ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 15 ພ.ພ 2023 11:00


ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ໄດ້ຈັດຂຶ້ນຢູ່ ລາບວນ, ບາໂຈ ປະເທດອິນໂດເນເຊຍ, ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023 ນີ້, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ໃນການພົບປະກັບ ສະຫາຍ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນຢ່າງຕໍ່ເນື່ອງ. ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫຼາຍໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມ ແມ່ນ ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳ ແລະ ມີຜົນສໍາເລັດຕາມແຜນການ ທີ່ກໍານົດໄວ້. ພ້ອມນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ໂຄງການສະໜາມບິນໜອງຄ້າງ ແລະ ໂຄງການໂຮງໝໍມິດຕະພາບແຂວງຊຽງຂວາງ ແມ່ນໄດ້ສຳເລັດການກໍ່ສ້າງ ແລະ ກຳລັງຢູ່ໃນຂັ້ນຕອນຈັດພິທີມອບ-ຮັບ ໃນເວລາໃກ້ໆນີ້. ສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ເປັນຕົ້ນ ໂຄງ ການທ່າເຮືອຫວຸງອາງ, ໂຄງການພະລັງງານໄຟຟ້າເຊຂະໝານ 3, ໂຄງການບໍ່ເກືອກາລີ, ແຂວງຄຳມ່ວນ ແລະ ໂຄງ ການອື່ນໆ. ນອກນີ້, ສອງຝ່າຍ ຍິນດີສືບຕໍ່ໃຫ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໃນນັ້ນ ຝ່າຍຫວຽດນາມ ຍິນດີໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

ພາບໂດຍ: ກົມປະຊາສຳພັນ, ຫສນຍ


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ຂ່າວອື່ນໆ