ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.
ທ່ານ ຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ແຂວງຫົວພັນ
ພາຍຫຼັງສໍາເລັດການເຄື່ອນໄຫວວຽກງານຢູ່ທີ່ແຂວງຊຽງຂວາງແລ້ວ ໃນວັນທີ 23 ເມສາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານ ການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຫົວພັນ
ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ໄລຍະ 5 ປີ
ໃນຕອນເຊົ້າວັນທີ 7 ເມສາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄັ້ງທີ I ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ໄລຍະ 5 ປີ (2021-2025) ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະພັກ-ຄະນະນຳ ຫສນຍ, ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ບັນດາກົມ ແລະ ຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ສະມາຊິກພັກ, ພະນັກງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມ.
3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ
ໃນຕອນແລງ ຂອງວັນທີ 3 ພຶດສະພາ 2022 ການນຳ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສາມັກຄີກັນອອກແຮງງານອະນາໄມລວມ, ຊຶ່ງນໍາພາໂດຍທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ.
ທ່ານ ຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ແຂວງຊຽງຂວາງ
ໃນ ວັນທີ 21-22 ເມສາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຊຽງຂວາງ ໂດຍມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ຕາງໜ້າພະແນກການ ແລະ ຄະນະນຳຂອງເມືອງທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ນາຍົກລັດຖະມົນຕີ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນຳ້ ຄັ້ງທີ 4
ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນຳ້ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ 2022 ທີ່ ເມືອງ ຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ " ນຳ້ເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ" ( Water for Sustainable Development-Best Practices and the Next Generation ). ໃນພິທີເປີດ ໄດ້ມີປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈາກປະເທດໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ເຊິ່ງຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ເພື່ອແນໃສ່ຮ່ວມມືກັນ ເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເຕັກໂນໂລຊີວິທະຍາສາດ ເຂົ້າໃສ່ວຽກງານການຄຸ້ມຄອງນຳ້ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນຳ້ ເພື່ອການພັດທະນາແບບຍືນຍົງ.
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ
ໃນຕອນທ່ຽງຂອງວັນທີ 12 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ເພື່ອເປັນການສະເຫຼີມສະຫຼອງການພົວພັນ ອາຊຽນ-ອາເມລິກາ ຄົບຮອບ 45 ປີ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນ ໃນປີ 1977.
ການນຳ ກະຊວງ ປກສ ເຂົ້າພົບສະຫາຍ ນາຍົກລັດຖະມົນຕີ
ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາ ຊົນ ທີ່ໝູນວຽນມາ ຄົບຮອບ 61 ປີ (5 ເມສາ 1961 - 5 ເມສາ 2022), ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ນຳໂດຍສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ
ຫສນຍ ສະຫຼຸບວຽກງານປະຈໍາໄຕມາດ ແລະ ປະກາດການຈັດຕັ້ງ
ໃນຕອນເຊົ້າ ວັນທີ 8 ເມສາ 2022 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດ 1 ແລະ ຈຸດສຸມໄຕມາດ 2 ປະຈໍາປີ 2022; ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງ ຫສນຍ; ແລະ ປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ; ມີທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ; ບັນດາທ່ານ ຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.
ສະຫາຍ ນາຍົກລັດຖະມົນຕີ ຕ້ອນຮັບສະຫາຍ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ
ໃນຕອນແລງ ວັນທີ 4 ເມສາ 2022 ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ, ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງສະຫາຍ ດິງ ຕຽນ ຢູງ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍຄະນະ
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 30 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.
ຫສນຍ ຍົກສູງຄຸນນະພາບວຽກງານເສນາທິການ ໃນໄລຍະໃໝ່
ໃນຕອນເຊົ້າ ວັນທີ 12 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ “ການຍົກສູງຄຸນນະພາບ ວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ
ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ
ໃນໂອກາດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2022 ໃນວັນທີ 30 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າ ມີຄວາມຄືບໜ້າດີສົມຄວນ
ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງ
ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ 3 ແຂວງ (ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ) ວັນທີ 02 ມິຖຸນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງຫຼວງພະບາງ ໂດຍການຕ້ອນຮັບ ແລະ ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ
ທ່ານຮອງນາຍົກ ລົງຕິດຕາມ ຊຸກຍູ້ວຽກງານ ການບໍລິການເຂົ້າ-ອອກເມືອງ
ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາວຽກງານ ທີ່ຕິດພັນກັບການບໍລິການ ເຂົ້າ-ອອກເມືອງ ກໍ່ຄືການຮອງຮັບຄົນເຂົ້າ-ອອກເມືອງ ໃນເງື່ອນໄຂທີ່ ສປປ ລາວ ເປີດປະເທດເຕັມຮູບແບບ ໃຫ້ມີຄວາມຄວາມຄ່ອງຕົວ, ສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງ
ຄວາມຄືບໜ້າ ການປະຕິບັດດຳລັດ ວ່າດ້ວຍລົດຂອງລັດ
ເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເວົ້າລວມ, ເວົ້າສະເພາະ ເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດ
ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມຂະບວນການປູກຕົ້ນໄມ້
ໃນຕອນເຊົ້າ ວັນທີ 22 ພຶດສະພາ 2022 ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າຄະນະບໍລິຫານງານສູນກາງຊາວໜຸ່ມ ແລະ ບັນດາຊາວໜຸ່ມແຮກສ່ຽວ ກະຊວງ-ອົງການ ອ້ອມຂ້າງສູນກາງ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຢູ່ທີ່ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.