ແຈ້ງການ: ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດອັກເສບປອດ
ຜູ້ຂຽນ: ກົມປະຊາສຳພັນ, ຫສນຍ
ວັນອັງຄານ, 28 ມ.ກ 2020 13:00
ໃນວັນທີ 27 ມັງກອນ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 98/ຫສນຍ, ລົງວັນທີ 27 ມັງກອນ 2020 ເລື່ອງ: ທິດຊີ້ນຳ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັດໂຄໂລນາ Novel Corona Virus: NCOV) ຕາມການຊີ້ນຳ ຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ດັ່ງນີ: ການລະບາດຂອງໄວຣັດໂຄໂລນາ (Novel Corona Virus: NCOV) ມີຜົນກະທົບໃນວົງກວ້າງ ທັງຕໍ່ສັງຄົມ ແລະ ເສດຖະກິດ. ລັດຖະບານລາວ ຖືການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວນີ້ ເປັນບັນຫາສຳຄັນ ແລະ ເລັ່ງດ່ວນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຮ່ວມມືກັນ ແລະ ພ້ອມກັນຍົກລະດັບຄວາມຮັບຜິດຊອບ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວ ໃຫ້ຮັບປະກັນ ແລະ ທັນສະພາບການ. ລາຍລະອຽດຂອງແຈ້ງການດັ່ງກ່າວ ມີດັ່ງນີ້:
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ