ທ່ານ ນາຍົກລັດຖະມົນຕີ ພົບປະກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນຈັນ, 15 ພ.ພ 2023 15:00
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ, ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ, ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະ ຫວ່າງ ສປປ ລາວ ກັບ ບຣູໄນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ສຳລັບການພົບປະກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ຝ່າຍລາວ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາາກ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ມາຍັງ ສົມເດັດ ຊຸນຕານ ແລະ ເຊື້ອເຊີນດຳເນີນການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ເພື່ອຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ 2 ບົດບັດທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມືດ້ານກະສິກຳ ແລະ ພະລັງງານ ທີ່ໄດ້ລົງນາມກັນໃນປີ 2022 ໃຫ້ເກີດເປັນຮູບປະທຳ ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ຫນ້າ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ລາວ-ບຣູໄນ. ໃນໂອກາດດຽວກັນ, ຝ່າຍລາວ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ 2024, ສປປ ລາວ ພ້ອມຈະເຮັດວຽກຮ່ວມກັນກັບ ຝ່າຍບຣູໄນ ກໍຄື ຜູ້ນຳປະເທດສະມາຊິກອາຊຽນອື່ນໆ ເພື່ອຜົນປະໂຫຍດລວມຂອງຄອບຄົວອາຊຽນ ກໍຄື ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງຍິ່ງຂຶ້ນ.


ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ.
ພາບໂດຍ: ກົມປະຊາສຳພັນ, ຫສນຍ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ