ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປີດການແຂ່ງຂັນກິລາຄົນພິການ ແຫ່ງຊາດ ຄັ້ງທີ III

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 20 ກ.ພ 2023 15:00

ໃນຕອນເຊົ້າວັນທີ 18 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ, ແຂວງຊຽງຂວາງ ໄດ້ຈັດພິທີປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫຼື ຊຽງຂວາງ ພາຣາເກມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານປີດ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກ ຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຄະນະຄູຝຶກ, ນັກກິລາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາຄົນພິການແຫ່ງຊາດ ທີ່ໄດ້ຈັດຂຶ້ນຢູ່ ແຂວງຊຽງຂວາງ ຄັ້ງນີ້ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8 ກຸມພາ 2023 ແລະ ຈັດມີພິທີເປີດຢ່າງເປັນທາງການ ໃນວັນທີ 14 ກຸມພາ 2023 ເຊິ່ງດໍາເນີນມາຮອດມື້ນີ້ວັນທີ 18 ກຸມພາ 2023 ສິ້ນສຸດລົງດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ຕະຫຼອດການແຂ່ງຂັນມີການຊີງຫຼຽນໄຊທັງໝົດ ຈໍານວນ 7 ປະ ເພດກິລາ, ມີການຊີງຫຼຽນທັງໝົດ ຈໍານວນ 405 ຫຼຽນ, ເຊິ່ງໃນນີ້ ມີການຊີງຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 135 ຫຼຽນ, ມີນັກກິລາເຂົ້າຮ່ວມຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ; ສໍາລັບຜົນຂອງການແຂ່ງຂັນ ທີມນັກກິລາທີ່ສາມາດຍາດໄດ້ ຫຼຽນມາຄອງຫຼາຍກວ່າໝູ່ ໄດ້ແກ່ທີມນັກກິລາຈາກນະຄອນຫຼວງວຽງຈັນ ເຊິ່ງສາມາດຍາດມາໄດ້ 34 ຫຼຽນຄຳ, 22 ຫຼຽນເງິນ, 10 ຫຼຽນທອງ ລວມ 66 ຫຼຽນ, ລຳດັບສອງທີມນັກກິລາຈາກແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ 16 ຫຼຽນເງິນ, 09 ຫຼຽນທອງ ລວມ 41 ຫຼຽນ ແລະ ລຳດັບສາມ ແມ່ນທີມນັກກິລາຈາກແຂວງຊຽງຂວາງ ຍາດໄດ້ 14 ຫຼຽນຄຳ, 15 ຫຼຽນເງິນ ແລະ 04 ຫຼຽນທອງ ລວມ 33 ຫຼຽນ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ   ໃນນາມຕາງໜ້າລັດຖະບານ ໄດ້ສະແດງຄວາມຊົມ ເຊີຍ ຕໍ່ຄະນະຮັບຜິດຊອບຈັດການແຂ່ງຂັັນ, ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາຄະນະຄູຝຶກ, ກຳມະການ ຕັດສິນ, ນັກກິລາ, ຜູ້ປະກອບການ, ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບ ສ່ວນ ຈັດງານແຂ່ງຂັນກິລາຄັ້ງນີ້ ຈົນປະສົບຜົນສຳເລັດ ຕາມລະດັບຄາດໝາຍທີ່ກຳນົດໄວ້. ຜົນສຳເລັດດັ່ງກ່າວ ສະ ແດງເຖິງການນຳພາ ທີ່ຖືກຕ້ອງ ຂອງພັກ-ລັດ, ຄວາມສາມັກຄີເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະ ຫຼະຂອງການຈັດຕັ້ງ ທັງພາກລັດ-ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຍືນຍົງຄຽງຄູ່ກັບຊາວລາວຕະຫຼອດໄປ.
ໃນພິທີດັ່ງກ່າວ ຍັງໄດ້ມອບທຸງ ໃຫ້ນະຄອນຫຼວງວຽງຈັນ  ເພື່ອກະກຽມເປັນເຈົ້າພາບຈັດງານແຂ່ງຂັນກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ປີ 2025 ໃນຄັ້ງຕໍ່ໄປ. ​


ຂ່າວອື່ນໆ