ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ
ໃນຕອນທ່ຽງຂອງວັນທີ 12 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ເພື່ອເປັນການສະເຫຼີມສະຫຼອງການພົວພັນ ອາຊຽນ-ອາເມລິກາ ຄົບຮອບ 45 ປີ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນ ໃນປີ 1977.
ຜົນກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021
ສະຫາຍນາຍົກລັດຖະມົນຕີ ນຳພາຄະນະ ວາງພວງມາລາໄຫວ້ອາໄລ ສະຫາຍ ເລຂາຟຽວ
ໃນຕອນເຊົ້າ ຂອງວັນທີ 14 ສິງຫາ 2020 ຄະນະຜູ້ແທນຂັ້ນສູງ ພັກ, ລັດ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປວາງພວງມາລາໄຫວ້ອາໄລ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກພາຍໃນ ທີ່ສສ.ຫວຽດນາມ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ ນະຄອນດານັງ, ສສ. ຫວຽດນາມ
ນາຍົກລັດຖະມົນຕີ ສືບຕໍ່ເຄື່ອນໄຫວຢ້ຽມຢາມແຂວງຢຸນນານ ສປ ຈີນ
ໃນລະຫວ່າງການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ
ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ
ໂດຍຕອບສະໜອງ ຕາມການເຊຶ້ອເຊີນ ຂອງສະຫາຍ ຫຼີ ເຄີ້ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ດຳເນີນການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ່ 5-9 ມັງກອນ 2020
ຜົນສຳເລັດກອງປະຊຸມຄັ້ງທີ 42 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ
ໃນວັນທີ 04 ມັງກອນ 2020 ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມ ຄັ້ງທີ 42 ປະຈຳປີ 2020 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ.
ກອງປະຊຸມສຸດຍອດຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ ຄັ້ງປະຖົມມະລຶກ
ໃນວັນທີ 27 ພະຈິກ 2019, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ຄັ້ງປະຖົມມະລຶກ ທີ່ນະຄອນປູຊານ, ສ.ເກົາຫຼີ, ຊຶ່ງມີບັນດາຜູ້ນຳ ຈາກປະເທດສະມາຊິກ ແມ່ນໍ້າຂອງ-ສ.ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ສປປ ລາວ ແລະ ສ.ເກົາຫຼີ ຈະສືບຕໍ່ເພີ່ມທະວີການຮ່ວມມື
ໃນວັນທີ 26 ພະຈິກ 2019, ໃນໂອກາດເຂົ້າຮ່ວມກອງປະຊຸມພິເສດອາຊຽນ-ສ.ເກົາຫຼີ ທີ່ ນະຄອນປູຊານ, ສ.ເກົາຫຼີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ.ເກົາຫຼີ. ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນມິດຕະພາບ ແລະ ການພົວພັນຮ່ວມມືໃນໄລຍະຜ່ານມາ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ພົບປະ ບັນດາການນຳ ແຫ່ງ ສສ ຫວຽດນາມ
ໃນວັນທີ 02 ຕຸລາ 2019 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ,