ທ່ານ ນາຍົກລັດຖະມົນຕີ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນຈັນ, 15 ພ.ພ 2023 15:00
ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ.


ໃນກອງປະຊຸມວົງແຄບຄັ້ງນີ້, ຜູ້ນຳອາຊຽນ ໄດ້ຮັບຊາບການລາຍງານຂອງປະທານອາຊຽນ ກໍຄືຫ້ອງການຂອງທູດພິເສດຂອງປະທານອາຊຽນວ່າດ້ວຍມຽນມາ ໃນການອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາໃນ ມຽນມາ ແລະ ໃນໂອກາດນີ້, ຜູ້ນໍາອາຊຽນ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນຳອາຊຽນ ກ່ຽວກັບເຫດການໂຈມຕີຂະບວນລົດຂອງສູນປະສານງານອາຊຽນເພື່ອການຊ່ວຍເຫຼືອດ້ານມະນຸດສະທໍາ ໃນເວລາເກີດໄພພິບັດ ແລະ ທີມງານຕິດຕາມຂອງອາຊຽນໃນມຽນມາ. ໃນໂອກາດນີ້, ກອງປະຊຸມ ກໍໄດ້ປຶກສາຫາລືປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ແລະ ຮັບຊາບຄວາມຄືບໜ້າຂອງການກະກຽມບູລິມະສິດຕ່າງໆຂອງອິນໂດເນເຊຍ ເພື່ອຜັນຂະຫຍາຍເອກະສານດັ່ງກ່າວ ເຊັ່ນ: ຂໍ້ລິເລີ່ມ ເສດຖະກິດແບບມີຫົວຄິດປະດິດສ້າງ, ພື້ນຖານໂຄງລ່າງ, ທຸລະກິດ ແລະ ການລົງທຶນ ແລະ ບົດບາດຂອງຊາວໜຸ່ມໃນການພັດທະນາດີຈີຕອນ ສໍາລັບເປົ້າໝາຍການພັດທະນາແບບຍືນຍົງ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງຄວາມເປັນແກນກາງຂອງອາຊຽນໃນໂຄງການສ້າງຮ່ວມມືຂອງພາກພື້ນ, ໂດຍຜ່ານບັນດາກົນໄກການຮ່ວມທີ່ອາຊຽນສ້າງຕັ້ງຂຶ້ນ.


ພາຍຫລັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ພົບປະສອງຝ່າຍ ກັບ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຮ່ວມກັນ.
ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ.
ພາບໂດຍ: ກົມປະຊາສຳພັນ, ຫສນຍ.
......................
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ