ສອງນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ພົບປະສອງຝ່າຍ ຢູ່ ຣາຊະອານາຈັກ ກໍາປູເຈຍ

ຜູ້ຂຽນ: ກົມປະຊາສຳພັນ, ພະແນກໂຄສະນາ

ວັນພະຫັດ, 17 ພ.ຈ 2022 10:00

    ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງທີ່ ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອບວບານີຊີ (Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນຕອນເຊົ້າຂອງວັນທີ 12 ພະຈິກ 2022, ທີ່ ໂຮງແຮມ ໂຊກາ, ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.

    ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນເປັນຄັ້ງທໍາອິດ ພາຍ ຫຼັງທີ່ລັດຖະບານ ອົດສະຕຣາລີ ໄດ້ສໍາເລັດການແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ ໃນເດືອນພຶດສະພາ 2022 ຜ່ານມາ ພ້ອມທັງ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 70 ປີ. ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຂອງສອງປະເທດ ໃນການພົບປະຄັ້ງນີ້ ທັງສອງນາຍົກລັດຖະມັນຕີ ໄດ້ເຫັນດີເປັນເອກະພາບກັນ ໃຫ້ມີການຍົກລະດັບ ການຮ່ວມມືສອງຝ່າຍຂຶ້ນ ເປັນການພົວພັນຮ່ວມມືຮອບດ້ານ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບອາຊຽນ ໂດຍສະເພາະແມ່ນການພົວພັນອາຊຽນ-ອົດສະຕຣາລີ ໃນສົກປີ 2021-2024 ທີ່ ສປປ ລາວ ໄດ້ຮັບການມອບໝາຍ ໃຫ້ເປັນປະເທດປະສານງານ, ຂອບການຮ່ວມມືແມ່ນໍ້າຂອງ-ອົດສະຕຣາລີ ແລະ ຂອບອື່ນໆ. ນອກຈາກນັ້ນ, ສອງນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານລາວ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ນາຍົກລັດຖະມົນຕີ ກໍ່ຄື ລັດຖະບານ ອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ເຊັ່ນ: ການຊ່ວຍເຫຼືອເພື່ອການພັດທະນາ (ODA), ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ການຕົກລົງຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ແລະ ອື່ນໆ, ພ້ອມທັງ ສະເໜີຝ່າຍອົດສະຕຣາລີ ສືບຕໍ່ຊຸກຍູ້ໃຫ້ນັກລົງທຶນອົດສະຕຣາລີ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມ ແລະ ຖືໂອກາດນີ້, ທ່ານ ພັນຄໍາ ວິພາວັນ ກໍ່ໄດ້ເຊື້ອເຊີນ ທ່ານ ແອນໂທນີ້ ແອວບານີຊີ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາອັນຄວນ.


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ຂ່າວອື່ນໆ