ຄວາມຄືບໜ້າ ຂອງການພັດທະນາ ໂຄງການ "ວຽງຈັນເຊັນເຕີ" ແລະ ເຂດເສດຖະກິດ ສະເພາະ" ເຂດພັດທະນາ ກວມລວມ ໄຊເຊດຖາ"
ວັນສຸກ, 04 ມ.ສ 2014 23:00
1. ໂຄງການກໍ່ສ້າງ ສູນການຄ້າ “ວຽງຈັນເຊັນເຕີ”
ໂຄງການກໍ່ສ້າງ ສູນການຄ້າ "ວຽງຈັນເຊັນເຕີ" ຖືເປັນໂຄງການໜຶ່ງທີ່ສຳຄັນຢ່າງສູງສຸດ ຂອງອຳນາດການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງຢຸນນານ. ໂຄງການດັ່ງກ່າວ ແມ່ນກຸ່ມບໍລິສັດວິສະວະກຳກໍ່ສ້າງ-ລົງທຶນຕ່າງປະເທດ ແຂວງ ຢູນນານ ຈຳກັດ ໄດ້ຈັບມືກັບ ກຸ່ມບໍລິສັດ ກຣິດຕະພົງ ຈຳກັດ ຮ່ວມມືກັນສ້າງຕັ້ງ ບໍລິສັດ ພັດທະນາ ສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈຳກັດ,
ໂດຍມີບໍລິສັດ ທີ່ປຶກສາ SCP ສິງກະໂປ ຈຳກັດ ເປັນຜູ້ອອກແບບ,
ຮູບແບບການດຳເນີນ ແລະ ພັດທະນາໂຄງການ ແມ່ນອີງໃສ່ປະສົບການຈາກສາກົນ.
ເປັນໂຄງການທີ່ຮ່ວມມືກັນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຢຸນນານ
ສປ ຈີນ,
ແລະ ອົງການປົກຄອງຂອງທັງສອງຝ່າຍ ຕ່າງກໍ່ໃຫ້ຄວາມສຳຄັນຕໍ່ໂຄງການນີ້. ໂຄງການກໍ່ສ້າງ ສູນການຄ້າ "ວຽງຈັນເຊັນເຕີ" ປະກອບມີ: ຫ້າງສັບພະສິນຄ້າ, ຄາລາໂອເກ, ໂຮງໜັງ,
ສຳນັກງານ, ໂຮງແຮມສີ່ດາວ, ສະໂມສອນ, ອາພັດເມັນ ແລະ ອື່ນໆ. ເນື້ອທີ່ໂຄງການທັງໝົດມີ 5,3 ເຮັກຕາ ໃນນີ້ ເຂດການກໍ່ສ້າງຂອງໂຄງການມີ
120.000 ຕາແມັດ (ໜ້າພື້ນດິນ 90.966 ຕາແມັດ ພື້ນດິນມີ 30.852 ຕາແມັດ)
ເນື້ອທີ່ດຳເນີນທຸລະກິດ ມີ 36.673 ຕາແມັດ ບ່ອນຈອດລົດທັງໝົດໄດ້ 902
ຄັນ ເນື້ອທີ່ກໍ່ສ້າງທັງໝົດຂອງໄລຍະທຳອິດ ມີ 61.370 ຕາແມັດ.
ໂຄງການກໍ່ສ້າງ ສູນການຄ້າ “ວຽງຈັນເຊັນເຕີ”
ໄດ້ແບ່ງອອກເປັນ 3 ໄລຍະການກໍ່ສ້າງຄື: ໄລຍະທີ 1
ໄດ້ມີແຜນການພັດທະນາຫ້າງສັບພະສິນຄ້າ ແລະ ຕຶກອາຄານ, ໄລຍະທີ 2
ມີແຜນການພັດທະນາໂຮງແຮມ ແລະ ສະໂມສອນພົບປະ, ໄລຍະທີ 3
ແມ່ນແຜນການພັດທະນາອາພາດເມັນ. ມາຮອດປະຈຸບັນນີ້, ການກໍ່ສ້າງ ແມ່ນໄດ້ສຳເລັດໂຄງຮ່າງການກໍ່ສ້າງໄລຍະທີ 1 ເປັນທີ່ຮຽບຮ້ອຍແລ້ວ ແລະ ຈະເປີດບໍລິການຢ່າງເປັນທາງການ ໃນເດືອນທັນວາ 2014 ທີ່ຈະມາເຖິງນີ້.
2. ໂຄງການກໍ່ສ້າງ "ເຂດພັດທະນາກວມລວມໄຊເສດຖາ"
ແມ່ນເຂດໜຶ່ງ ທີ່ຕັ້ງຢູ່ໃນນະຄອນຫລວງວຽງຈັນ ໂດຍໄດ້ຮັບການຍົກລະດັບຈາກເຂດສຳປະທານທົ່ວໄປ ໃຫ້ເປັນເຂດເສດຖະກິດສະເພາະ ໃນວັນທີ 17/8/2011 ຊຶ່ງເປັນການຮ່ວມທຶນ ລະຫວ່າງ ນະຄອນຫລວງວຽງຈັນ (ຕາງໜ້າໃຫ້ລັດຖະບານລາວ) ແລະ ບໍລິສັດ ລົງທຶນພັດທະນາຕ່າງປະເທດ ແຂວງຢຸນນານ ຈຳກັດ (ຕາງໜ້າລັດຖະບານ ສປ ຈີນ) ໃນມູນຄ່າ
ການລົງທຶນ 128 ລ້ານໂດລາສະຫະລັດ ເພື່ອສ້າງເຂດດັ່ງກ່າວ ໃຫ້ກາຍເປັນເຂດອຸດສາຫະກຳປຸງແຕ່ງກະສິກຳ ແລະ ອຸດສາຫະກຳເພື່ອສົ່ງອອກ,
ເຂດການຄ້າ ແລະ ການບໍລິການທີ່ທັນສະໄໝ ຢູ່ນະຄອນຫລວງວຽງຈັນ ຊຶ່ງມີເນື້ອທີ່ປະມານ 1.000 ເຮັກຕາ.
ປະຈຸບັນ ໄດ້ສຳເລັດການກໍ່ສ້າງເສັ້ນທາງເບີ 01 ເປັນເສັ້ນທາງ ເຊື່ອມຕໍ່ລະຫວ່າງເສັ້ນທາງໂຄກສະອາດ
(ທາງເລກ 03) ຫາເຂດພັດທະນາກວມລວມ ໄຊເຊດຖາ ມີມູນຄ່າການກໍ່ສ້າງ 6,5 ລ້ານໂດລາສະຫະລັດ; ສຳເລັດການກໍ່ສ້າງປະຕູໂຂງເຂົ້າເຂດດັ່ງກ່າວ ມູນຄ່າ 677.000 ໂດລາສະຫະລັດ; ກໍ່ສ້າງອາຄານຄະນະບໍລິຫານເຂດ, ອາຄານບໍລິສັດ ຮ່ວມທຶນລາວຈີນ
ຈຳກັດ ແລະ ຫໍວາງສະແດງຮູບພາບຈຳລອງເຂດ ລວມມູນຄ່າທັງໝົດ 1,7 ລ້ານກວ່າ ໂດລາສະຫະລັດ; ກໍ່ສ້າງເສັ້ນທາງພາຍໃນເຂດ 02 ເສັ້ນ ມີຄວາມຍາວ 1.400 ແມັດ ແລະ ບຸກເບີກຖົມດິນໃຫ້ 03 ບໍລິສັດ ທີ່ເຂົ້າມາລົງທຶນມູນຄ່າ
3 ແສນໂດລາ; ກໍ່ສ້າງຕາຄ່າຍໄຟຟ້າເຂົ້າເຂດ ມູນຄ່າ 88 ພັນໂດລາສະຫະລັດ, ການກໍ່ສ້າງໂຮງງານຫົວອາຫານຂອງບໍລິສັດຄວາມຫວັງໃໝ່ ມູນຄ່າ 4 ລ້ານໂດລາ, ປະຈຸບັນ ສຳເລັດ 95% ແລະ ສືບຕໍ່ສົມທົບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ຊົດເຊີຍເວນຄືນທີ່ດິນ ໃຫ້ແກ່ເຈົ້າຂອງສິດໃຊ້ ແລະ ສິດນຳໃຊ້ຈຳນວນໜຶ່ງທີ່ຍັງເຫລືອ.
ແຫຼ່ງ: http://laophatthananews.blogspot.com/2014/04/blog-post_4587.html