ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງການຕ່າງປະເທດອົດສະຕຣາລີ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພຸດ, 17 ພ.ພ 2023 09:00
ໃນຕອນເຊົ້າ ວັນທີ 16 ພຶດສະພາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ເພັນນີ ວອງ (Penny Wong), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 15-16 ພຶດສະພາ 2023 ເພື່ອສືບຕໍ່ ຮັດ ແໜ້ນ ສາຍ ພົວພັນ ມິດຕະພາບ ແລະ ການ ຮ່ວມ ມື ອັນ ດີງາມ ລະຫວ່າງ ສປປ ລາວ ແລະ ອົດ ສະຕຣາລີ.


ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຂອບໃຈ ຕໍ່ຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນ ໃນໂອກາດທີ່ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ຄົນໃໝ່ ໃນທ້າຍປີ 2022 ທີ່ຜ່ານມາ ຈາກທ່ານນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ລວມທັງ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງ ສປປ ລາວ; ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ອົດສະຕຣາລີ ຕະຫຼອດໄລຍະ 70 ປີທີ່ຜ່ານມາ ເຊິ່ງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຮັບຜົນສຳເລັດ ໃນຫຼາຍດ້ານ; ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍເຫຼືອເພື່ອການພັດທະນາ, ການຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລວມທັງ ການສະໜອງວັກຊີນກັນພະຍາດດັ່ງກ່າວ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ ແລະ ອື່ນໆ ໂດຍຫວັງຢ່າງຍິ່ງວ່າໃນອະນາຄົດ ຝ່າຍອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຕື່ມອີກ; ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງຫ້ອງການທີ່ປຶກສາທູດດ້ານການປ້ອງກັນຊາດຂອງອົດສະຕຣາລີ ປະຈຳ ສປປ ລາວ; ຖືໂອກາດນີ້ ສະເໜີໃຫ້ສອງກະຊວງການຕ່າງປະເທດ ລາວ ແລະ ອົດສະຕຣາລີ ສືບຕໍ່ເຮັດວຽກຮ່ວມກັນ ເພື່ອຍົກລະດັບການຮ່ວມມື ເປັນຄູ່ຮ່ວມມືຮອບດ້ານ ໃນອະນາຄົດ; ສປປ ລາວ ມີຄວາມພ້ອມ ແລະ ຄວາມຍິນດີ ຈະຮັບພິຈາລະນາແຜນການປະຕິບັດ (Concept Paper) ທີ່ຝ່າຍອົດສະຕຣາລີ ສະເໜີ, ໄດ້ສະເໜີຝ່າຍອົດສະຕຣາລີ ສືບຕໍ່ຊຸກຍູ້ນັກລົງທຶນອົດສະຕຣາລີ ມາລົງທຶນ ຢູ່ ສປປ ລາວ ໃນຂະແໜງການທີ່ມີທ່າແຮງ ໃຫ້ຫຼາຍຂຶ້ນຕື່ມອີກ ໂດຍສະເພາະ ໃນຂະແໜງພະລັງງານສະອາດ, ເສດຖະກິດດິຈິຕອນ, ກະສິກຳທັນສະໄໝ ແລະ ອື່ນໆ. ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງສະແດງຄວາມຍິນດີ ໃນການສືບຕໍ່ເຮັດໜ້າທີ່ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ (2021-2024) ເພື່ອເພີ່ມທະວີການຮ່ວມມື ອາຊຽນ-ອົດສະຕຣາລີ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງ ຍິນດີທີ່ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ທີ່ອົດສະຕຣາລີ ຈະເປັນເຈົ້າພາບ ໃນປີ 2024. ພ້ອມດຽວກັນ ກໍ່ຝາກຄຳເຊື້ອເຊີນ ໄປຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ ຕື່ມອີກ.


ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ຜົນສຳເລັດ ໃນການເຮັດວຽກຮ່ວມກັບກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ