ສະພາແຫ່ງຊາດຮັບຮອງ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ຄົນໃໝ່

ຜູ້ຂຽນ: ພະ​ແນກ​ໂຄ​ສະ​ນາ, ກົມ​ປະ​ຊາ​ສຳ​ພັນ

ວັນສຸກ, 30 ທ.ວ 2022 18:00

​​ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022  ເປັນມື້ສຸດທ້າຍ ຂອງການດຳເນີນກອງປະຊຸມ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃນພາກບ່າຍຂອງກອງປະຊຸມດັ່ງກ່າວ ໄດ້ມີວາລະພິເສດ ໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.

​ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານໜັງສືສະເໜີຂອງປະທານປະເທດແຫ່ງ ກ່ຽວກັບການຂໍພັກການຮັບອຸດໜູນບໍານານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ (ຍ້ອນບັນຫາສຸຂະພາບ) ແລະ ຜ່ານໜັງສືສະເໜີຂອງ ທ່ານປະທານປະເທດ ກ່ຽວກັບການສະເໜີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີ ຜູ້ໃໝ່ ໂດຍໄດ້ຮັບການສະໜັບສະໜູນ ຈາກສະມາຊິກສະພາແຫ່ງຊາດ ຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ຜູ້ໃໝ່ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

​ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນມີຄຳເຫັນກ່າວຮັບໜ້າທີ່ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ.

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ຂ່າວອື່ນໆ