ພິທີມອບ-ຮັບ ໜ້າທີ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
ໃນຕອນເຊົ້າວັນທີ 23 ມິຖຸນາ 2022 ທີ່ທະນາຄານ ແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ໃໝ່
ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນຳການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ
ໃນຕອນບ່າຍ ວັນທີ 22 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມ ພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference) ໂດຍມີຜູ້ຕາງໜ້າກະຊວງ, ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ແຂວງຫຼວງນໍ້າທາ ພ້ອມດ້ວຍ ຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນ ເຂົ້າຮ່ວມ.
ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນໍາວຽກງານຕ້ານການຄ້າມະນຸດຢູ່ ແຂວງ ບໍ່ແກ້ວ
ໃນຕອນເຊົ້າວັນທີ 14 ມິຖຸນາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ
ໃນວັນ ທີ 10 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ເວັນດີ ເຊີມານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກທາງການ ຢູ່ ສປປ ລາວ.
ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ
ພາຍຫຼັງສຳເລັດການເຄື່ອນໄຫວເຮັດວຽກ ຢູ່ແຂວງ ຫຼວງນໍ້າທາ, ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.
ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງ
ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ 3 ແຂວງ (ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ) ວັນທີ 02 ມິຖຸນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງຫຼວງພະບາງ ໂດຍການຕ້ອນຮັບ ແລະ ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ
ຫສນຍ ສ້າງຂະບວນການປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ
ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສ້າງຂະ ບວນການປູກຕົ້ນໄມ້ ແລະ ກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ;
ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານແຂວງຈຳປາສັກ
ພາຍຫຼັງສຳເລັດການຊີ້ນຳ ແລະ ຊຸກຍູ້ວຽກງານ ແຂວງອັດຕະປື ໃນຕອນເຊົ້າວັນທີ 28 ພຶດສະພາ 2022, ໃນຕອນບ່າຍຂອງວັນດຽວກັນ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງຈຳປາສັກ
ທ່ານຮອງນາຍົກ ລົງຕິດຕາມ ຊຸກຍູ້ວຽກງານ ການບໍລິການເຂົ້າ-ອອກເມືອງ
ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາວຽກງານ ທີ່ຕິດພັນກັບການບໍລິການ ເຂົ້າ-ອອກເມືອງ ກໍ່ຄືການຮອງຮັບຄົນເຂົ້າ-ອອກເມືອງ ໃນເງື່ອນໄຂທີ່ ສປປ ລາວ ເປີດປະເທດເຕັມຮູບແບບ ໃຫ້ມີຄວາມຄວາມຄ່ອງຕົວ, ສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງ