ອັນສຳຄັນ ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະ ຫຼາຍດ້ານ ທີ່ຄະນະພັກແຂວງ ກໍ່ຄືຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ, ພ້ອມກັນນີ້ ສະຫາຍໄດ້ເນັ້ນໜັກບາງບັນຫາສຳຄັນ ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ໝູນໃຊ້ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນ ໃຫ້ເອົາໃຈໃສ່ ຢ່າງສຸດຂີດ ໃນການຊອກເຫັນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ໂດຍມີການຄົ້ນຄວ້າ, ວິເຄາະວິໄຈ ດຳເນີນການວາງແຜນ ຢ່າງຮັດກຸມ, ມີຫຼັກວິທະຍາສາດ, ມີການຈັດວາງບູລິມະສິດ ໃນການດຳເນີນການ ຢ່າງຖຶກຕ້ອງ, ມີປະສິດທິພາບ ຢ່າງແທ້ຈິງ (ທ່າແຮງດ້ານທີ່ດິນ, ນຳ້, ປ່າໄມ້, ບໍ່ແຮ່, ເສັ້ນທາງເຊື່ອມຈອດ, ຊັບພະຍາກອນມະນຸດ, ແຮງງານໜຸ່ມ ແລະ ອື່ນໆ); ໃຫ້ເລີ່ມແຕ່ຫົວທີໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ໄປຄຽງຄູ່ກັບການຍົກລະດັບ ປັບປຸງຄຸນນະພາບ ຂອງສິນຄ້າ, ຄຸນນະພາບ ຂອງການບໍລິການ, ພ້ອມນັ້ນ ຕ້ອງຮູ້ເຮັດການຕະຫຼາດ ໃນຍຸກໃໝ່, ຕ້ອງປັບຕົວເຂົ້າໃນສະໝໍລະພູມ ແຫ່ງການແຂ່ງຂັນ ໃຫ້ໄດ້; ຕັ້ງໜ້າປັບປຸງປ່ຽນແປງວິທີການນຳພາຂອງພັກ ແລະ ການບໍລິຫານລັດ ໄປພ້ອມໆກັນ, ພັກຕ້ອງຮັກສາລັກສະນະນຳໜ້າ, ເປັນແບບຢ່າງໃນທຸກດ້ານ ຂອງການນຳທຸກຂັ້ນ, ການບໍລິຫານ ຂອງລັດ, ຂອງອຳນາດການປົກຄອງທຸກລະດັບ ກ້າຫັນເຂົ້າສູ່ຄວາມມີລະບຽບວິໄນ, ຕ້ານພະຍາດອາຍາສິດ, ບໍລິການປະຊາຊົນ ດ້ວຍຄວາມເຕັມໃຈ, ໂປ່ງໃສ ຕາມແນວທາງ ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍ ໃນການພັດທະນາ, ຊ່ວຍປະຊາຊົນໃຫ້ຮຽນຮູ້ ວິຖີຊີວິດໃໝ່, ວິທີທຳມາຫາກິນແບບໃໝ່, ໃຫ້ປະຊາຊົນເຂົ້າເຖິງທຶນ, ເຂົ້າເຖິງເຕັກໂນໂລຊີ, ເຂົ້າເຖິງຕະຫຼາດ, ເດັດດ່ຽວຕ້ານກັບການລ່ວງລະເມີດ ສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ, ພະນັກງານເຮົາ ຕ້ອງຈຳກັດລັດທິເອກະຊົນຄັບແຄບ, ແນວຄິດພາກສ່ວນກຸ່ມກ້ອນຜົນປະໂຫຍດ ແລະ ບໍ່ເຄົາລົບລະບຽບວິໃນ ອອກຈາກຖັນແຖວພະນັກງານ ໄປຄຽງຄູ່ກັບປະຕິບັດຫຼັກການຕິຊົມຕົນເອງ, ຕິຊົມກັນ ກໍ່ສ້າງກັນ ໃນການດຳເນີນຊີວິດພັກໃຫ້ເຂັ້ມງວດ ແລະ ເປັນປະຈຳ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໃນທົ່ວອົງຄະນະພັກແຂວງ, ເມືອງ ໃຫ້ເຂັ້ມແຂງ, ເຄື່ອນໄຫວມີປະສິດທິພາບ, ເອົາໃຈໃສ່ບໍາລຸງ, ຍົກລະດັບການນຳພາແຕ່ລະຂັ້ນ ໃຫ້ມີການປ່ຽນແປງທີ່ດີຂຶ້ນ ຢ່າງຈະແຈ້ງ; ເອົາໃຈໃສ່ວຽກງານວັດທະນະທຳ-ສັງຄົມ, ລຶບລ້າງຄວາມທຸກຍາກ ເພື່ອເຮັດໃຫ້ປະເທດເຮົາ ມີພື້ນຖານ ແລະ ເງື່ອນໄຂຫຼຸດພົ້ນອອກຈາກສະຖຽນລະພາບ ເປັນປະເທດດ້ອຍພັດທະນາ ໂດຍການສ້າງຄົນ, ເອົາໃຈໃສ່ປັບປຸງລະບົບການສຶກສາ, ປັບປຸງໂຮງຮຽນ, ຍົກລະດັບວຽກງານສາທາລະນະສຸກ ໃຫ້ດີ, ຕ້ອງໄດ້ຕັດສິນໃຈປັບປຸງ ເອົາໃຈໃສ່ເປັນພິເສດການບໍລິການສາທະລະນະສຸກ ຢູ່ເຂດຫ່າງໄກສອກຫຼີກ, ຈັນຍາບັນ ຂອງແພດໝໍ, ພ້ອມກັນນັ້ນ ກໍ່ຊຸກຍູ້ສົ່ງເສີມ, ອະນຸລັກວັດທະນະທຳ ທີ່ດີງາມ ແລະ ພັດທະນາວິຖີຊີວິດໃໝ່ ທີ່ດີກວ່າ, ປະຢັດກວ່າ; ສົ່ງເສີມການທ່ອງທ່ຽວ ວັດທະນະທຳ-ທຳມະຊາດ, ວັດທະນະທຳແບບໃໝ່, ລວມທັງ ວິທີຄິດ, ວິທີທຳມາຫາກິນໃໝ່ໆ ທີ່ກ້າວໜ້າກວ່າເກົ່າ; ເພີ່ມທະວີຄວາມເອົາໃຈໃສ່ ປັບປຸງກອງກໍາລັງ ປກຊ-ປກສ ໃຫ້ເຂັ້ມແຂງ ແລະ ທັນສະໄໝ, ເພີ້ມທະວີການປຸກລະດົມ-ຂົນຂວາຍ ທົ່ວສັງຄົມ ໃຫ້ມີສະຕິຕື່ນຕົວສູງ ປະກອບສ່ວນເຂົ້າໃນການປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກເຮົາ, ເຮັດໃຫ້ວຽກງານດັ່ງກ່າວນີ້ ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບລວມ ຂອງທົ່ວປວງຊົນຢ່າງແທ້ຈິງ, ສາມາດສູ້ຢັນໄດ້ ກັບປະກົດການຫຍໍ້ທໍ້ຕ່າງໆ; ປັບປຸງກົງຈັກ ບໍລິຫານລັດແຕ່ລະຂັ້ນ ໃຫ້ ໜັກແໜ້ນ, ເຂັ້ມແຂງ, ເຮັດຖືກຕາມທິດຊີ້ນໍາ ຂອງລັດຖະບານ, ຈັດວາງ, ສັບຊ້ອນລັດຖະກອນ ເຂົ້າໃສ່ແຕ່ລະຕຳແໜ່ງງານ ໃຫ້ຖືກຕ້ອງຕາມຄວາມຮູ້ ຄວາມສາມາດ, ພ້ອມທັງ ເອົາໃຈໃສ່ຄຸ້ມຄອງ ແລະ ສ້າງພະນັກງານ-ລັດຖະກອນ ໃຫ້ມີຄຸນນະພາບ, ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ ແລະ ມີປະສິດທິພາບສູງ; ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ແລ້ວ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ ໃຫ້ລະອຽດ, ຈະແຈ້ງ ໂດຍເອົາໃຈໃສ່ປະຕິບັດ ດ້ວຍຄວາມຮັບຜິດຊອບສູງ, ຕ້ອງເຊີດຊູຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່, ເພື່່ອຄວາມສົມບູນພູນສຸກຂອງປະຊາຊົນ ເພື່ອຄວາມຈະເລີນວັດທະນາ ຂອງປະເທດຊາດ, ເມື່ອປະຕິບັດສຳເລັດໜ້າທີ່ ກໍ່ຕ້ອງຍ້ອງຍໍຊົມເຊີຍ, ຖ້າບໍ່ສຳເລັດ ຫຼື ບົກຜ່ອງ ກໍ່ຕ້ອງສຳຫຼວດກວດກາ ມີມາດຕະການແກ້ໄຂ; ປັບປຸງກົນໄກ, ປັບປຸງລະບຽບການ, ປັບປຸງຄົນ ໃຫ້ເຂົ້າກັບສະພາບການ, ບໍ່ປະປ່ອຍໃຫ້ເສຍເວລາ-ເສຍໂອກາດ; ບໍ່ປະປ່ອຍໃຫ້ເກີດມີການຈົມວ່າ (ຖ້າມີ ຕ້ອງຮີບຮ້ອນແກ້ໄຂ); ຄະນະປະຈຳພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ເປັນຫຼັກແຫຼ່ງ, ຊີ້ນໍາ-ນໍາພາ, ເປັນແບບຢ່າງນໍາໜ້າ ໃນການປະຕິບັດໜ້າທີ່ ກໍຄືການດຳລົງຊີວິດ, ພ້ອມທັງ ຝຶກຝົນຫຼໍ່ຫຼອມຕົນເອງ, ກໍ່ສ້າງຕົນເອງໃນຂະບວນການ ຕົວຈິງ.