ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ
ຜູ້ຂຽນ: ກົມປະຊາສຳພັນ, ພະແນກໂຄສະນາ
ວັນພະຫັດ, 17 ພ.ຈ 2022 10:00

ໃນຕອນແລງຂອງວັນທີ 12 ພະຈິກ 2022, ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫຼີ ເຄີ້ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຢູ່ທີ່ ໂຮງແຮມ Rosewood, ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະຮ່ວມກັນແບບເຊິ່ງໜ້າ ທີ່ນະຄອນຫຼວງພະນົມເປັນ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດ ພາຍຫຼັງການແຜ່ລະບາດ ຂອງພະຍາດໂຄວິດ-19. ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນາມ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢ້ັງ ທັງໃນລວງເລິກ ແລະ ລວງກວ້າງ. ພ້ອມນີ້, ສອງຝ່າຍຍັງໄດ້ແຈ້ງສະພາບການພົ້ນເດັ່ນ ຢູ່ໃນປະເທດຂອງຕົນໃຫ້ກັນຊາບ ພ້ອມທັງໄດ້ປຶກສາຫາລື ແລະ ທົບທວນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ, ໂຄງການລົດໄຟ ລາວ-ຈີນ ແລະ ອື່ນໆ. ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຫາກໍ່ປິດລົງໃນວັນທີ 22 ຕຸລາ ທີ່ຜ່ານມາ, ພ້ອມທັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ຝາກເຖິງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກກອມມູນິດຈີນ. ພ້ອມດຽວກັນນີ້, ກໍ່ໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ ໂດຍສະເພາະ ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄື ການຊ່ວຍເຫຼືອການແກ້ໄຂຄວາມຫຍຸ້ງຍາກດ້ານຕ່າງໆ ໃນປັດຈຸບັນ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ