ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານທາງລົດໄຟ ລາວ-ຈີນ.
ໃນຕອນບ່າຍ ວັນທີ 27 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານການກະກຽມຄວາມພ້ອມ ເພື່ອຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານ ຈາກ ສປ ຈີນ ທີ່ຈະເດີນທາງມາ ສປປ ລາວ ດ້ວຍລົດໄຟຄຸນໝິງ ແລະ ລົດໄຟລາວ-ຈີນ.
ຜົນກອງປະຊຸມວິສາມັນ ຂອງລັດຖະບານ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ໃຫ້ບັນລຸຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ,
ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານເສດຖະກິດ ແລະ ການທ່ອງທ່ຽວ ຢູ່ແຂວງຄໍາມ່ວນ
ໃນວັນທີ 18 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ກໍ່ຄືບັນດາທ່ານລັດ ຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ການນຳແຂວງຄຳມ່ວນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເຂດເສດ ຖະກິດພິເສດແຂວງຄຳມ່ວນ, ແຫຼ່ງທ່ອງທ່ຽວຂຸນກອງແລງ ແລະ ເຂົ້າຮ່ວມພິທີປິດການແຂ່ງຂັນກິລາເປຕັງ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ XII ຕາມລໍາດັບ.
ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານ ກະສິກຳ ແລະ ປ່າໄມ້
ຕອນບ່າຍວັນທີ 08 ກຸມພາ 2023 ທີ່ສູນການຮ່ວມມື ແລະ ຝຶກອົບຮົມ ລາວ-ຍີ່ປຸນ (ICTC) ຫຼັກ 5, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາ ຕໍ່ກອງປະຊຸມສະຫຼຸບວຽກງານ ກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023.
ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າວັນທີ 10 ກຸມພາ 2023 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາ ຕໍ່ກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດວຽກງານຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊກສ) ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023.
ຫສນຍ ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍຜົນງານ 5 ປີ
ໃນຕອນບ່າຍວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍ 5 ປີ (2016-2020) ແລະ ປະກາດເນື້ອໃນການແຂ່ງຂັນ ຮອດປີ 2025.
ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະພາມົງໂກລີ
ໃນຕອນແລງ ຂອງວັນທີ 30 ມັງກອນ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຢໍ. ບາທາຣ໌ບີເລັກ (Yo. BAATARBILEG), ສະມາຊິກສະພາຄູຣານໃຫຍ່, ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ປະຈໍາສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 28 ມັງກອນ ຫາ ວັນທີ 3 ກຸມພາ 2023.