ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນອາຊຽນ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນສຸກ, 18 ພ.ຈ 2022 13:00
ໃນວັນທີ 13 ພະຈິກ 2022 ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການຟື້ນຟູຮອບດ້ານ ຫຼັງພະຍາດໂຄວິດ-19” ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17, ທີ່ໄດ້ຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ກໍາປູເຈຍ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານອາຊຽນ, ເລຂາທິການໃຫຍ່ອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຜູ້ນໍາອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
.jpeg)
ກອງປະຊຸມສາກົນອາຊຽນ ຄັ້ງທີ 2 ເປັນການສ້າງໂອກາດໃຫ້ຜູ້ນໍາອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຫົວໜ້າອົງການຈັດຕັ້ງສາກົນ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມືເພື່ອຟື້ນຟູຢ່າງຮອບດ້ານ ຈາກຜົນກະທົບພະຍາດໂຄວິດ-19. ໃນນີ້, ບັນດາຜູ້ນໍາຂອງຫຼາຍປະເທດ ແລະ ຜູ້ຕາງໜ້າອົງການ ໄດ້ແລກປ່ຽນບົດຮຽນ ໃນການຟື້ນຟູເສດຖະກິດ ໃນ ພາກພື້ນ ກໍຄື ຂອງບັນດາປະເທດຕ່າງໆ ແລະ ໄດ້ເນັ້ນຢໍ້າການເພີ່ມທະວີ ການຮ່ວມມືພາກພື້ນ ແລະ ສາກົນ ໂດຍຖືເອົາບັນຫາການຟື້ນຟູ ຈາກຜົນກະທົບໂຄວິດ-19 ເປັນວາລະສໍາຄັນ ແນ່ໃສ່ສ້າງພາກພື້ນໃຫ້ມີຄວາມເຂັ້ມແຂງ, ກວມລວມ ແລະ ຍືນຍົງ.
.jpeg)
ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17 ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆພາຍໃຕ້ຂະແໜງການບູລິມະສິດຂອງ EAS ເຊັ່ນ: ການເງິນ, ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ສາທາລະນະສຸກ ແລະ ພະຍາດຕິດແປດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ເສດຖະກິດ ແລະ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮ່ວມມືທາງທະເລ. ບັນດາຜູ້ນຳ ໄດ້ໃຫ້ຄວາມໝາຍໝັ້ນ ເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ຫຼັງການແຜ່ລະບາດຂອງໂຄວິດ-19 ແລະ ສ້າງຄວາມອາດສາມາດທາງດ້ານສາທາລະນະສຸກ ເພື່ອຮັບມືກັບໂລກລະບາດໃນຕໍ່ຫນ້າ ທັງນີ້ ກໍເພື່ອເປັນການຮັບ ປະກັນພັດທະນາແບບຍືນຍົງ ຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການພັດທະນາພະລັງງານແບບຍືນຍົງ ແລະ ສະອາດ, ການສົ່ງເສີມບົດບາດແມ່ຍິງ ໃນທຸກດ້ານຂອງສັງຄົມ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ກອງປະຊຸມຍັງໄດ້ເນັ້ນໜັກ ຄວາມສໍາຄັນຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຊຶ່ງເປັນເວທີປຶກສາຫາລືສຳລັບຜູ້ນຳ ກ່ຽວກັບ ບັນຫາຍຸດທະສາດ, ບັນຫາການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ.
.jpeg)
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະເຂົ້າຮ່ວມພິທີປິດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41, ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ແລະ ພິທີມອບໜ້າທີ່ ປະທານອາຊຽນ ໃຫ້ແກ່ ອິນໂດເນເຊຍ ສໍາລັບປີ 2023.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ