ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຄຸ້ມຄອງເຂດເສດຖະກິດແຂວງຄຳມ່ວນ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາ ແລະ ປັບປຸງຄືນ ການວາງແຜນຜັງໂຄງລ່າງພື້ນຖານ ກໍ່ຄື ແຜນຜັງການຈັດສັນທີ່ດິນ ເພື່ອດຳເນີນກິດຈະການຕ່າງໆ ຢູ່ໃນເຂດເສດຖະກິດພິເສດ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ພ້ອມກັນນັ້ນ ການກໍ່ສ້າງໂຄງລ່າງພື້ນຖານຕ່າງໆ ກໍ່ໃຫ້ຖືກຕາມຂັ້ນຕອນ ແລະ ເຕັກນິກດ້ານຕ່າງໆ ເພື່ອຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ພື້ນທີ່ໃນຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະ ກັນຄວາມຍືນຍົງ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງລະບົບການຈັດຕັ້ງ ເຂດເສດຖະກິດພິເສດແຂວງຄຳມ່ວນ ໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານຕາມທິດກະທັດຮັດ, ສົມເຫດສົມຜົນ, ລວມສູນ, ປະຢັດມັດທະຍັດ, ເຄື່ອນໄຫວວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ເອົາໃຈໃສ່ດຶງດູດການລົງທຶນ ເຂົ້າເຂດເສດຖະກິດພິເສດ ໃຫ້ຫຼາຍຂຶ້ນເປັນກ້າວໆ ໂດຍສະເພາະ ບໍລິສັດລົງທຶນ ທີ່ສາມາດເປັນແມ່ ຫຼື ເສົາຫຼັກ ໃຫ້ແກ່ເຂດເສດຖະກິດແຫ່ງດັ່ງກ່າວ.
ຫຼັງຈາກນັ້ນ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ເດີນທາງໄປຕິດຕາມກວດກາເບິ່ງ ສະພາບການພັດທະນາແຫຼ່ງທ່ອງທ່ຽວ ຂຸນກອງແລງ ຫຼື ໂຄງການພັດທະນາແຫຼ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ ຂອງບໍລິສັດ ລ້ານຊ້າງ ອິນທຣາໂຄໂປເຣຊັ່ນ ຈຳກັດຜູ້ດຽວ ຢູ່ເມືອງຫີນບູນ ເຊິ່ງໂຄງການໄດ້ເລີ່ມພັດທະນາ ໃນປີ 2019, ມາຮອດປະຈຸບັນ ແມ່ນສໍາເລັດການສໍາຫຼວດ ແລະ ພັດທະນາພື້ນໂຄງລ່າງການທ່ອງທ່ຽວຈຳນວນໜຶ່ງ ເປັນຕົ້ນ ເສັ້ນທາງ, ບ່ອນຈອດລົດ, ຣີສອດ, ເຮືອນພັກຕາກອາກາດ, ສວນນໍ້າ, ເສັ້ນທາງຍ່າງຊົມວິວ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ ເຊິ່ງແຜນການບໍລິການການທ່ອງທ່ຽວ ແລະ ກິດຈະກຳ ປະກອບມີ ຮ້ານຂາຍເຄື່ອງທີ່ລະນຶກ, ສູນຮັກສາສຸຂະພາບ, ຈຸດເບິ່ງທັດສະນີຍະພາບ, ຂົວແກ້ວ, ໂຮງງານຜະລິດນ້ຳແຮ່ທາດ, ສວນພຶກສາ, ສູນວິໄຈປູກພືດພັນ, ສິນຄ້າສະໝູນໄພພື້ນເມືອງລາວ, ລອຍນ້ຳ, ດຳນ້ຳ, ຂີ່ລົດຖີບ, ຂີ່ມ້າ, ຂີ່ຄວາຍ, ຍ່າງປ່າ, ສຳຫຼວດຖ້ຳ, ຕັ້ງແຄ້ມ, ພາຍເຮືອຄາຢັກ, ໄຕ່ເຊືອກ, ຂີ່ສະລິງ, ຂີ່ບອນລູນ, ຂີ່ລົດ ATV-UTV, ຂີ່ລົດໂກຄາດ, ຂີ່ລົດ Off load, ໂດດຈ້ອງ, ຂີ່ລູກບານຍັກ, ຍິງປືນ, ປີນຜາ, ໄຕ່ໜ້າຜາ ແລະ ອື່ນໆ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳບາງດ້ານ ເປັນຕົ້ນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ກວດກາ ແລະ ກຳນົດພື້ນທີ່ຄືນໃໝ່ ເຂດປ່າສະຫງວນແຫ່ງຊາດ ທັງເຂດເກົ່າ ແລະ ເຂດທີ່ມີແຜນຈະກຳນົດເພີ່ມໃໝ່ ໃຫ້ສອດຄ່ອງກັບຕົວຈິງ ເພື່ອສະເໜີສະພາແຫ່ງຊາດພິຈາລະນາ ໃນຂັ້ນຕໍ່ໄປ; ຊີ້ນຳໃຫ້ຜູ້ພັດທະນາໂຄງການ ໃຫ້ເອົາໃຈໃສ່ຕໍ່ວຽກງານ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ, ການຮັກສາຄວາມສະອາດຈົບງາມ, ການປ້ອງກັນຄວາມປອດໄພຮອບດ້ານ, ການປົກປັກຮັກສາຮີດຄອງປະເພີນີອັນດີງາມ ແລະ ອື່ນໆ ໂດຍໃຫ້ມີຄູ່ມື ກໍ່ຄືຄຳແນະນຳດ້ານຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ, ພ້ອມທັງ ຄົ້ນຄວ້າພັດທະນາແຫຼ່ງທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ນັກທ່ອງທ່ຽວ ສາມາດທ່ອງທ່ຽວພາຍໃນແຂວງຄຳມ່ວນ ຫຼາຍຈຸດ ທີ່ມີຄວາມຕໍ່ເນື່ອງກັນຫຼາຍມື້ ຫຼື ແບບຄົບວົງຈອນ.

ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດການແຂ່ງຂັນກິລາເປຕັງ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ XII ທີ່ດຳເນີນການແຂ່ງຂັນ ໃນລະຫວ່າງວັນທີ 15-18 ກຸມພາ ໂດຍໄດ້ມອບຫຼຽນ ແລະ ຂັນລາງວັນ ໃຫ້ແກ່ນັກກິລາ ທີ່ໄດ້ຮັບຫຼຽນປະເພດຕ່າງໆ ແລະ ຂັນຊະນະເລີດ ໃນການແຂ່ງຂັນກິລາເປຕັງຄັ້ງນີ້ ລວມ 9 ລາຍການ ພ້ອມທັງ ໃຫ້ກຽດຂຶ້ນກ່າວປິດພິທີແຂ່ງຂັນກິລາດັ່ງກ່າວ ຢ່າງເປັນທາງການ.