ນາຍົກລັດຖະມົນຕີ ພົບປະກັບທ່ານ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນຈັນ, 15 ພ.ພ 2023 15:00
/DSC_0934_e.jpg)
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ໄດ້ຈັດຂຶ້ນຢູ່ ລາບວນ, ບາໂຈ ປະເທດອິນໂດເນເຊຍ ໃນລະຫວ່າງ ວັນທີ 9-11 ພຶດສະພາ 2023; ໃນຕອນບ່າຍຂອງວັນທີ 10 ພຶດສະພາ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.
/DSC_0940.jpg)
/DSC_0953.jpg)
ໃນການພົບປະກັນຄັ້ງນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ລັດຖະບານ ກໍຄື ປະຊາ ຊົນ ມາເລເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນວຽກງານການພັດທະນາຊັບພະຍາກອນມະນຸດຂອງລາວ, ເຊິ່ງນັບແຕ່ປີ 1991 ເປັນຕົ້ນມາ ເຫັນວ່າມີຜູ້ເຂົ້າຮ່ວມຫຼັກສູດຝຶກອົບຮົມ ຫຼາຍກວ່າ 1.700 ຄົນ ໃນຫຼາຍຂະແໜງ ການ ໂດຍຜ່ານໂຄງການຮ່ວມມືດ້ານເຕັກນິກຂອງມາເລເຊຍ; ລັດຖະບານ ມາເລເຊຍ ຍັງໄດ້ສະໜອງວັກແຊັງ ແລະ ອຸປະກອນການແພດແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ເຊິ່ງໄດ້ຊ່ວຍໃຫ້ ປະຊາຊົນລາວ ສາມາດກັບມາໃຊ້ຊີວິດໄດ້ແບບປົກກະຕິ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ໃນໄລຍະຜ່ານມາ, ເຊິ່ງສາມາດບັນລຸໄດ້ຫຼາຍກວ່າ 767 ລ້ານໂດລາສະຫະລັດ ໃນປີ 2023; ມາເລເຊຍ ຍັງຖືກຈັດເປັນອັນດັບ 6 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ສ່ວນການຄ້າສອງຝ່າຍ ມີມູນຄ່າພຽງ 27 ລ້ານໂດລາສະຫະລັດ ໃນປີ 2022 ແລະ ສອງຝ່າຍ ຍັງເຫັນດີຈະສືບຕໍ່ສົ່ງເສີມວຽກງານການຄ້າການລົງທຶນ ໂດຍສະເພາະ ການບໍລິການໃນການເຊື່ອມໂຍງເຊື່ອມຈອດ ແລະ ການແປຮູບ ເພື່ອເປັນສິນຄ້າສົ່ງອອກ, ການສົ່ງເສີມດ້ານການຜະລິດກະສິກຳ, ການຊື້-ຂາຍພະລັງງານໄຟຟ້າ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.
ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ.
ພາບໂດຍ: ກົມປະຊາສຳພັນ, ຫສນຍ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ