ການສົມທົບແໜ້ນ ລະຫວ່າງ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ

ວັນພຸດ, 01 ຕ.ລ 2014 11:00

​(ຕໍ່ຈາກສະບັບທີ 2.)

5 ປັດໄຈທີ່ພົ້ນເດັ່ນ ແມ່ນນອກຈາກທຶນງົບປະມານຂອງລັດຖະບານແລ້ວ, ລະບົບກອງທຶນ, ລະບົບສິນເຊື່ອ ແລະ ການບໍລິການອື່ນໆ ໄດ້ສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວ ດ້ວຍຫຼາຍຮູບການ ໂດຍເອົາ ການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນເປັນເປົ້າໝາຍ, ເຊັ່ນ:
- ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ສ້າງຂຶ້ນຕາມດຳລັດ 73/ນຍ, ລົງວັນທີ 31/05/2002, ໄດ້ຮັບທຶນກູ້ຢືມດອກເບ້ຍຕໍ່າ ຈາກທະນາຄານໂລກ ແລະ ຈັດຕັ້ງປະຕິບັດຢູ່ບັນດາ ເມືອງທຸກຍາກໃນ 5 ແຂວງ (ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ) ໂດຍສຸມໃສ່ໂຄງການ ກໍ່ສ້າງໂຮງຮຽນ, ປັບປຸງ ແລະ ກໍ່ສ້າງສຸກສາລາ, ລະບົບນໍ້າສະອາດ, ປັບປຸງ ແລະ ກໍ່ສ້າງຂົວ-ທາງຊົນນະບົດ ແລະ ລະບົບຊົນລະປະທານ, ຝຶກອົບຮົມ ແລະ ສ້າງກິດຈະກຳສ້າງລາຍຮັບແກ່ປະຊາຊົນ.
- ທະນາຄານສົ່ງເສີມກະສິກຳ ໄດ້ເຄື່ອນໄຫວປ່ອຍສິນເຊື່ອໃຫ້ຊາວກະສິກອນ ເພື່ອຊຸກຍູ້ການປູກຝັງ, ລ້ຽງສັດ ແລະ ເຮັດທຸລະກິດ ຂະໜາດນ້ອຍ, ຊຶ່ງໄດ້ກວມເອົາ 140 ເມືອງ, 4.152 ບ້ານ, 130.000 ກວ່າຄອບຄົວ.
- ທະນາຄານນະໂຍບາຍ ໄດ້ສ້າງຕັ້ງຂຶ້ນໃນປີ 2007 ແລະ ເຄື່ອນໄຫວບໍລິການ ປ່ອຍສິນເຊື່ອດອກເບ້ຍຕໍ່າ ຢູ່ບັນດາເມືອງ ທຸກຍາກ ກວມ 1.171 ບ້ານ, 65.431 ຄອບຄົວໃນ 46 ເມືອງທຸກຍາກ.
- ສະຖາບັນການເງິນຈຸນລະພາກ, ເຊັ່ນ: ກອງທຶນພັດທະນາບ້ານ, ສະຫະກອນສິນເຊື່ອ, ກອງທຶນອື່ນໆ ຊຶ່ງອົງການ ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ອົງການ NGOs, ມູນນິທິ ແລະ ອົງການອື່ນໆ ໄດ້ສະໜັບສະໜູນ ດ້ານທຶນຮອນ ແລະ ຈັດຕັ້ງປະຕິບັດຢູ່ບ້ານຕ່າງໆ ໃນທົ່ວປະເທດຢ່າງມີໝາກ ມີຜົນດີສົມຄວນ, ປະກອບສ່ວນ ໃນການລຶບລ້າງ ຄວາມທຸກຍາກ.
ທັງໝົດເຫຼົ່ານີ້ ສະແດງໃຫ້ເຫັນວ່າ ການຈັດຕັ້ງປະຕິບັດນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ-ລັດ ກ່ຽວກັບການແກ້ໄຂ ຄວາມທຸກຍາກ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ກໍ່ຄື ສ້າງບ້ານສູ້ຮົບ ແລະ ກຸ່ມບ້ານສູ້ຮົບຕິດລ່ຽນ ແມ່ນໄດ້ມີຜົນດີສົມຄວນ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ. ເຂດຊົນນະບົດ-ພູດອຍ ຫຼາຍບໍລິເວນ ໄດ້ຮັບການພັດທະນາ ແລະ ມີໂສມໜ້າໃໝ່, ແບບແຜນການດຳລົງຊີວິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີການຫັນປ່ຽນທີ່ດີຂຶ້ນ ແລະ ຄວາມທຸກຍາກຖືກລຶບລ້າງ ເປັນກ້າວໆ, ຄວາມສະຫງົບ ໄດ້ຮັບປະກັນຢ່າງໜັກແໜ້ນ.
ຄຽງຄູ່ ກັບຜົນສຳເລັດທີ່ ຍາດມາໄດ້ນັ້ນ, ກໍ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງ ເອົາໃຈໃສ່ :
- ການປຸກລະດົມຂົນຂວາຍ, ການສຶກສາອົບຮົມການເມືອງແນວຄິດ ໃຫ້ປະຊາຊົນຍັງບໍ່ທັນໄດ້ເຮັດຢ່າງສະໝໍ່າສະເໝີ, ບໍ່ທັນເລິກເຊິ່ງ, ມີລັກສະນະເວົ້າຫຼາຍເຮັດໜ້ອຍ ຫຼື ເວົ້າແລ້ວບໍ່ເຮັດ ຈຶ່ງເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນບັນດາເຜົ່າບໍ່ທັນຈະແຈ້ງ, ຄວາມຕື່ນຕົວທາງດ້ານການເມືອງ ແລະ ຄວາມເປັນເຈົ້າການປະກອບສ່ວນ ເຂົ້າໃນການພັດທະນາຊີວິດ ການເປັນຢູ່ ຂອງຄອບຄົວ ແລະ ພັດທະນາບ້ານຊ່ອງຂອງຕົນຍັງບໍ່ທັນສູງເທົ່າທີ່ຄວນ.
- ທຶນຮອນທີ່ນຳໃຊ້ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຍັງຈຳກັດຫຼາຍທຽບໃສ່ ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ຂອດການຈັດຕັ້ງປະຕິບັດຍັງຊັກຊ້າ, ບໍ່ຄ່ອງຕົວ ແລະ ການຄຸ້ມຄອງນຳໃຊ້ກໍຍັງບໍ່ທັນຮັດກຸມ ແລະ ມີປະສິດທິຜົນສູງ. ການເຂົ້າເຖິງສິນເຊື່ອຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກ, ຕົວຢ່າງ: ກອງທຶນຫຼຸດຜ່ອນຄວາມທຸກຍາກສ່ວນໃຫຍ່ ສຸມໃສ່ການກໍ່ສ້າງ ພື້ນຖານໂຄງລ່າງ ແລະ ບໍ່ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ຂອງປະຊາຊົນເຮັດໃຫ້ປະຊາຊົນ ຜູ້ທຸກຍາກຂາດເຂີນທຶນຮອນເພື່ອຜະລິດສິນຄ້າ; ກອງທຶນພັດທະນາບ້ານເພື່ອປ່ອຍເງິນກູ້ ໃຫ້ປະຊາຊົນຜູ້ທຸກຍາກໃນ 47 ເມືອງເປົ້າໝາຍຍັງຈັດຕັ້ງປະຕິບັດຊັກຊ້າ. ນອກຈາກນັ້ນ, ການຜະລິດເປັນສິນຄ້າຂອງປະຊາຊົນ ກໍ່ຍັງພົບຄວາມຫຍຸ້ງຍາກຫຼາຍປະການ, ເປັນຕົ້ນແມ່ນບັນຫາຕະຫຼາດ ແລະ ລາຄາ, ໄພທຳມະຊາດ, ສັດຕູພືດ ແລະ ພະຍາດສັດ, ອື່ນໆ, ເຮັດໃຫ້ເກີດມີບັນຫາໜີ້ສິນໃນຊົນນະບົດ.
- ການຊີ້ນຳ-ນຳພາຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຍັງບໍ່ທັນເຮັດໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນພາລະກິດຂອງທົ່ວປວງຊົນ, ເປັນພາລະກິດ ຂອງທ້ອງຖິ່ນ ແລະ ຂອງປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ; ສະນັ້ນ, ຈຶ່ງເຮັດໃຫ້ການຫຼຸດຜ່ອນຄວາມທຸກຍາກມີລັກສະນະບໍ່ຖາວອນ ແລະ ບັນດາຄອບຄົວທີ່ຫຼຸດພົ້ນອອກ ຈາກຄວາມທຸກຍາກ ແລ້ວນັ້ນ ຍັງມີຄວາມສ່ຽງສູງໃນການກັບຄືນສູ່ຄວາມທຸກຍາກຄືນອີກ.
- ອັດຕາຄວາມທຸກຍາກໃນເຂດຊົນນະບົດຍັງສູງຫຼາຍຖ້າສົມທຽບ ກັບອັດຕາຄວາມທຸກຍາກໃນເຂດຕົວເມືອງ (ສະຖິຕິສົກປີ 2007-2009: ອັດຕາຄວາມທຸກຍາກລວມ 27,6%, ອັດຕາ ຄວາມທຸກຍາກໃນເຂດຕົວເມືອງ 17,4%, ອັດຕາຄວາມທຸກຍາກໃນຊົນນະບົດ 31,7%).
ເພື່ອເຮັດໃຫ້ທິດທາງ, ໜ້າທີ່ ແລະ ວຽກງານຈຸດສຸມທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກໄດ້ວາງອອກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ ງທີ VII ທີ່ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຮັບຮອງເອົານັ້ນບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ,ຕ້ອງເອົາໃຈໃສ່ບາງວຽກງານຈຸດສຸມດັ່ງນີ້ :

ຄົ້ນຄວ້າກຳນົດຢ່າງຈະແຈ້ງຈຸດສຸມບຸກທະລຸ ແລະ ຈຸດສຸມບູລິມະສິດຂອງບັນດາແຂວງ ໃນທົ່ວປະເທດ ໂດຍໃຫ້ເລັ່ງໃສ່ເຂດທີ່ໝັ້ນການປະຕິວັດ, ເຂດບ້ານວິລະຊົນ, ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ, ເຂດຫຼໍ່ແຫຼມ ແລະ ເຂດຈັດສັນພູມລຳເນົາຄົງທີ່ໃຫ້ປະຊາຊົນບັນດາເຜົ່າຢູ່ແຕ່ລະແຂວງ ເພື່ອສ້າງໂຄງການ ແລະ ສຸມທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດ.

2 ສືບຕໍ່ຫັນລົງຮາກຖານສຸມໃສ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ກໍ່ຄືການສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍໄປຄຽງຄູ່ ກັບການຈັດຕັ້ງປະຕິບັດວຽກງານ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ.
3 ສືບຕໍ່ຊຸກຍູ້ສົ່ງເສີມ ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງປະຊາຊົນຢູ່ບ້ານ ແລະ ກຸ່ມບ້ານດ້ວຍການ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ທີ່ກ່ຽວຂ້ອງໂດຍສະເພາະແມ່ນຢູ່ທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດ ດັ່ງກ່າວ.
4 ລະດົມການລົງທຶນເຂົ້າໃນເຂດຊົນນະບົດ ໃຫ້ເພີ່ມຂຶ້ນແຕ່ລະປີ ເພື່ອຈັດຕັ້ງປະຕິບັດແຜນການ ແລະ ໂຄງການໃຫ້ ປະກົດເປັນຈິງ, ເຊັ່ນ: ການລົງທຶນຂອງລັດ, ການປະກອບສ່ວນ ຂອງປະຊາຊົນ, ການປ່ອຍສິ ນເຊື່ອດອກເບ້ຍຕໍ່າຂອງ ທະນາຄານນະໂຍບາຍເພື່ອສົ່ງເສີມການຜະລິດສິນຄ້າ, ກອງທຶນພັດທະນາບ້ານ, ການຫັນຊັບສິນເປັນທຶນ, ທຶນຊ່ວຍເຫຼືອລ້າ ແລະ ການກູ້ຢືມ ຈາກຕ່າງປະເທດ, ສະຖາບັນການເງິນ, ອົງການຈັດຕັ້ງສາກົນຕ່າງໆ, ລະດົມທຶນຈາກພາກສ່ວນເສດຖະກິດ-ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ. ໃນໄລຍະ 5 ປີຕໍ່ໜ້າ, ການລົງທຶນໃສ່ ເຂດຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕ້ອງໃຫ້ ເພີ່ມຂຶ້ນ 10-15% ຂອງການລົງທຶນທັງໝົດ. ພ້ອມກັນນັ້ນ, ກໍ່ປັບປຸງລະບຽບ ແລະ ກົນໄກການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນ “ກອງທຶນຫຼຸດຜ່ອນຄວາມທຸກຍາກ”, ກອງທຶນພັດທະນາບ້ານ ຂອງຊຸມຊົນໃຫ້ມີປະສິດທິຜົນສູງ ແລະ ໃຫ້ກະທົບໂດຍກົງຕໍ່ການແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຊົນນະບົດ.
5 ຄົ້ນຄວ້າກຳນົດ ແລະ ປະຕິບັດນະໂຍບາຍດ້ານພາສີ, ອາກອນ, ສິນເຊື່ອ, ນະໂຍບາຍກ່ຽວກັບການນຳໃຊ້ ຊັບພະຍາກອນກັບທີ່ ແລະ ກົນໄກຕ່າງໆທີ່ເໝາະສົມ; ສົ່ງເສີມໃຫ້ນັກລົງທຶນ, ຜູ້ປະກອບການທີ່ໄປລົງທຶນໃນເຂດຊົນນະບົດ ແລະ ກິດຈະການທີ່ກະທົບຕໍ່ການແກ້ໄຂຄວາມທຸກຍາກໂດຍກົງຕາມກົດໝາຍສົ່ງເສີມການລົງທຶນສະບັບໃໝ່ ແລະ ນະໂຍບາຍພັດທະນາແບບພິເສດ ໃນເຂດທີ່ມີຄວາມຈຳເປັນ.
6 ຄົ້ນຄວ້າ ແລະ ສ້າງບັນດານິຕິກຳຈຳນວນໜຶ່ງຕື່ມອີກ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ຄວາມດ້ອຍພັດທະນາ.
7 ປະສານສົມທົບໂຄງການພັດທະນາຊົນນະບດ-ແກ້ໄຂຄວາມທຸກຍາກເຂົ້າໃນໂຄງການ ແລະ ກິດຈະກຳຕ່າງໆ ເພື່ອບັນລຸເປົ້າມາຍສະຫັດສະຫວັດດ້ານການພັດທະນາ (MDGs) ໂດຍນຳໃຊ້ ທຶນຈາກລັດຖະບານ ແລະ ການຊ່ວຍເຫຼືອລ້າຂອງສາກົນສົມທົບກັບການລົງທຶນຂອງ ເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ກາຍເປັນແຜນພັດທະນາ ຕາມທິດລວງດຽວກັນ.
ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ ໄຂຄວາມທຸກຍາກຂອງ ປະຊາຊົນແມ່ນວຽກຍຸດທະສາດ, ຈຳເປັນຂອງພັກ, ກໍ່ຄື ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງເຮັດເປັນປົກກະຕິໃນສະເພາະໜ້າ ແລະ ຍາວນານ, ແນໃສ່ປັບປຸງພື້ນຖານການເມືອງ, ເສດຖະກິດ-ວັດທະນະທຳສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຊາດ ໃຫ້ໜັກແໜ້ນ, ຖືກທິດ ແລະ ໝັ້ນທ່ຽງ. ພ້ອມກັນນັ້ນ, ກໍ່ເປັນວິທີການອັນຈຳເປັນທີ່ຈະເຮັດໃຫ້ ປະຊາຊົນສ່ວນຫຼວງຫຼາຍໃນເຂດຊົນນະບົດ, ເຂດພູດອຍຫ່າງໄກສອກຫຼີກ ມີການພັດທະນາ ຕົນເອງ ເພື່ອປັບປຸງຍົກລະດັບ ຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳຂອງຕົນໃຫ້ດີຂຶ້ນ, ແກ້ໄຂຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ເຮັດໃຫ້ ຄວາມສາມັກຄີສະເໝີພາຍ ລະຫວ່າງ ເຜົ່າໄດ້ປະກົດເປັນຈິງ. ພ້ອມກັນນັ້ນ, ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບຍັງເປັນການຕໍ່ສູ້ ລະຫວ່າງເຮົາກັບກຳລັງອິດທິພົນປໍລະປັກ, ເຊຶ່ງພວກເຂົາຍາມໃດ ກໍ່ໃຫ້ທຸກວິທີທາງ ເພື່ອແຊກແຊງເຂົ້າພາຍໃນເພື່ອກຳຮາກຖານ, ກຳປະຊາຊົນເພື່ອແຍກປະຊາຊົນອອກຈາກພັກ, ສ້າງກຳລັງຕອບຕ້ານຈາກພາຍໃນເຮົາດ້ວຍຫຼາຍຮູບຫຼາຍສີ .
ດັ່ງນັ້ນ, ມັນຮຽກຮ້ອງໃຫ້ການນຳແຕ່ລະຂັ້ນ, ກໍ່ຄື ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຂົ້າຮ່ວມໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາຜືນແຜ່ນດິນຂອງຕົນເອງ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນໝັ້ນຄົງຕະຫຼອດໄປ.