ພິທີມອບ-ຮັບ ໜ້າທີ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
ໃນຕອນເຊົ້າວັນທີ 23 ມິຖຸນາ 2022 ທີ່ທະນາຄານ ແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ໃໝ່
ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນຳການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ
ໃນຕອນບ່າຍ ວັນທີ 22 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມ ພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference) ໂດຍມີຜູ້ຕາງໜ້າກະຊວງ, ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ແຂວງຫຼວງນໍ້າທາ ພ້ອມດ້ວຍ ຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນ ເຂົ້າຮ່ວມ.
ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນໍາວຽກງານຕ້ານການຄ້າມະນຸດຢູ່ ແຂວງ ບໍ່ແກ້ວ
ໃນຕອນເຊົ້າວັນທີ 14 ມິຖຸນາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.