ດັ່ງນັ້ນ, ໃນວັນທີ 2 ກຸມພາ 2013 ພາຍໃຕ້ ການເປັນປະທານ ຂອງທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ທັງເປັນປະທານ ຄະນະກຳມະການປະສານງານ ລະດັບ ຊາດ ວ່າດ້ວຍການເຊື່ອມໂຍງ ເສດຖະກິດ ໄດ້ສ້າງຂະບວນຍ່າງ ເພື່ອຊົມເຊີຍຜົນສຳເລັດການເຂົ້າເປັນສະມາຊິກອົງ ການການຄ້າໂລກ ປະເທດທີ 158 ແລະ ທັງເປັນເຫດການ ແຫ່ງປະຫວັດສາດ ອັນສຳຄັນ ຂອງປະເທດເຮົາ ໃນເວທີການຄ້າສາກົນ ແລະ ເປັນໜຶ່ງໃນຜົນສຳເລັດຈາກນະໂຍບາຍ ເຊື່ອມໂຍງເສດຖະກິດ ກັບສາກົນ ທີ່ພັກ ແລະ ລັດ ໄດ້ວາງອອກ ຕະຫຼອດໄລຍະຫຼາຍສິບປີ ຂອງການເຈລະຈາ ພ້ອມທັງ ໄດ້ເອົາໃຈໃສ່ທົບທວນ, ປັບປຸງ ແລະ ອອກລະບຽບ ກົດໝາຍ ທີ່ຕິດພັນກັບການຄ້າ ຫຼາຍກວ່າ 90 ສະບັບ ເພື່ອໃຫ້ສອດຄ່ອງ ກັບເງື່ອນໄຂ ກໍ່ຄື ສັນຍາ ຂອງອົງການ ການຄ້າໂລກ.
ເພື່ອສືບຕໍ່ປະສານງານ ການເຄື່ອນໄຫວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ມີຄວາມກົມກຽວ ແລະ ຊ່ວຍໜູນກັນໃຫ້ດີກວ່າເກົ່າ. ໃນເດືອນດຽວກັນ, ທ່ານໄດ້ເຂົ້າຮ່ວມ ກອງປະຊຸມເຜີຍແຜ່ ຜົນສຳເລັດ ຂອງກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ກອງປະຊຸມລັດຖະມົນຕີ ອາຊຽນ ທີ່ຮັບຜິດຊອບວຽກງານ ແມ່ຍິງ ຄັ້ງທີ I ຢູ່ສູນກາງສະຫະພັນແມ່ຍິງລາວ ຊຶ່ງມີຄວາມໝາຍສຳຄັນຢ່າງຍິ່ງ ໃນການຈັດຕັ້ງປະຕິບັດ ວຽກງານ. ໃນນັ້ນ, ທ່ານ ໄດ້ຊົມເຊີຍ ແລະ ສັງເກດ ຕີລາຄາສະພາບການພາກພື້ນ ແລະ ສາກົນ ໃນການເຄື່ອນໄຫວ ວຽກງານອາຊຽນ ທີ່ ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີ ອາຊຽນ ຄັ້ງທີ 9 ຂຶ້ນ ທ້າຍປີ 2012 ທີ່ຜ່ານມາ. ໃນກອງປະຊຸມ ດັ່ງກ່າວ ໄດ້ມີການນຳຮັບຜິດຊອບວຽກງານແມ່ຍິງ ບັນດາປະເທດອາຊຽນ ແລະ ອາຊຽນບວກສາມ ເຂົ້າຮ່ວມ ແລະ ຕົກລົງ ຮັບຮອງເອົາຫຼາຍບັນຫາສຳຄັນ ທີ່ຈະຕ້ອງ ໄດ້ພ້ອມກັນຈັດຕັ້ງປະຕິບັດ ຜັນຂະຫຍາຍ ໃນຕໍ່ໜ້າ ໃຫ້ປະກົດຜົນສຳເລັດ ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ ແລະ ທັດສະນະກ່ຽວກັບນະໂຍບາຍ, ຍຸດທະສາດ, ບົດຮຽນ, ຄວາມ ສຳເລັດ ແລະ ປະສົບການ ຂອງບັນດາປະເທດສະມາຊິກ ອາຊຽນ ກໍ່ຄື ບັນຫາສິ່ງທ້າທາຍຕ່ງໆ ທີ່ຕິດພັນກັບ ການສົ່ງເສີມ ບົດບາດຍິງ-ຊາຍ; ຮັບຮອງເອົາ ຖະແຫຼງການວຽງຈັນ ວ່າດ້ວຍການສົ່ງເສີມບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມ ແມ່ຍິງອາຊຽນ ເພື່ອສິ່ງແວດລ້ອມ ແບບຍືນຍົງ; ຄວາມຄືບໜ້າ ກ່ຽວກັບ ວຽກງານ ຄະນະກຳມະທິການ ແມ່ຍິງອາຊຽນ ໃນການຈັດຕັ້ງປະຕິບັດ ບັນດາໂຄງການ ແລະ ກິດຈະການ ພາຍໃຕ້ແຜນງານ 2011-2015 ແລະ ຄວາມພະຍາຍາມ ຂອງຄະນະກຳມະທິການ ແມ່ຍິງອາຊຽນ ໃນການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມຕ່າງໆ ເພື່ອກ້າວໄປສູ່ການເຊື່ອມບົດບາດ ຍິງ-ຊາຍ ພ້ອມທັງ ຮັບຮອງເອົາ ພາລະບົດບາດ ຂອງເຄື່ອຂ່າຍ ຂອງຜູ້ປະກອບການ ແມ່ຍິງອາຊຽນ ເພື່ອພັດທະນາ ຂີດຄວາມສາມາດ ຂອງຜູ້ປະກອບການ ແມ່ຍິງອາຊຽນ ແລະ ສົ່ງເສີມເຄື່ອຂ່າຍ ຂອງເຂົາເຈົ້າ ອີກດ້ວຍ. ນອກນັ້ນ, ກອງປະຊຸມ ຂອງບັນດາຜູ້ນຳ 2 ທະວີບ ກໍ່ໄດ້ຕົກລົງ ຮັບຮອງເອົາ ຫຼາຍບັນຫາສຳຄັນເຊັ່ນດຽວກັນ ໂດຍສະເພາະ ບັນດາຜູ້ນຳສູງສຸດ ຂັ້ນປະມຸກລັດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນສະມາຊິກ ເຂົ້າຮ່ວມ ໄດ້ພ້ອມກັນຊົມເຊີຍ ມາຍັງລັດຖະບານ ກໍ່ຄື ປະຊາຊົນ ລາວ ຊຶ່ງເປັນປະເທດນ້ອຍ ດ້ອຍພັດທະນາ ແຕ່ມີຄວາມສາມາດ ຈັດກອງປະຊຸມໃຫຍ່ ລະດັບສາກົນ. ນີ້ສະແດງໃຫ້ເຫັນເຖິງ ສປປ ລາວ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ທັງນີ້, ກໍ່ເພື່ອແນໃສ່ໃຫ້ ສປປ ລາວ ມີເພື່ອນມິດສາກົນ ຢ່າງກວ້າງຂວາງ, ສາມາດເຂົ້າຮ່ວມ ໃນຂະບວນວິວັດ ແຫ່ງການເຊື່ອມໂຍງສາກົນ ໄດ້ຢ່າງເປັນເຈົ້າການ ທັງມີ ການປະກອບສ່ວນ ຢ່າງຕັ້ງໜ້າ ໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ພັດທະນາໃນພາກພື້ນ ແລະ ໃນໂລກ. ຄຽງຄູ່ກັນນັ້ນ, ແມ່ຍິງລາວ ບັນດາເຜົ່າ ໄດ້ເຂົ້າຮ່ວມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໂດຍຕິດພັນກັບ ການພັດທະນາຕົນເອງ; ປະຕິບັດແຜນນະໂຍບາຍ ສົ່ງເສີມຄວາມກ້າວໜ້າ ແລະ ບົດບາດ ຂອງແມ່ຍິງ ຢູ່ໃນສັງຄົມ ໃຫ້ມີຫຼາຍດ້ານພົ້ນເດັ່ນ ເປັນຕົ້ນ ການເສີມຂະຫຍາຍມູນເຊື້ອ ວັດທະນະທຳ, ຄວາມດຸໝັ່ນພາກພຽນ ປະດິດສ້າງໃຫ້ມີຫຼາຍສີສັນ, ຕອບສະໜອງ ຜົນປະໂຫຍດພື້ນຖານ ຂອງແມ່ຍິງລາວ ພ້ອມທັງ ເປັນການຈັດຕັ້ງ ຜັນຂະຫຍາຍ ບັນດານະໂຍບາຍ ພື້ນຖານ ແລະ ໂຄງການດຳເນີນງານ ທີ່ວາງໄວ້ ໃນກອງປະຊຸມໃຫຍ່ ຄັ້ງທີ I (22/3/1955) ທີ່ວ່າ: “ ປະຕິບັດ ສິດສະເໝີພາບ ລະຫວ່າງ ເພດຍິງ ກັບ ເພດຊາຍ, ປະຕິບັດ ນະໂຍບາຍ ສະເໝີພາບ ແລະ ສາມັກຄີ ລະຫວ່າງບັນດາເຜົ່າ, ລົບລ້າງ ຄວາມອາຄາດບາດໝາງ, ຄວາມແບ່ງແຍກ ລະຫວ່າງ ເຜົ່າຕ່າງໆ ຢູ່ພາຍໃນປະເທດ ທີ່ພວກລ່າເມືອງຂຶ້ນ ແລະ ສັກດີນາ ເປັນຜູ້ກໍ່ຂຶ້ນ ” (ນິພົນເລືອກເຟັ້ນ 1, ໄກສອນ ພົມວິຫານ, ໜ້າ 6).