ໃຫ້ລາຍຮັບເພີ່ມຂຶ້ນ 50%

ຜູ້ຂຽນ: ວັນທອງ

ວັນພຸດ, 29 ມິ.ຖ 2016 15:00

ໃຫ້ລາຍຮັບເພີ່ມຂຶ້ນ 50%

 

      ແຕ່​ນີ້​ຮອດ​ປີ 2020 ລັດ­ຖະ­ບານ​​ຊຸດ​ໃໝ່​ ໄດ້​ຢືນ­ຢັນ​ທີ່​ຈະ​ສືບ­ຕໍ່​ແກ້​ໄຂ ບາງ​ບັນ­ຫາ​ຄົງ​ຄ້າງ​ໃນ​ໄລ­ຍະ​ຜ່ານ​ມາ ເພື່ອ​ເຮັດໃຫ້ສະພາບການເງິນມີຄວາມ​ຄ່ອງຕົວ​​ເປັນກ້າວໆ. ທັງ​ນີ້,​ ເພື່ອ​ຮັບ­ປະ­ກັນ​ໃຫ້​ຂະແໜງການ​ເງິນ​ຂອງ​ປະ­ເທດ​ ມີການ​ປ່ຽນ­ແປງ​ໃໝ່​ຢ່າງ­ຮອບ­ດ້ານ ໂດຍ​ສ້າງ​ໃຫ້ມີຄວາມ​ໂປ່ງ​ໃສ, ແກ້​ໄຂປະກົດການຫຍໍ້­ທໍ້​ໃນທຸກ​ດ້ານ ແລະ​ ຫັນ​ໄປ​ສູ່​ຄວາມ​ທັນ​ສະໄໝ ໄປ​ພ້ອມໆກັບ​ການ​ຂະ­ຫຍາຍ​ຖານ​ລາຍ​ຮັບ​ໃໝ່ ​ທີ່ຄວບ​ຄູ່​ການ​ຂຸດ​ຄົ້ນ​ແຫຼ່ງ​ລາຍ​ຮັບ​ທີ່​ບົ່ມຊ້ອນ​ ໃຫ້​ມີການເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ ໝັ້ນຄົງ, ສາມາດຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ສ້າງເງື່ອນໄຂໃຫ້ແກ່ການນຳເອົາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ໃນປີ 2020 ໂດຍ​ຕັ້ງ​ເປົ້າ​ຈະ​ເກັບ​ລາຍຮັບ​ໃຫ້​ໄດ້​ເພີ່ມ​ຂຶ້ນ​ ຈາກ 5 ປີຜ່ານມາ​ ເຖິງ 50%.

      ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ​ລັດຖະ​ມົນ­ຕີ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ໄດ້​ສະ­ເໜີ​​ ທິດ​ທາງ​ແຜນ​ງົບ­ປະ­ມານແຫ່ງ​ລັດ 5 ປີຄັ້ງ​ທີ VIII (2016-2020); ​ແຜນດັດ­ແກ້​​ງົບປະມານ​ແຫ່ງລັດ ສົກ​ປີ 2015-2016 ​ແລະ ​ແຜນ​ງົບປະມານ 3 ​ເດືອນ​ໄລຍະ​ຂ້າມ​ຜ່ານ ຕໍ່​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລຶກ​ ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດທີ VIII ວ່າ: ການ­ຈັດ­ຕັ້ງ​ປະບັດງົບປະ­ມານ​ແຫ່ງ​ລັດ ໃນ​ໄລ­ຍະ 5 ປີ ຜ່ານ​ມາ ໄດ້​ດຳ­ເນີນ​ໄປ​ໃນ​ເງື່ອນ­ໄຂ​ທີ່​ສະ­ພາບ​ເສດ­ຖະ­ກິດ​ຂອງ​ໂລກ ແລະ ​ພາກ​ພື້ນ​ບໍ່​ທັນ​ຟື້ນໂຕ ແລະ​ ມີ​ຫຼາຍ​ດ້ານ​ບໍ່​ເອື້ອ​ອຳ­ນວຍ, ແຕ່​ດ້ວຍ​ການ​ຊີ້​ນຳ, ນຳ­ພາ​ຢ່າງ​ໃກ້­ຊິດ​ຂອງກົມ​ການ­ເມືອງ​ສູນ​ກາງ​ພັກ ແລະ​ ລັດ­ຖະ­ບານ​ ຈຶ່ງ​ເຮັດ​ໃຫ້​ການ­ຈັດ­ຕັ້ງປະ­ຕິ­ບັດ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ໄດ້​ຮັບ​ໝາກ­ຜົນ​ດີ​ພໍ​ສົມ­ຄວນ, ສາ­ມາດ​ຂຸດ​ຄົ້ນເກັບ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊຶ່ງສາ­ມາດ​ຕອບ​ສະ­ໜອງ​ແຫຼ່ງ​ທຶນ​ຢ່າງພຽງ­ພໍ​ໃຫ້​ແກ່​ການ​ພັດ­ທະ­ນາ ໂດຍ​ສະເພາະ​ແມ່ນ​ສາ­ມາດ​ແກ້​ໄຂ​ໄດ້​ລາຍ​ຈ່າຍ ທີ່​ເປັນ​ບູ​ລິ​ມະ​ສິດ​ຂອງ​ລັດ­ຖະ­ບານ​ ເປັນຕົ້ນ​ລາຍ​ຈ່າຍ​ເງິນ­ເດືອນ, ເງິນ​ອຸດ​ໜູນ, ລາຍ​ຈ່າຍ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ, ລາຍ​ຈ່າຍ​ຊຳ­ລະ​ໜີ້​ສິນ​ຕ່າງ­ປະ­ເທດ, ໜີ້​ສິນ​ພາຍ​ໃນ ແລະ​ ລາຍ​ຈ່າຍ​ອື່ນໆ.

 

      ສຳ­ລັບ​ທິດ​ທາງ​ຂອງ​ແຜນ​ງົບ​ປະມານ​ແຫ່ງ​ລັດ 5 ປີ ຄັ້ງ​ທີ VIII ລາຍ​ຮັບລວມ​ແມ່ນ​ຈະ​ສູ້​ຊົນ​ສຸດ​ຂີດ​ໃຫ້​ໄດ້ ທັງ​ໝົດ​ປະ­ມານ 149,6 ພັນ​ຕື້​ກີບ ຢູ່​ໃນ​ລະຫວ່າງ 19-20% ຂອງ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ, ທຽບ­ໃສ່​ໃນ 5 ປີ ຜ່ານ​ມາ​ເພີ່ມ​ຂຶ້ນ 50%; ລາຍ​ຮັບ​ພາຍ​ໃນ​ ແມ່ນ​ຈະ​ສູ້​ຊົນ​ປະ­ຕິ­ບັດ​ໃຫ້​ໄດ້​ປະ­ມານ 131,8 ພັນ​ຕື້​ກີບ ເພີ່ມ​ຂຶ້ນ 72% ແລະ ລາຍ​ຈ່າຍ​ສູ້​ຊົນ​ປະ­ຕິ­ບັດ​ໃຫ້​ໄດ້​ປະ­ມານ 176,4 ພັນ​ຕື້​ກີບ, ທຽບ­ໃສ່​ປະ­ຕິ­ບັດ​ໃນ 5 ປີ ຜ່ານ​ມາ ເພີ່ມ​ຂຶ້ນ 48,7% ແລະ​ ໃນ 5 ປີ​ຂ້າງ​ໜ້າ ​ຈະ​ຄຸ້ມ​ຄອງ​ບໍ່​ໃຫ້​ເກີນ 25% ຂອງ​​ ຈີ​ດີ​ພີ. ສະເພາະ​ລາຍ​ຈ່າຍ​ເງິນ­ເດືອນ​ ຄາດ​ຄະເນ​ປະ­ມານ 60 ພັນ​ຕື້​ກວ່າ​ກີບ ກວມ 8% ຂອງ​ຈີ​ດີ​ພີ, ທຽບ­ໃສ່ 5 ປີ­ຜ່ານ­ມາ ເພີ່ມຂຶ້ນ 85% ໂດຍ​ເລີ່ມ​ແຕ່​ສົກ​ປີ 2017 ເປັນ­ຕົ້ນ​ໄປ​ ຈະ​ປັບ­ປຸງ​ດັດ​ເພີ່ມ​ສະ​ນີເງິນ­ເດືອນ​ໃຫ້​ບໍ່​ຫຼຸດ​ອັດ­ຕາ​ການ​ເຕີບໂຕ​ຂອງ​ເສດ­ຖະ­ກິດໃນ​ແຕ່​ລະ​ປີ ຫຼື ເພີ່ມດັດ​ສະ​ນີ​ເງິນ­ເດືອນ​ປີ​ລະ 500 ກີບ ກວມເອົາ​ໂດຍ​ສະ­ເລ່ຍ 44,3% ຫຼຸດ​ລົງ​ຈາກ 58% ຂອງ​ລາຍ​ຮັບ​ພາຍ​ໃນ ໃນ​ສົກ​ປີ 2012-2013 ແລະ​ ໃນ​ໄລ­ຍະ 5 ປີຂ້າງໜ້າ​ຈະ​ຄຸ້ມ​ຄອງ​ບໍ່​ໃຫ້​ເກີນ 45% ຂອງລາຍ​ຮັບ​ພາຍ​ໃນ​ ທັງ​ຮັບ­ປະ­ກັນ​ການ​ຂາດດູນ​ບໍ່​ໃຫ້​ເກີນ 5% ຂອງຈີ​ດີ​ພີ ປະ­ມານ 26,8 ພັນ​ຕື້​ກີບ​, ລື່ນ​ປະ­ຕິ­ບັດ​ໃນ 5 ປີຜ່ານມາ 7,8 ພັນ​ຕື້​ກີບ ຫຼື ເທົ່າ​ກັບ 41%.

      ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງົບປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ 2015-2016 ໂດຍພື້ນ­ຖານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ເລກຄາດ­ໝາຍ​ສູ້​ຊົນ ​ຈັດ​ເກັບ​ລາຍ​ຮັບ​ໝົດ​ສົກ​ປີ ແມ່ນ​ຈະ​ສາ­ມາດ​ຈັດ​ເກັບ​ລາຍຮັບ​ທັງ​ໝົດ​ໄດ້​ພຽງ 23.700 ຕື້​ກີບ ເທົ່າ​ກັບ 90,6% ຂອງ​ແຜນ­ການ​ປີ. ດັ່ງ­ນັ້ນ, ອີງ​ຕາມ​ມາດ­ຕາ 46 ແລະ​ ມາດ­ຕາ 54 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ງົບ­ປະ­ມານ​ແຫ່ງລັດ ​ສະ­ບັບ​ປີ 2006 ກໍ­ລະ­ນີ​ຄາດ​ຄະ­ເນ ການ​ປະ­ຕິ­ບັດ​ລາຍ​ຮັບ​ບໍ່​ສາ­ມາດ​ປະ­ຕິບັດ​ໄດ້​ຕາມ​ແຜນ­ການ 5% ຂຶ້ນ​ໄປ​ ກະຊວງ​ການ​ເງິນ​ຕ້ອງ​ສະ­ເໜີ​ຕໍ່​ລັດ­ຖະ­ບານ ເພື່ອ​ສະ­ເໜີ​ສະ­ພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ ດັດ­ແກ້ແຜນ​ງົບ­ປະ­ມານ​ແຫ່ງ​ລັດ, ດ້ວຍ​ເຫດນັ້ນ ຈຶ່ງ​ສະ­ເໜີ​​ສະ­ພາ​ແຫ່ງ​ຊາດ ເພື່ອ​ດັດ­ແກ້​ງົບ­ປະ­ມານ​ແຫ່ງ​ລັດ ​ສົກ​ປີ 2015-2016 ຄື: ພິ­ຈາ­ລະ­ນາ​ດັດ­ແກ້​ຫຼຸດ​ແຜນ​ລາຍ​ຮັບ​ງົບ­ປະ­ມານ​ພາຍ​ໃນ​ ຈຳ­ນວນ 2.459 ຕື້​ກີບ ຫຼື ຫຼຸດ​ຈາກ 26.159 ຕື້​ກີບ​ມາ​ເປັນ 23.700 ຕື້​ກີບ, ສ່ວນ​ພາກ​ລາຍ​ຈ່າຍ: ສະເໜີ​ສະ­ພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ​ດັດ­ແກ້ ຫຼຸດ​ແຜນ​ລາຍ​ຈ່າຍ​ງົບ­ປະ­ມານ ​ຈຳ­ນວນ 1.100 ຕື້​ກີບ, ໃນ​ນັ້ນ ດັດ­ແກ້​ຫຼຸດ​ແຜນງົບ­ປະ­ມານ​ເດືອນ, ເງິນ​ທີ່ຄາດ​ຄະ­ເນ​ບໍ່ໄດ້​ນຳ​ໃຊ້​ຈຳ­ນວນ 400 ຕື້​ກີບ, ຫຼຸດ​ຄັງສະ​ສົມ​ລົງ 200 ຕື້​ກີບ ແລະ ​ຫຼຸດ​ລາຍ​ຈ່າຍ​ລົງ­ທຶນ 500 ຕື້​ກີບ ແລະ​ ດັດ­ແກ້​ລາຍຈ່າຍ​ສຳ­ລັບ​ເງິນ​ເກີນ​ແຜນ​ຂອງ​ທ້ອງ­ຖິ່ນ ສົກ​ປີ 2014-2015 ຈໍາ­ນວນ 272 ຕື້ກີບ. ສັງ​ລວມ​ແລ້ວ​ ​ແມ່ນຫຼຸດ​ລາຍ​ຈ່າຍ​ລົງຈຳ­ນວນ 828 ຕື້​ກີບ ຫຼື ຫຼຸດ​ຈາກ 31.946 ມາ​ເປັນ 31.118 ຕື້ກີບ.

      ຕໍ່ກັບແຜນງົບປະມານ 3 ເດືອນໄລຍະຂ້າມຜ່ານ ທ້າຍປີ  2016 ປ່ຽນສົກງົບປະມານມາເປັນງົບປະ ມານຕາມປີປະຕິທິນ, ຄາດຄະເນລວມຍອດລາຍຮັບພາຍໃນ ຈະໄດ້ປະມານ 3.060  ຕື້ກີບ ສ່ວນດ້ານລາຍຈ່າຍ ໃນໄລຍະ 3 ເດືອນຂ້າມຜ່ານນີ້ ມີຈໍານວນທັງໝົດ 3.560 ຕື້ກີບ, ໃນນີ້ ລາຍຈ່າຍບໍລິຫານປົກກະຕິ 2.750 ຕື້ກີບ ແລະ ລາຍຈ່າຍໜີ້ສິນພາຍໃນ ແລະ ຕ່າງປະເທດ 810 ຕື້ກີບ. 

      ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII (2016-2020) ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ກ່າວວ່າ: ພວກເຮົາຕ້ອງເອົາໃຈໃສ່ປະຕິບັດບັນດາມາດຕະການດ້ານການເງິນທີ່ສຳຄັນເປັນຕົ້ນ ປັບປຸງການສ້າງແຜນງົບປະມານແຫ່ງລັດ ຢ່າງມີວິທະຍາສາດ: ​ໂດຍເລີ່ມຈາກການຄົ້ນຄວ້າວິໃຈຂໍ້ມູນ ຢ່າງລະອຽດຖີ່ຖ້ວນແລະ ຊັດເຈນເພື່ອຄົ້ນຄວ້າວິໄຈແຫຼ່ງລາຍຮັບງົບປະມານໃຫ້ຖືກຕ້ອງ; ການສ້າງແຜນງົບປະມານຕ້ອງສອດ ຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ, ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ທີ່ສຳຄັນຕ້ອງຄຳນຶງເຖິງຄວາມສ່ຽງແລະ ການປ່ຽນແປງທີ່ອາດເກີດຂຶ້ນໃນອະນາ ຄົດ; ຍົກສູງຄວາມຮັບຜິດຊອບ ຂອງບັນດາຂະແໜງການແລະ ທ້ອງຖິ່ນໃນການສ້າງແລະ ປະຕິບັດແຜນງົບປະມານ ບົນຫຼັກການລວມສູນງົບປະມານແຫ່ງລັດ. ປັບປຸງການຄຸ້ມຄອງຂະແໜງການເງິນ ສູ່ທັນສະໄໝແລະ ມີປະສິດທິຜົນ: ​ໂດຍສືບຕໍ່ພັດທະນາໃຫ້ເປັນລະບົບຄົບຊຸດແລະ ລວມສູນ ດ້ວຍການລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງ, ລະບົບໂປຼແກມ, ບຸກຄະລະກອນ ທັງປະລິມານແລະ ຄຸນນະພາ ເຮັດໃຫ້ການ ປະຕິບັດລາຍຮັບ-ລາຍຈ່າຍ ມີຄວາມໂປ່ງໃສ, ສະດວກວ່ອງໄວ, ສາມາດກວດກາໄດ້ ແລະ ຕ້ານປະກົດການ ຫຍໍ້ທໍ້ຕ່າງໆ; ປະຕິບັດວິໄນການເງິນຢ່າງຮັດກຸມ ເພື່ອຄຸ້ມຄອງລາຍຈ່າຍ ໃຫ້ເປັນໄປຕາມກອບແຜນການ ທີ່ ສະພາແຫ່ງຊາດຮັບຮອງ, ຍົກສູງປະສິດທິພາບ ການລົງທຶນຂອງລັດ ດ້ວຍການສ້າງກົນໄກຕິດຕາມ, ຄຸ້ມຄອງ ການຈັດຊື້-ຈັດຈ້າງ, ການກໍ່ສ້າງ ແລະ ສ້ອມແປງ ດ້ວຍທຶນຂອງລັດ ແລະ ແກ້ໄຂໜີ້ສິນຄຸມເຄືອ ໃຫ້ຫຼຸດລົງ ເປັນກ້າວໆ. ພັດທະນາວຽກງານຄຸ້ມຄອງລວມສູນງົບປະມານ, ພັດທະນາຂະແໜງການເງິນທ້ອງຖິ່ນ ຕາມສາຍຕັ້ງ ແລະ ທິດສາມສ້າງ: ໂດຍສະເພາະແມ່ນ 3 ຂະແໜງການ (ພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງ ຊາດ) ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານຄົບຖ້ວນ, ມີປະສິດທິຜົນ, ການບໍລິຫານແຫຼ່ງເງິນຂອງລັດ ເຂົ້າລວມສູນຢູ່ຄັງເງິນແຫ່ງຊາດ; ປັບປຸງການແບ່ງຄວາມຮັບຜິດຊອບ ຄຸ້ມຄອງລາຍຮັບ-ລາຍຈ່າຍ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດຈະແຈ້ງ ແລະ ຖືກຕ້ອງ ຕາມທິດ 3 ສ້າງ; ປັບປຸງກົນໄກການ ພົວພັນ ການເງິນ-ງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເຊື່ອມຈອດກັນ ເພື່ອອັດຊ່ອງວ່າງການ ຮົ່ວໄຫຼ ດ້ານລາຍຮັບ-ລາຍຈ່າຍ. ພັດທະນາ ແລະ ປັບປຸງນິຕິກຳດ້ານການເງິນ ໃຫ້ເປັນລະບົບຄົບຊຸດ; ສ້າງການປະສານສົມທົບລະຫວ່າງ ຂະແໜງການເສດຖະກິດ ໃນລະດັບມະຫາພາກ; ປັບປຸງການຕິດຕາມກວດກາ ໃນການປະຕິບັດແຜນ ງົບປະມານແຫ່ງລັດ ຂອງບັນດາຫົວໜ່ວຍງົບປະມານທຸກຂັ້ນ ໃຫ້ເປັນປົກກະຕິ ແລະ ທົ່ວເຖິງ ເພື່ອຫັນການຄຸ້ມຄອງງົບປະມານ ເຂົ້າສູ່ລະບຽບການ, ປະຢັດ, ສະສົມທຶນ ຕິດພັນກັບຄຸ້ມຄອງລາຍ ຈ່າຍລົງທຶນກໍ່ສ້າງພື້ນຖານໂຄງລ່າງ ຢ່າງເຂັ້ມງວດ.

  ທັງໝົດນັ້ນ, ແມ່ນທິດທາງແຜນການ, ຄາດໝາຍໃຫຍ່ສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດດ້ານ ການເງິນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານ ແຫ່ງລັດ ໄປສູ່ລະບົບທີ່ຄົບຊຸດ, ທັນສະໄໝ, ​ໂປ່ໃສ, ​ເຂັ້ມງວດ, ສາມາດກວດສອບໄດ້, ຖືກຕ້ອງຕາມລະບຽບກົດໝາຍແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ. ທັງນີ້, ກໍ່ເພື່ອແນໃສ່ຫຼຸດຜ່ອນຊ່ອງຫວ່າງໃນການສວຍໃຊ້, ຈຳກັດການຮົ່ວໄຫຼ, ສາມາດແກ້ໄຂໄດ້ປະກົດການຫຍໍ້ທໍ້ຕ່າງໆ ທີ່ສຳຄັນແມ່ນເຮັດໃຫ້ການປະຕິບັດ ແຜນລາຍຮັບບັນລຸຜົນສຳເລັດ, ສາມາດຕອບສະໜອງ ການປະຕິບັດແຜນລາຍຈ່າຍໄດ້ຢ່າງຂາດຕົວແລະ ກາຍເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາ ວຽກງານຮອບດ້ານຂອງປະເທດໃຫ້ມີຄວາມໜັກແໜ້ນ, ​ເຂັ້ມແຂງແລະ ກ້າວໄປສູ່ຄວາມຈະເລີນສີວິໄລຢ່າງບໍ່ຢຸດຢັ້ງ.

ແຫຼ່ງ: ສຳນັກງານນາຍົກລັດຖະມົນຕີ
ຂ່າວອື່ນໆ