ສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນທີ່ນະຄອນຫຼວງບຸຣກແຊນ, ແບນຊິກ

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນຈັນ, 19 ທ.ວ 2022 16:00

ໃນໂອກາດເຂົ້າຮ່ວມກອງປະຊຸມສຸູດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ, ທີ່ ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ແຕ່ວັນທີ 12-16 ທັນວາ 2022, ສະຫາຍ ພັນຄໍາ ວິພາວັນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິ່ງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ລະຫວ່າງ ນາຍົກລັດຖະມົນຕີ 3 ປະເທດ ຕາມຄຳເຊື້ອເຊີນຂອງ ສະຫາຍ ຟ້າມ ມິງ ຈິ່ງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 14 ທັນວາ 2022.

ໃນໂອກາດພົບປະ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະສາມຝ່າຍ ອີກຄັ້ງຫນຶ່ງ, ການພົບປະໃນຮູບແບບນີ້ ກໍ່ມີແຕ່ 3 ປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການຢືນຢັນໃຫ້ສາກົນ ໄດ້ເຫັນວ່າ 3 ປະເທດ ມີມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ຖານສະຫາຍອ້າຍນ້ອງມາແຕ່ດົນນານ ຢ່າງສະເໝີຕົ້ນສະ   ເໝີປາຍຕະຫຼອດມາ. ພ້ອມນີ້, ກໍ່ສະແດງຄວາມເຊື່ອໝັ້ນວ່າ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ຈະສືບຕໍ່ຮ່ວມມືກັນກັນຢ່າງໃກ້ຊິດ ໃນທຸກການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ ແລະ ຈະຊ່ວຍເພີ່ມກໍາລັງແຮງ ແລະ ສຽງໜັກແໜ້ນ ໃຫ້ແກ່ 3 ປະເທດ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນ, ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ໃນການຮັບມືກັບ ການແຜ່ລະບາດຂອງພະຍາດໂຄວິດ 19 ໃນໄລຍະທີ່ມີການແຜ່ລະບາດຢ່າງໜັກໜ່ວງ ຢູ່ລາວ, ເຊິ່ງເຮັດໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ແລະ ສາມາດເປີດປະເທດໄດ້ຢ່າງເຕັມຮູບແບບໃນປັດຈຸບັນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຊົມເຊີຍ ກຳປູເຈຍ ທີ່ໄດ້ສໍາເລັດໜ້າການເປັນປະທານອາຊຽນ ໃນປີ 2022 ຢ່າງມີຜົນສໍາເລັດຈົບງາມ. ໃນໂອກາດນີ້, ສາມຝ່າຍ ກໍໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສາມປະເທດ ໃນຂອບການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ (CLV), ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ແລະ ປຶກສາຫາລື ເຖິງທິດທາງແຜນການພົວພັນຮ່ວມມືນໍາກັນໃນຕໍ່ໜ້າ ລະຫວ່າງ ສາມປະເທດ. ນອກຈາກນີ້, ສາມນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ກັນຊາບ ແລະ ແລກປ່ຽນຄໍາຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.​​
ໃນຕອນທ້າຍຂອງການພົບປະໂອ້ລົມ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ອວຍພອນໃຫ້ ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້.


ຂ່າວອື່ນໆ