ການພົບປະສຸດຍອດສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ

ຜູ້ຂຽນ: ກົມປະຊາສຳພັນ, ພະແນກໂຄສະນາ

ວັນອາທິດ, 24 ມ.ສ 2022 16:00

ໃນໂອກາດທີ່ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ໃນລະຫວ່າງວັນທີ 22-24 ເມສາ 2022, ທີ່ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ, ໃນວັນທີ 23 ເມສາ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະສຸດຍອດສອງຝ່າຍກັບ ທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio) ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ.
ໃນໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນໃນຄັ້ງນີ້, ເຊິ່ງຖືເປັນການຢ້ຽມຢາມປະເທດຍີ່ປຸ່ນ ແລະ ພົບປະແບບເຊິ່ງໜ້າກັບ ທ່ານ ກິຊິດະ ຟຸມິໂອະ ເປັນຄັ້ງທໍາອິດ ນັບຕັ້ງແຕ່ ທ່ານ ພັນຄໍາ ວິພາວັນ ເຂົ້າຮັບຕໍາແໜ່ງເປັນນາຍົກລັດຖະມົນຕີ ແລະ ພາຍຫລັງໄດ້ໂອ້ລົມກັນຜ່ານທາງໂທລະສັບໃນຕົ້ນເດືອນມີນາ 2022 ຜ່ານມາ, ອັນໄດ້ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ສປປ ລາວ ທີ່ຈະຮ່ວມກັບ ຄູ່ຮ່ວມຕໍາແໜ່ງຝ່າຍຍີ່ປຸ່ນ ໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ສປປ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງຂຶ້ນ, ລວມທັງການສືບຕໍ່ຜັນຂະຫຍາຍແຜນງານການຮ່ວມມື (Action Plan) ທີ່ສອງປະເທດໄດ້ຮັບຮອງຮ່ວມກັນໃຫ້ປະກົດຜົນເປັນຈິງຕາມຄາດໝາຍ. ພ້ອມນີ້, ທ່ານ ພັນຄໍາ ວິພາວັນ ຍັງໄດ້ສະແດງຄວາມຊົມເຊີຍ ມາຍັງລັດຖະບານຍີ່ປຸ່ນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ໄດ້ເປັນຢ່າງດີ ແລະ ຄວາມພະຍາຍາມໃນການຟື້ນຟູຜົນກະທົບ ຈາກເຫດການແຜ່ນດິນໄຫວຮຸນແຮງ ຢູ່ ແຂວງຄຸມາໂມໂຕະ ແລະ ແຂວງໃກ້ຄຽງ ເມື່ອຄັ້ງ 6 ປີກ່ອນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບກັບຄືສູ່ສະພາບປົກກະຕິ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ເຊິ່ງນັບຕັ້ງແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບສາຍພົວພັນການທູດມາເປັນ ຄູ່ຮ່ວມຍຸດທະສາດ ໃນປີ 2015, ການພົວພັນ ລາວ-ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ການຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນ. ສປປ ລາວ ໄດ້ຢືນຢັນຄືນຄວາມມຸ່ງໝັ້ນຂອງຕົນ ທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍຍີ່ປຸ່ນຢ່າງໃກ້ຊິດ ໃນຂອບການຮ່ວມມືສອງຝ່າຍ, ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ເພື່ອການຮ່ວມມື ແລະການພັດທະນາໃນຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ການຮ່ວມມືໃນຂອບອາຊຽນ-ຍີ່ປຸ່ນ ເພື່ອກະກຽມສະເຫລີມສະຫລອງການພົວພັນຮ່ວມມື ຄູ່ຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ແລະ ການສົ່ງເສີມການພົວພັນ ແລະ ການຮ່ວມມື ໃນຂອບແມ່ນໍ້າຂອງ-ຍີ່ປຸ່ນ ແລະ ຂອບການຮ່ວມມືອື່ນໆ.
 
ລັດຖະບານ ສປປ ລາວ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງຍີ່ປຸ່ນ ໄດ້ເປັນປະເທດອັນດັບຕົ້ນໆທີ່ໃຫ້ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ເພື່ອພັດທະນາດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານຊັບພະຍາກອນມະນຸດ, ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຄງລ່າງພື້ນຖານ, ການເກັບກູ້ລະເບີດບໍ່ທັນແຕກ, ການຊ່ວຍເຫລືອເພື່ອຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ແລະ ອື່ນໆ. ພ້ອມນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ຢືນຢັນຄືນຄໍາໝາຍໝັ້ນໃນການສະໜັບສະໜູນ ສປປ ລາວ ເປັນປະທານອາຊຽນ ໃນປີ 2024, ພ້ອມທັງໄດ້ສະເໜີຕໍ່ ທ່ານ ກິຊິດະ ຟຸມິໂອະ ຊ່ວຍຊຸກຍູ້ບັນດານັກທຸລະກິດຍີ່ປຸ່ນ ເຂົ້າມາສຶກສາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ຖືໂອກາດນີ້ເຊື້ອເຊີນ ທ່ານ ກິຊິດະ ຟຸມິໂອະ ແລະ ສົມເດັດ ອົງມົງກຸດ ອາກິຊິໂນະ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ.
ສ່ວນ ທ່ານ ກິຊິດະ ຟຸມິໂອະ ກໍໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ຂອງ ທ່ານ ພັນຄໍາ ວິພາວັນ ພ້ອມດ້ວຍຄະນະຂອງ ສປປ ລາວ, ອັນໄດ້ເປັນການສະໜັບສະໜູນ ແລະ ກໍາລັງໃຈອັນສໍາຄັນຕໍ່ ຍີ່ປຸ່ນ ໃນການສືບຕໍ່ສົ່ງເສີມການພົວພັນ ແລະ ຮ່ວມມືໃນຂົງເຂດອາຊີ-ປາຊີຟິກ ທີ່ຖືສໍາຄັນນະໂຍບາຍໃນການຄຸ້ມຄອງ ແລະ ບໍລິຫານຈັດການນໍ້າ ເຊິ່ງຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ພ້ອມດຽວກັນນັ້ນ, ທ່ານ ກິຊິດະ ຟຸມິໂອະ ຍັງໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງຍີ່ປຸ່ນ ໃນການສືບຕໍ່ຮ່ວມມືກັບຝ່າຍລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ສອງລັດຖະ ບານ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.

ການພົບປະສຸດຍອດສອງຝ່າຍ ລາວ-ຍີ່ປຸ່ນ ໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງ ສອງປະເທດສປປ ລາວ ແລະ ຍີ່ປຸ່ນທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພາຍຫລັງສໍາເລັດການພົບປະສຸດຍອດສອງຝ່າຍ, ທັງສອງທ່ານນາຍົກລັດຖະ ມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ JDS) ມູນຄ່າ 330 ລ້ານເຢນ ຫລື ປະມານ 3 ລ້ານໂດລາສະຫະລັດ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ ແລະ ຕາງໜ້າ ລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.

ໃນໂອກາດເດີນທາງຢ້ຽມຢາມເຮັດວຽກທີ່ປະເທດຍີ່ປຸ່ນ ໃນຄັ້ງນີ້, ທ່ານ ພັນຄໍາ ວິພາວັນ ຍັງໄດ້ພົບປະກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາກົງສຸນກິຕິມະສັກ ຂອງ ສປປ ລາວ ແລະ ສະມາຄົມມິດຕະພາບຕ່າງໆ ທີ່ຍີ່ປຸ່ນ ຕື່ມອີກ.​


ແຫຼ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ