່ງຟື້ນຟູຜົນການຮຽນຮູ້ໃນສະພາບການ ໂຄວິດ-19 ຢູ່ ສ ປປ ລາວ ຂອງທ່ານລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ; ການລາຍງານ ກ່ຽວກັບການລົງທຶນເພື່ອການສຶກສາ ໃນສະພາບການ ໂຄວິດ-19 ຢູ່ ສ ປປ ລາວ ຂອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ; ການປະກອບຄຳເຫັນ ຂອງຜູ້ອໍານວຍການ ຂະແໜງການພັດທະນາຊັບພະຍາກອນມະນຸດ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງທະນາຄານໂລກ; ການປະກອບຄຳເຫັນ ຂອງຜູ້ອໍານວຍການ ຫ້ອງການທະນາຄານໂລກ ປະຈໍາປະເທດກໍາປູເຈຍ, ລາວ ແລະ ມຽນມາ; ການປະກອບຄຳເຫັນ ຂອງຫົວໜ້າອົງການ ຢູນີເຊັບ ປະຈໍາ ສປປ ລາວ; ການສົນທະນາ ຖາມ-ຕອບ, ແລກປ່ຽນປະສົບການຈາກສາກົນ ກ່ຽວກັບການ ຟື້ນ ຟູ ແລະ ຄວາມ ຢືດ ຢຸ່ນ ຂອງ ຂະ ແໜງ ການ ສຶກສາ ເປັນ ກຸນ ແຈ ໃນ ການ ພັດທະນາ ຊັບສິນດ້ານ ມະນຸດ; ການສົນທະນາ ຖາມ-ຕອບ, ແລກປ່ຽນປະສົບການຈາກທ້ອງຖິ່ນ ກ່ຽວກັບການ ຟື້ນ ຟູ ແລະ ຄວາມ ຢືດ ຢຸ່ນ ຂອງ ຂະ ແໜງ ການ ສຶກສາ; ສະຫຼຸບ ແລະ ສັງລວມວາລະການສົນທະນາ ໂດຍເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ; ແລະ ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ຖະແຫຼງການແຫ່ງຊາດ ກ່ຽວກັບຜົນກອງ ປະ ຊຸມ ສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ແລະ ກ່າວປິດກອງປະຊຸມ.

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ