ທ່ານນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພຸດ, 01 ມິ.ຖ 2022 08:00
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ, ໃນຕອນເຊົ້າວັນທີ 1 ມິຖຸນາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ມີມາແຕ່ດົນນານ ໃຫ້ນັບມື້ເກີດດອກອອກຜົນ.
ພິທີສົ່ງ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້ ຈັດຂຶ້ນຢູ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ຄຳລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອອມດ້ວຍ ຜູ້ຕາງໜ້າຈາກສະຖານເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ