ຄວາມຄືບໜ້າ ຂອງໂຄງການ ພັດທະນາ ເຂດເສດຖະກິດ ສະເພາະ ບຶງທາດຫຼວງ
ວັນເສົາ, 05 ມ.ສ 2014 00:00
ເຂດເສດຖະກິດສະເພາະບຶງທາດຫຼວງ ເນື້ອທີ່ດິນເປົ່າຫວ່າງທີ່ເປັນບຶງທາມ ແລະ ເປັນບ່ອນເຕົ້າໂຮມນໍ້າເປື້ອນຂອງຕົວເມືອງນະຄອນຫຼວງວຽງຈັນ ໃນເນື້ອ ທີ່ 365 ເຮັກຕາ ຂອງເຂດບຶງທາດຫຼວງ ກໍາລັງຈະກາຍເປັນຕົວເມືອງ ໜອງນ້ຳໃຫຍ່ ແລະ ເປັນສູນກາງແຫ່ງອະລິຍະທໍາທາງດ້ານວັດທະນະທໍາ ແລະ ການຮ່ວມມື ລາວ-ອາຊຽນ-ຈີນ ຊຶ່ງບໍລິສັດອະສັງຫາລິມມະຊັບຫວ່ານເຟີ້ງ, ຊຽງໄຮ້, ສປ ຈີນ ຈໍາກັດ ໄດ້ຮັບອະນຸຍາດສໍາປະທານ ຈາກ ລັດຖະບານ ແຫ່ງ ສປປ ລາວ ໃນທ້າຍປີ 2011 ເພື່ອພັດທະນາເປັນເຂດເສດຖະກິດສະເພາະ, ຊຶ່ງການພັດທະນາຢູ່ໃນເຂດເສດຖະກິດສະເພາະບຶງທາດຫຼວງ (ຂສທ) ນີ້ ໄດ້ຄໍານຶງເຖິງຄວາມດຸ່ນດ່ຽງຂອງ ການຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ ວິທະຍາ ໂດຍຈະກັກເກັບນໍ້າ, ບໍາບັດນໍ້າເສຍ ແລະ ປູກຕົ້ນໄມ້ໄປຄຽງຄູ່ກັບ ການພັດທະນາໂຄງລ່າງພື້ນຖານ ແລະ ອາຄານ; ສ້າງທິວທັດທີ່ເປັນເອກະລັກ ພິເສດ ເຊິ່ງປະກອບມີ: ເຂດຟ້າ, ເຂດໜອງນ້ຳ, ເຂດຕົ້ນໄມ້ຂຽວ ແລະ ພືດພັນນາໆຊະນິດ ປະສົມປະສານກັນ. ໂຄງການດັ່ງກ່າວ ໄດ້ແບ່ງການພັດທະນາອອກເປັນ 8 ເຂດ ຄື: ເຂດສະຖານທູດ; ເຂດທ່ອງທ່ຽວ; ເຂດທຸລະກິດ-ບໍລິການ; ເຮືອນວິນລາ; ເຂດອາຄານທີ່ພັກອາໄສ; ເຂດໜອງນໍ້າ ແລະ ຄອງລະບາຍນໍ້າ; ສະຖານທີ່ຈອດລົດ, ຖະໜົນ ແລະ ເຂດບໍາບັດນໍ້າເສຍ.
ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ກວມເອົາ 6 ບ້ານ ຂອງເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ຄື: ບ້ານເມືອງນ້ອຍ,
ບ້ານໂນນ ຫວາຍ, ບ້ານໂນນຄໍ້ເໜືອ, ບ້ານໂພນທັນ, ບ້ານໂພນປາເປົ້າ ແລະ ບ້ານດອນກອຍ
ຊຶ່ງຄາດວ່າການພັດທະນາເຂດດັ່ງກ່າວຈະໃຊ້ເງິນເຖິງ 12,800 ຕື້ກີບ
(ສິບສອງ ພັນແປດຮ້ອຍຕື້ກີບ) ຫຼື 1,600 ລ້ານໂດລາສະຫະລັດ
(ໜື່ງພັນຫົກຮ້ອຍ ລ້ານໂດລາ) ແລະ ໂຄງການນີ້ຈະສໍາເລັດພາຍໃນ 15 ຫາ 20 ປີ. ໂຄງການ ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຈະມີສ່ວນເຮັດໃຫ້ການພັດທະ ນາອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ ຂອງ ສປປ ລາວ ມີການ ຂະຫຍາຍຕົວ,
ມີການອະນຸລັກວັດທະນະທໍາ, ປົກປັກຮັກສາສະພາບແວດລ້ອມ ແລະ
ລະບົບນິເວດວິທະຍາທີ່ສວຍງາມ, ກາຍເປັນເມືອງໃໝ່ທີ່ມີຄວາມສະດວກ ສະບາຍໃນການດໍາລົງຊີວິດທີ່ຕິດພັນກັບສະພາບແວດລ້ອມ.
ນອກຈາກນັ້ນ, ກໍ່ຈະສ້າງ ວຽກເຮັດງານທໍາທາງກົງ ແລະ
ທາງອ້ອມໃຫ້ແກ່ສັງຄົມໄດ້ຢ່າງຫຼວງຫຼາຍ ແລະ
ເປັນແຫຼ່ງເກັບລາຍຮັບທີ່ສໍາຄັນໃຫ້ແກ່ງົບປະມານແຫ່ງຊາດໃນອານາຄົດ.
ເຂດໜອງນໍ້າບຶງທາດຫຼວງນີ້ ຈະຖືກປັບປຸງໃຫ້ກາຍເປັນໜອງນໍ້າສະອາດ ແລະ ໜ້າທ່ຽວຊົມ ກາຍເປັນສູນກາງການພັກຜ່ອນ ພ້ອມທັງຮັບປະກັນການລະບາຍ ແລະ ກັກເກັບນໍ້າຂອງ ນະຄອນຫຼວງວຽງຈັນ ໂດຍມີການສ້າງຄອງນໍ້າອ້ອມຮອບເຂດພັດທະນາໄປຄວບຄູ່ກັບລະບົບບໍາບັດນໍ້າເສຍ ເພື່ອສ້າງໜອງດັ່ງກ່າວໃຫ້ກາຍເປັນສູນລວມກິດຈະກໍາທາງນໍ້າ ເປັນຕົ້ນແມ່ນ ການແຂ່ງເຮືອ ປະເພນີ
ຕາມຮີດສິບສອງຄອງສິບສີ່ຂອງລາວ, ການແຂ່ງເຮືອນານາຊາດ, ເປັນ ສູນກາງການຈັດກິດຈະກໍາໃນເທດສະການບຸນປີໃໝ່ລາວ, ການຕົບຜາສາດຊາຍ, ເທດສະການເຮັດບຸນຫາບັນພະບຸລຸດ, ກິດຈະກຳກິລາ ແລະ ກິດຈະກໍາຕ່າງໆ ທີ່ຕິດພັນກັບວິຖີຊີວິດຂອງປະຊາຊົນລາວ, ພິເສດຢູ່ແຄມໜອງນ້ຳໃຫຍ່ນັ້ນ ຈະໄດ້ສ້າງສວນອຸທິຍານທີ່ມີຫໍຊົມວິວສູງເຖິງ 153 ແມັດ ທີ່ສະແດງເຖິງຄວາມ ສວຍງາມ ແລະ ເປັນເອກະລັກຂອງຊາດລາວ. ນອກນີ້ຢູ່ກາງໜອງນ້ຳ ຈະຖືກ ສ້າງໃຫ້ເປັນຫໍພິພິທະພັນທາງປະຫວັດສາດ ທີ່ສ່ອງແສງໃຫ້ເຫັນເຖິງປະຫວັດ ຄວາມເປັນມາຂອງຊາດລາວ ກໍ່ຄືບັນພະບູລຸດແຕ່ລະຍຸກສະໄໝ ຕິດພັນກັບ ການສ້າງສວນສາທາລະນະ ທີ່ອ້ອມຮອບດ້ວຍທໍາມະຊາດ, ພຶກສາຊາດ ທີ່ສວຍ ງາມ ໂດຍການນໍາຕົ້ນໄມ້ປະຈໍາຊາດ ແລະ ບັນດາຕົ້ນໄມ້, ແນວພັນທີ່ມີຊື່ສຽງ ຂອງທ້ອງຖິ່ນ, ເຂດແຂວງຕ່າງໆຂອງ ສປປ ລາວ ມາປູກອ້ອມຮອບ ເພື່ອສະແດງໃຫ້ຜູ້ທີ່ເຂົ້າມາທ່ຽວຊົມໄດ້ເຫັນເຖິງຄວາມອຸດົມສົມບູນທາງທໍາມະຊາດ ຂອງລາວ ທີ່ສອດຄ່ອງກັບເຂດພັດທະນາອາຄານສະຖານທີ່ ລວມເອົາການສ້າງເຮືອນທີ່ຢູ່ອາໃສແບບຊາວລາວ ທີ່ເປັນເອກະລັກສະເພາະປະສົມປະສານກັບເຂດເມືອງໃໝ່ທີ່ທັນສະໄໝ ສະແດງໃຫ້ເຫັນເຖິງຄວາມກ້າວໜ້າຂອງຍຸກສະໄໝ, ຕິດພັນກັບການສ້າງທີ່ພັກສໍາລັບທູຕານຸທູດ ແລະ ສູນວັດທະ ນະນໍາອາຊຽນ-ຈີນ ທີ່ເປັນສູນລວມແຫ່ງການຖ່າຍທອດວິຖີຊີວິດຂອງຊາວອາຊີຕາເວັນອອກຢ່າງກົມກຶນກັບຍຸກສະໄໝ. ນອກຈາກນີ້, ແນວຄວາມຄິດຂອງການສ້າງ ຂສທ ຍັງຕິດພັນກັບ ການພັດທະນາລະບົບພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ຖະໜົນຫົນທາງ, ສາທາລະນະສຸກ, ໂຮງໝໍ, ສູນກາງຄວາມບັນເທິງ, ສູນອອກກໍາລັງກາຍ, ສູນການຄ້າຄົບວົງຈອນ ທີ່ນໍາເອົາຜະລິດຕະພັນ ຈາກອາຊຽນ, ຈີນ ແລະ ປະເທດອື່ນໆມາວາງສະແດງ ແລະ ຈໍາໜ່າຍ.
ມາເຖິງປະຈຸບັນ, ໂຄງການດັ່ງກ່າວໄດ້ດໍາເນີນການສໍາຫຼວດ, ຈັດສັນຕອນດິນ ແລະ
ສໍາເລັດການຊົດເຊີຍເນື້ອທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບແລ້ວ 361 ຕອນດິນ
ຂອງຈຳນວນທັງໝົດ 480 ຕອນ ມີມູນຄ່າ 68,56 ຕື້ກີບ ຫຼື ປະມານ 8,79
ລ້ານໂດລາສະຫະລັດ. ພ້ອມດຽວກັນນີ້, ການພັດທະນາພື້ນຖານໂຄງລ່າງ
ໄດ້ມີມູນຄ່າການລົງທຶນຕົວຈິງທັງໝົດຫຼາຍກວ່າ 43 ລ້ານໂດລາສະຫະລັດ
ໃນນັ້ນປະກອບມີ: ການສ້າງເສັ້ນທາງເຂົ້າຫາເຂດ ກວ້າງ 36 ແມັດ, ຍາວ 360 ແມັດ,
ເຊື່ອມຕໍ່ກັບຖະໜົນກຳແພງເມືອງ (T4) ແຕ່ສາມແຍກບ້ານໂພນທັນເຂົ້າຫາເຂດ
ມີມູນຄ່າການກໍ່ສ້າງປະມານ 1,5 ລ້ານໂດລາສະຫະລັດ; ໄດ້ສຳເລັດການກໍ່ສ້າງຫ້ອງການ
ຂສທ ແລະ ຈະໄດ້ສຶບຕໍ່ກໍ່ສ້າງນ້ຳພຸ ແລະ ເດີ່ນຫຍ້າຕໍ່ໜ້າຫ້ອງການ;
ໄດ້ສຳເລັດການກໍ່ສ້າງຫໍພັກພະນັກງານ ຊຶ່ງມີມູນຄ່າປະມານ 2 ລ້ານໂດລາສະຫະລັດ;
ໄດ້ສຳເລັດການຂຸດໜອງນ້ຳໃຫຍ່ກວ້າງ 50 ແມັດ ເລິກ 7 ແມັດ;
ໄດ້ສໍາຫຼວດອອກແບບແລວທາງທີ່ຍັງເຫຼືອ ຊຶ່ງມີໄລຍະ 2,240 ແມັດ
ເພື່ອເຊື່ອມຕໍ່ບ້ານໂນນຄໍ້ ແລະ ໂນນຫວາຍ; ໄດ້ສືບຕໍ່ສ້າງເສັ້ນທາງກວ້າງ 36
ແມັດ, ຍາວ 1,900 ແມັດ ຮອບຂອບເຂດໂຄງການ (ຂ້າງບ້ານໂນນຫວາຍ)
ເບື້ອງຕົ້ນແມ່ນໄດ້ສຳເລັດ ການປັບແລວທາງໃນເດືອນມິຖຸນາ 2013 ທີ່ຜ່ານມາ ແລະ
ສືບຕໍ່ປູຄອນກຣີດ ໃນຕົ້ນປີ 2014, ພ້ອມດຽວກັນ ກໍ່ໄດ້ກໍ່ສ້າງຮາກຖານຫໍພິພິທະພັນ
ຢູ່ໜອງນ້ຳໃຫຍ່.