ນາຍົກລັດຖະມົນຕີ ພົບປະກັບທ່ານ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 15 ພ.ພ 2023 15:00

​​​

        ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບທ່ານ ນາຍົກລັດຖະມົນຕີ ແຫ່ງ ສ.ສິງກະໂປ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ໄດ້ຈັດຂຶ້ນຢູ່ ລາບວນ, ບາໂຈ ປະເທດອິນໂດເນເຊຍ ໃນລະຫວ່າງ ວັນທີ 9-11 ພຶດສະພາ 2023.


​​​

        ​ການພົບປະກັບທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສ.ສິງກະໂປ ຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່່ການພົວພັນຮ່ວມມືທີ່ດີ ລະຫວາງ ລາວ-ສິງກະໂປ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ຕະຫຼອດໄລຍະເກືອບ 5 ທົດສະວັດ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຄ້າສອງຝ່າຍ ແລະ ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ນັບມື້ຂະຫຍາຍຕົວຕໍ່ເນື່ອງ, ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານໄຟຟ້າ ກໍຄື ການຊື້-ຂາຍພະລັງງານໄຟຟ້າ ທີ່ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ, ໃນນັ້ນ ຝ່າຍລາວ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ປຶກສາຫາລືກັນ ໃນການເພີ່ມທະວີປະລິມານການຊີ້-ຂາຍ ຂຶ້ນຕື່ມ ຈາກ 100-300 ກິໂລວັດໂມງ (Kwh), ເຊິ່ງຈະເປັນການປະກອບ ສ່ວນສຳຄັນເຂົ້າໃນໝາກຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນີ້, ຝ່າຍ ສິງກະໂປ ໄດ້ເຫັນດີຈະຊຸກຍູ້ບັນດານັກທຸລະກິດຂອງຕົນ ໃຫ້ເຂົາໄປລົງທຶນຢູ່ ສປປ ລາວ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນ ດ້ານພະລັງງານ, ການທ່ອງທ່ຽວ ແລະ ການຂົນສົ່ງທາງບົກ ເພື່ອແນໃສ່ເປັນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ໃນໂອກາດດຽກັນ, ຝ່າຍລາວ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອ ດ້ານການພັດທະນາຊັບພະຍາກອນມະນຸດ, ການໃຫ້ທຶນການສຶກສາ, ການຊ່ວຍເຫຼືອດ້ານສາທາລະນະສຸກ ໂດຍສະເພາະວຽກງານຕ້ານໂຄວິດ-19 ແລະ ການຊ່ວຍເຫຼືອໃນຂອບການຮ່ວມມືອາຊຽນ ແກ່ ສປປ ລາວ ກໍ່ຄື ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້.

ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ.

ພາບໂດຍ: ກົມປະຊາສຳພັນ, ຫສນຍ.

 

 


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ຂ່າວອື່ນໆ