ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະຜູ້ນໍາປະເທດ ສ. ຟິລິບປິນ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 15 ພ.ພ 2023 12:00

        ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສ. ຟິລິບປິນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.


        ໃນການພົບປະກັບ ພະນະທ່ານ ເຟີດີນານ ໂຣມອນເດດ ມາກອດ ຈູເນຍ, ປະທານາທິບໍດີ ແຫ່ງ ສ. ຟິລິບປິນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ລະຫວ່າງ ລາວ-ຟິລິບປິນ ທີ່ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ພ້ອມນີ້ ກໍ່ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ; ເຫັນດີຊຸກຍູ້ການຈັດຕັ້ງປະຕິບັດການຮ່ວມມື ໂດຍຜ່ານກົນໄກຮ່ວມມື JCBC, ເຊິ່ງເປັນກົນໄກຫຼັກຂອງການຮ່ວມມືສອງຝ່າຍ ແລະ ເປັນສ່ວນສຳຄັນໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເຊິ່ງປະຈຸບັນ ສອງກະຊວງການຕ່າງປະເທດ ກຳລັງກະກຽມການຈັດກອງປະຊຸມກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະ ຫວ່າງ ສປປ ລາວ-ສ.ຟິລິບປິນ JCBC ຄັ້ງທີ 2 ໃນປີ 2023 ນີ້. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ ແລະ ການລົງທຶນຂອງ ຟິລິບປິນ ຢູ່ ສປປ ລາວ ສາມາດບັນລຸໄດ້ 14.461.000 ໂດລາສະຫະ ລັດ, ເຊິ່ງມີທ່າອ່ຽງ ຂະຫຍາຍຕົວຕໍ່ເນື່ອງໃນຊຸມປີຜ່ານມາ, ໃນນັ້ນ ຝ່າຍຟິລິບປິນ ຍິນດີສືບຕໍ່ຊຸກຍູ້ລະດົມນັກລົງທຶນຂອງຕົນ ເພື່ອສຶກສາຊ່ອງທາງຄວາມເປັນໄປໄດ້ໃນການລົງທຶນໃນຂະແໜງການຕ່າງໆ ທີ່ມີທ່າແຮງຮ່ວມກັນ ເພື່ອແນໃສ່ສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຕື່ມໃນອະນາຄົດ. ພ້ອມດຽວກັນນີ້, ສອງຝ່າຍ ຍັງເຫັນດີຈະສືບຕໍ່ການຮ່ວມມືດ້ານຊັບພະຍາກອນມະນຸດ, ສາທາລະນະສຸກ, ສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາແບບຍືນຍົງ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຟິລິບປິນ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ຄັ້ງຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນການເປັນປະທານອາຊຽນ ປີ 2024.

ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ.

ພາບໂດຍ: ກົມປະຊາສຳພັນ, ຫສນຍ.

 


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ຂ່າວອື່ນໆ