ເພື່ອເຮັດໃຫ້ການສ້າງສາ ພັດທະນາເສດຖະກິດ-ສັງຄົມ ເປັນໜ້າທີ່ໃຈກາງ ຕິດພັນກັບ ການແກ້ໄຂ ບັນຫາສັງຄົມ ກ່ອນອື່ນໝົດ ຕ້ອງສຸມໃສ່ ພັດທະນາເສດຖະກິດ ດ້ວຍການວາງນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ເໝາະສົມ ໃນການເສີມຂະຫຍາຍກຳລັງແຮງ ຂອງທຸກພາກສ່ວນເສດຖະກິດ. ທັງນີ້, ແມ່ນແນໃສ່ຂະຫຍາຍ ກຳລັງການຜະລິດ ຢ່າງແຂງແຮງ, ຫັນປ່ຽນ ເສດຖະກິດທຳມະຊາດ ໄປສູ່ການຜະລິດສິນຄ້າ, ສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ບວກກັບ ການກະຕຸກຊຸກຍູ້ສົ່ງເສີມ, ໃກ້ຊິດຕິດແທດ ແລະ ຊີ້ນຳ-ນຳພາ ບັນດາທ້ອງຖິ່ນຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015).
ດັ່ງນັ້ນ, ໃນຕົ້ນເດືອນ ກຸມພາ 2013 ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລົງເຄື່ອນໄຫວຊຸກຍູ້ ເຂດຈຸດສຸມອ່າງຄຳ ເມືອງ ວິລະບູລີ ແຂວງ ສະຫວັນນະເຂດ. ໃນນັ້ນ, ບັນດາກຸ່ມບ້ານ ເຂດຈຸດສຸມ ແມ່ນມີຄວາມສະຫງົບໜັກແໜ້ນ ເມືອງ ວິລະບູລີ ເປັນເມືອງ ທີ່ມີມູນເຊື້ອວິລະຊົນ ອັນເປັນພື້ນຖານ ໃຫ້ແກ່ການພັດທະນາ, ການສຶກສາ ກໍ່ໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າ. ພ້ອມນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍ່ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງບັນຫາ, ເປັນຕົ້ນ ການແກ້ໄຂຄວາມທຸກຍາກ ໃຫ້ເບິ່ງຄືນກ່ຽວກັບ ການປູກຝັງ-ລ້ຽງສັດ ທີ່ໃຊ້ເວລາສັ້ນ, ການປູກພືດອຸດສາຫະກຳໄລຍະຍາວ ເຊັ່ນ: ການປູກຕົ້ນຢາງບົງ, ປູກພືດໄລຍະສັ້ນ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນເປັນກ້າວໆ; ໃຫ້ເອົາໃຈໃສ່ພີ່ນ້ອງຊົນເຜົ່າທີ່ທຸກຍາກ ຢ່າງໃກ້ຊິດຕິດແທດ ທັງນຳພາເຮັດ-ນຳພາສ້າງ ຕົວຈິງ, ສ້າງໃຫ້ໄດ້ຕົວແບບ ຂອງບ້ານ ຫຼື ກຸ່ມບ້ານ ຕາມທິດທາງໜ້າທີ່ ແລະ ວຽກງານຈຸດສຸມ ຂອງລັດຖະບານ ຮອດປີ 2015 ໄດ້ຂຽນໄວ້ວ່າ: “ຕ້ອງມີການຈັດຕັ້ງນຳພາ ແລະ ສົ່ງເສີມ ໃຫ້ເກີດການຜະລິດ ແລະ ການບໍລິການ ເປັນສິນຄ້າ ສ້າງລາຍໄດ້ຕົວຈິງ ເຂົ້າຄອບຄົວ ຕິດພັນກັບ ການໃຫ້ບໍລິການແບບສອງສົ້ນ ກັບປະຊາຊົນ. ສະນັ້ນ, ອັນຈຳເປັນຮີບດ່ວນ ແມ່ນຕ້ອງມີການສ້າງໂຄງການລະອຽດ ກ່ຽວກັບ ການສົ່ງເສີມການຜະລິດ ເປັນສິນຄ້າ. ຈາກນັ້ນ, ຕ້ອງມີການຝຶກອົບຮົມ ໄລຍະສັ້ນຢູ່ ກັບ ທີ່ໃຫ້ປະຊາຊົນ ແລະ ມີພະນັກງານໄປນຳພາເຮັດຕົວຈິງ ຢູ່ກັບທີ່ ໃນໄລຍະດຳເນີນໂຄງການ (ບໍ່ແມ່ນ ມີແຕ່ມາເວົ້າ ແລະ ທຽວຂຶ້ນທຽວລົງ) ”.
ຈາກນັ້ນ, ທ່ານກໍໄດ້ໄປຕິດຕາມ ຊຸກຍູ້ ແລະ ຊີ້ນຳການຜະລິດ ເປັນສິນຄ້າ ຢູ່ເມືອງ ຜົ້ງສາລີ, ເມືອງ ບຸນເໜືອ, ເມືອງ ຍອດອູ ແລະ ເມືອງໃໝ່ ແຂວງ ຜົ້ງສາລີ ທ່ານໄດ້ຊີ້ນຳຄະນະ ວ່າ: ພວກເຮົາໄດ້ກ້າວເຂົ້າສູ່ ກາງໄລຍະ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ກໍ່ຄື ກາງໄລຍະ ຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ຊຶ່ງຢູ່ໃນ 2 ເງື່ອນໄຂໃໝ່ ຂອງການພັດທະນາ ຄື: (1) ສປປ ລາວ ໄດ້ເຂົ້າເປັນສະມາຊິກ ຂອງອົງການການຄ້າໂລກ (WTO) ຊຶ່ງຮຽກຮ້ອງ ໃຫ້ພວກເຮົາ ຕ້ອງໄດ້ບຸກທະລຸ ດ້ານຈິນຕະນາການ ໃຫ້ສາມາດປະຕິບັດໄດ້ບັນດາ ມະຕິການຕ່າງໆ ທີ່ WTO ວາງອອກ ແລະ (2) ການກະກຽມ ການເປັນປະຊາຄົມ ອາຊຽນ (AEC) ໃນປີ 2015 ລວມເຖິງ ການສ້າງເປັນເຂດ ການຄ້າເສລີອາຊຽນ ແລະ ອາຊຽນ ກັບຄູ່ເຈລະຈາ ຫຼາຍປະເທດ ອັນເປັນອີກເງື່ອນໄຂໜຶ່ງ ທີ່ຮຽກຮ້ອງໃຫ້ຕ້ອງໄດ້ຍົກສູງ ຄຸນນະພາບ ຂອງການຜະລິດ ເພື່ອສ້າງຄວາມອາດສາມາດ ໃນການແຂ່ງຂັນ; ຄຽງຄູ່ ກັນນັ້ນ, ກໍ່ຕ້ອງພ້ອມກັນ ເຂົ້າສູ່ຂະບວນການ 3 ສ້າງ ເພື່ອຍົກສູງ ຄວາມອາດສາມາດ ໃນການນຳພາ ນັບແຕ່ຂັ້ນຮາກຖານຂຶ້ນມາ ຊຶ່ງເປັນໂອກາດໃນການພັດທະນາ; ສຳລັບ ດ້ານສຶກສາ - ສາທາລະນະສຸກ ກໍ່ຕ້ອງໄດ້ເອົາໃຈໃສ່ຕື່ມ ໃນການສຳເລັດຄາດໝາຍ ສະຫັດສະຫວັດ ແຫ່ງການພັດທະນາ ໃນປີ 2015; ພ້ອມນີ້ ກໍ່ໄດ້ເນັ້ນຕື່ມບາງບັນຫາ ເປັນຕົ້ນ, ວຽກງານປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ສ້າງຕາໜ່າງ ປກສ ນັບແຕ່ ຄອບຄົວຂຶ້ນມາ ໂດຍສະເພາະ ໃນຕໍ່ໜ້ານີ້ ກໍ່ຈະໄດ້ມີການເປີດດ່ານສາກົນ ແລະ ມີຫຼາຍເສັ້ນທາງຍຸດທະສາດ ເຊື່ອມຕໍ່ອາຊຽນທີ່ໄດ້ຮັບການຍົກລະດັບຂຶ້ນ ເຮັດໃຫ້ມີການຄົມມະນາຄົມ, ການຂົນສົ່ງ ແລະ ແຂກຕ່າງປະເທດ ມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ກໍ່ຕ້ອງໄດ້ຄົ້ນຄວ້າຄືນ ເພື່ອນຳໃຊ້ເສັ້ນທາງເຫຼົ່ານັ້ນ ໃຫ້ເກີດປະໂຫຍດສູງສຸດ; ດ້ານການພັດທະນາເສດຖະກິດ ກໍ່ໃຫ້ເບິ່ງຄືນບັນດາທ່າແຮງ ຂອງແຂວງ-ເມືອງ ທີ່ມີລັກສະນະພົ້ນເດັ່ນ ແລະ ແຕກຕ່າງຈາກແຂວງອື່ນ ໃນນັ້ນ, ດ້ານການລ້ຽງສັດ ເປັນຕົ້ນ ງົວ-ຄວາຍ ກໍ່ໃຫ້ມີແບບແຜນ ການຈັດການທີ່ດີ ທັງສັດຕະວະແພດ ແລະ ການປູກຫຍ້າພັນດີ ເພື່ອລ້ຽງສັດ ແລະ ສົ່ງອອກ, ສ່ວນການປູກຝັງ ກໍ່ໃຫ້ເບິ່ງຄືນດ້ານການປູກໄມ້ອຸດສາຫະກຳ ແລະ ການນຳໃຊ້ເຄື່ອງປ່າຂອງດົງ ແລະ ການປູກພືດທີ່ເປັນຢາ ໂດຍສະເພາະ ໃຫ້ກຳແໜ້ນແນວທາງການຜະລິດກະສິກຳ ທີ່ສະອາດ, ປອດສານພິດ ແລະ ເປັນມິດກັບສິ່ງແວດລ້ອມ, ສ້າງລະບົບການຄ້າ ແບບສັນຍາຜູກພັນ ຢ່າງເປັນລະ ບົບ ເພື່ອເປັນການຄຸ້ມຄອງ ການຜະລິດເປັນສິນຄ້າຈາກກະສິກຳ ໃຫ້ປະຊາຊົນ ຜູ້ທຳການຜະລິດ ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ. ນອກຈາກນີ້, ກໍ່ໃຫ້ຢຸດຕິການຕັດໄມ້ທຳລາຍປ່າ ຢ່າງເດັດຂາດ, ບໍ່ໃຫ້ມີການສຳປະທານ ໃນເນື້ອທີ່ດິນກວ້າງຂວາງ, ບໍ່ໃຫ້ຂະຫຍາຍ ແລະ ສຳປະທານເນື້ອທີ່ປູກຢາງພາລາ; ດ້ານການຕ່າງປະເທດ ສຳຄັນທີ່ສຸດ ແມ່ນບັນດາເຂດ-ແຂວ້ນ ທີ່ຢູ່ຕິດກັບ ແຂວງ-ເມືອງ ກໍ່ໃຫ້ພະຍາຍາມໄປ-ມາຫາສູ່ກັນ ສ້າງຄວາມສຳພັນ-ລຶ້ງເຄີຍ ກັນ ໃຫ້ມີຄວາມໃກ້ຊິດສະໜິດສະໜົມກັນ ທັງການແລກປ່ຽນຄະນະຜູ້ແທນ ແລະ ການເຂົ້າຮ່ວມງານ ສຳຄັນຕ່າງໆ ຂອງກັນ ແລະ ກັນ ເພື່ອສ້າງເງື່ອນໄຂ ສະດວກໃນການຄ້າຂາຍແລກປ່ຽນ, ການລົງທຶນ ແລະ ການທ່ອງທ່ຽວ ໃນອະນາຄົດ.
ເພື່ອເປັນການສົ່ງເສີມການຜະລິດ ສິນຄ້າຈາກກະສິກຳ ສົ່ງອອກໄປ ສປ ຈີນ ຕາມການຕົກລົງເຫັນດີ ຂອງການນຳຂອງສອງປະເທດ ໂດຍສະເພາະ ແມ່ນຢູ່ບັນດາແຂວງພາກເໜືອ ຂອງລາວ ດັ່ງນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍ່ໄດ້ເປັນ ປະທານໃນກອງປະຊຸມ ສຳມະນາ ກ່ຽວກັບ ການຜະລິດ ແລະ ມາດຕະການ ສົ່ງເສີມສິນຄ້າກະສິກຳ 9 ແຂວງ ພາກເໜືອ ອອກໄປ ສປ ຈີນ ໂດຍມີຄະນະນຳຈາກສູນກາງ ແລະ 9 ແຂວງ ພາກເໜືອ ເຂົ້າຮ່ວມປຶກສາຫາລື. ຊຶ່ງທ່ານ ໄດ້ກ່າວວ່າ: ເບິ່ງໂດຍລວມແລ້ວພວກເຮົາ ຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ ທັງການຈັດຕັ້ງປະຕິບັດ ເປົ້າໝາຍການລຶບລ້າງຄວາມທຸກຍາກ, ການບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາ ກໍ່ຄື ການກະກຽມທຸກດ້ານ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ, ອັນສຳຄັນ ແມ່ນການນຳເອົາປະເທດ ຫຼຸດພົ້ນອອກຈາກປະເທດ ດ້ອຍພັດທະນາ ໃນປີ 2020. ດັ່ງນັ້ນ, ຈຶ່ງໄດ້ເຕົ້າໂຮມເອົາ ຂະແໜງການຈາກສູນກາງ ແລະ ບັນດາແຂວງຈາກ 9 ແຂວງ ພາກເໜືອ ເພື່ອມາປຶກສາຫາລືກັນ ກ່ຽວກັບ ການເສີມຂະຫຍາຍທ່າແຮງ ຂອງພວກເຮົາ ໃນການຊຸກຍູ້ການຜະລິດ ເປັນສິນຄ້າ ແນໃສ່ເພື່ອສົ່ງອອກໄປ ສປ ຈີນ ໃນເງື່ອນໄຂອັນໃໝ່ ທັງການເຂົ້າ ເປັນສະມາຊິກ WTO ແລະ ການສ້າງປະຊາຄົມເສດຖະກິດ ອາຊຽນ ກໍຄື ການສ້າງເຂດ ການຄ້າເສລີ ພາຍໃນອາຊຽນເອງ ແລະ ອາຊຽນ ກັບຄູ່ເຈລະຈາ ໂດຍສະເພາະ ສປ ຈີນ ກໍເປັນໜຶ່ງໃນຄູ່ເຈລະຈາ ທີ່ສຳຄັນ, ການພົວພັນ ລະຫວ່າງ ລາວ-ຈີນ ກໍໄດ້ກ້າວເຂົ້າສູ່ໄລຍະໃໝ່ ມັນແມ່ນໄລຍະ ແຫ່ງການສ້າງເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ດ້ວຍເງື່ອນໄຂດັ່ງກ່າວ ການນຳຂອງ ສອງພັກ-ສອງລັດ ຈຶ່ງ ຕົກລົງກັນວ່າ ຈະຊຸກຍູ້ຢ່າງແຂງແຮງ ດ້ານການຜະລິດ ໂດຍສະເພາະຮັບປະກັນ ການຜະລິດເປັນສິນຄ້າ ຈາກກະສິກຳຢູ່ພາກເໜືອ ຂອງລາວເພື່ອແລກປ່ຽນ ກັບ ຈີນ.
ອັນນີ້, ກໍ່ເພື່ອຊຸກຍູ້ໃຫ້ກຸ່ມ ການຜະລິດ ແລະ ຜະລິດສິນຄ້າ ທີ່ມີເອກະລັກສະເພາະ ຕາມມູນເຊື້ອ ແລະ ທ່າແຮງ ຂອງທ້ອງຖິ່ນຕົນ ທັງເປັນການສົ່ງເສີມນະໂຍບາຍ ກະຕຸ້ນພິເສດໃຫ້ແກ່ ບັນດາຫົວໜ່ວຍທຸລະກິດ, ກຸ່ມການຜະລິດ ແລະ ຜູ້ປະກອບການຕ່າງໆ ທີ່ມີຈຸດປະສົງ ຢາກໄປດຳເນີນຜະລິດສິນຄ້າ ປະເພດກະສິກຳ ຫຼື ປະເພດຕ່າງໆ ຢູ່ບັນດາແຂວງພາກເໜືອ, ເຂດຊົນນະບົດ ແລະ ບ່ອນທຸກຍາກຫ່າງໄກສອກຫຼີກ.
ແຫຼ່ງ: ວາລະສານນັກບໍລິຫານ, ສະບັບທີ 3, ໜ້າ 34