ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ສະຫະພາບ ເອີຣົບ ຄົບຮອບ 45 ປີ ທີ່ ບຣຸກແຊນ, ແບນຊິກ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 19 ທ.ວ 2022 16:00

​ໃນວັນທີ 14 ທັນວາ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ ການພົວພັນອາຊຽນ-ສະຫະພາບ ເອີຣົບ (ອາຊຽນ-ອີຢູ)  ຄົບຮອບ 45 ປີ ທີ່ ບຣຸກແຊນ, ປະເທດ ແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ອີຢູ.​

ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອີຢູ ຕະຫຼອດໄລຍະ 45 ປີທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບປົກ ກະຕິ ກ້າວເຂົ້າສູ່ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃນປີ 2020. ປັດຈຸບັນ, ອີຢູ ແລະ ອາຊຽນ ກາຍເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງກັນ ແລະ ກັນ, ຊຶ່ງມູນຄ່າການຄ້າສອງຝ່າຍ ໄດ້ບັນລຸ  268,92 ຕື້ ໂດລາສະຫະລັດ ໃນປີ 2021. ພ້ອມກັນນີ້, ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ, ຊຶ່ງມີມູນຄ່າ 26,534 ຕື້ ໂດລາສະຫະລັດ ໃນປີ 2021. ​
ບັນດາຜູ້ນໍາອາຊຽນ ແລະ ອີຢູ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການການຮ່ວມມື ພາຍໃຕ້ແຜນປະຕິບັດງານອາຊຽນ-ອີຢູ (2018-2022), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກໂນໂລຊີ, ການເຊື່ອມຈອດ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ-ອີຢູ ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືກັນຫຼາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ (2023-2027) ທີ່ໄດ້ຮັບຮອງເອົາ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໃນເດືອນ ສິງຫາ 2022 ໂດຍເນັ້ນໜັກໃສ່ການຮ່ວມມືທາງດ້ານສາທາລະນະສຸກ, ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງ ອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງ ອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກສະບັບທີ 4 ຂອງ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ (IAI) ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 (MPAC 2025). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີີ ພັນຄໍາ ວິພາວັນ ໄດ້ຊຸກຍູ້ໃຫ້ ອາຊຽນ-ອີຢູ ສືບຕໍ່ເພີ່ມທະວີການຮ່ວມມືເພື່ອຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາກພື້ນ ໂດຍການເສີມຂະຫຍາຍ ການຮ່ວມມືດ້ານການເຊື່ອມຈອດ ຕ່ອງໂສ້ການຜະລິດພາກພື້ນ ແລະ ລະຫວ່າງພາກພື້ນ, ການຫັນເປັນເສດຖະກິດດີຈິຕອນ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາສີຂຽວ, ການປ່ຽນແປ່ງດິນຟ້າອາກາດ ແລະ ອື່ນໆ.
ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ອີຢູ ເພື່ອເປັນທິດທາງໃຫ້ແກ່ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ ໃນອະນາຄົດ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການພົວພັນ ອາຊຽນ-ອີຢູ, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິ່ງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໂດຍໄດ້ມີການປຶກສາຫາລືກັນ ກ່ຽວກັບ ການກະກຽມໃຫ້ແກ່ການພົບປະຂອງສອງກົມການເມືອງ, ການມາຢ້ຽມຢາມ ສປປ ລາວ ແລະ ການເຂົ້າຮ່ວມສະຫຼຸບ  ປິດປີສາມັກຄີມິດຕະພາບ ຂອງນາຍົກລັດຖະມົນຕີ ຫວຽດນາມ ໃນທ້າຍປີນີ້. ນອກນັ້ນ, ກໍໄດ້ເຂົ້າຮ່ວມພົບປະສາມນາຍົກ (ລາວ-ຫວຽດນາມ-ກໍາປູເຈຍ) ຊຶ່ງໄດ້ຖືໂອກາດແລກປ່ຽນຄໍາເຫັນ ກັບນາຍົກ ຮຸນແຊນ ໃນການຊຸກຍູ້ໃຫ້ມີການລົງນາມແຜນດໍາເນີນງານ ກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດໝັ້ນຄົງຍາວນານ ແລະ ສົນທິສັນຍາວ່າດ້ວຍ ການປັກຫຼັກໝາຍຊາຍແດນ 86%. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ພົບປະກັບ ທ່ານ ຊາກ ມິແຊນ, ປະທານສະພາ ອີຢູ ໂດຍສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ອີຢູ ກໍຄື ສປປ ລາວ-ອີຢູ ແລະ ຝ່າຍ ອີຢູ ໄດ້ແຈ້ງໃຫ້ຊາບກ່ຽວກັບ ທຶນການຊ່ວຍເຫຼືອຈາກ ອີຢູ ດ້ານງົບປະມານຈໍານວນ 550 ລ້ານເອີໂຣ ສໍາລັບສົກປີ 2021-2024 ຕໍ່ໂຄງການບູຸລິມະສິດຕ່າງໆຂອງ ສປປ ລາວ ແລະ ຍັງໄດ້ພົບປະກັບທ່ານ ວິກຕໍ ອໍບານ, ນາຍົກລັດຖະມົນຕີ ຮົງກາຣີ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະແມ່ນ ຂົງເຂດການສຶກສາ ທີ່ ຮົງກາຣີໄດ້ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປີລະ 150 ທຶນ. ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຍັງໄດ້ສືບຕໍ່ ພົບປະສອງຝ່າຍ ກັບທ່ານ ໂອລາຟ ໂຊນ, ນາຍົກລັດຖະມົນຕີ ເຢຍລະມັນ ໂດຍໄດ້ມີການປຶກສາຫາລື, ພ້ອມທັງ ຕີລາຄາການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍຄືທິດທາງຂອງການຮ່ວມມືໃນອະນາຄົດ ແລະ ທ່ານ ນາຍົກລັດຖະ ມົນຕີ ກໍໄດ້ມີການພົບປະສອງຝ່າຍ ກັບ ທ່ານ ມາກ ຣຸດທ໌, ນາຍົກລັດຖະມົນຕີ ໂຮນລັງ ໂດຍທັງສອງໄດ້ພ້ອມກັນຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ, ກໍຄືແຜນການຮ່ວມມືໃນອະນາຄົດຮ່ວມກັນອີກ.


ຂ່າວອື່ນໆ