ນາຍົກລັດຖະມົນຕີ ພົບປະກັບຜູ້ນຳປະເທດເພື່ອນມິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພະຫັດ, 11 ພ.ພ 2023 09:00
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນປະທານອາຊຽນ ປີ 2023 ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນ ເມືອງລາບວນ ບາໂຈ, ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 9 ພຶດສະພາ 2023, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42, ພາຍໃຕ້ຄໍາຂວັນ "ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ" ກອງປະຊຸມດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ພຶດສະພາ 2023.


ໃນຕອນແລງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະສອງຝ່າຍກັບ ພະນະທ່ານ ໂຈໂກ ວິໂດໂດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ. ໃນການພົບປະ ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການເຊື້ອເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ເປັນຄັ້ງທຳອິດພາຍຫຼັງທີ່ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ ໂຈໂກ ວິໂດໂດ ການເປັນເຈົ້າພາບປະທານອາຊຽນ ຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ອິນໂດເນເຊຍ ທີ່ໄດ້ສືບຕໍ່ຮັກສາການພົວພັນທີ່ດີນຳກັນຕະຫຼອດມາ, ສອງຝ່າຍ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ໄດ້ມີການຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນ ຈະເພີ່ມທະວີຊຸກຍູ້ການພົວພັນຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ການຄ້າ-ການລົງທຶນ, ການສົ່ງ ເສີມການຮ່ວມມືສອງຝ່າຍ ພາກເອກະຊົນ ດ້ານພະລັງງານເຊື້ອໄຟ, ການພັດທະນາໂຄງລ່າງການເຊື່ອມໂຍງ-ເຊື່ອມຈອດ, ການທ່ອງທ່ຽວ ແລະ ອື່ນໆ ຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປະສານສົມທົບກັນເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງປະເທດ ໄດ້ເຫັນດີແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີໝາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນຂອງສອງປະເທດ.

ໃນຕອນແລງວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຕາອຸລ ມາຕັນ ຣວກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ, ເຊິ່ງສອງຝ່າຍເຫັນດີຈະເພີ່ມທະວີການພົວພັນຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ. ພ້ອມນີ້ ກໍ່ໄດ້ປຶກສາຫາລືກັນ ກ່ຽວກັບການຈັດຕັ້ງກົນໄກການຮ່ວມມືສອງຝ່າຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນໃນຕໍ່ໜ້າ. ສອງຝ່າຍມີຄວາມຍິນດີ ທີ່ຈະແລກປ່ຽນບົດຮຽນ ແລະ ໃຫ້ການຊ່ວຍເຫຼືອສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ